ກະຊວງພາຍໃນປະກາດການຈັດຕັ້ງ

    ພິທີປະກາດການຈັດຕັ້ງກະຊວງພາຍໃນ ຈັດຂຶ້ນວັນທີ 28 ກັນຍາ ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ມີບັນດາຄະນະພັກກະຊວງ ກົມ ຫ້ອງການ ສະຖາບັນ ສູນ ພະແນກການອ້ອມຂ້າງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ໃນພິທີທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ເຊິ່ງໃນນີ້ ໄດ້ແຕ່ງຕັ້ງທ່ານ ນິສິດ ແກ້ວປັນຍາ ເປັນຫົວໜ້າກົມພັດທະນາການບໍລິຫານລັດ ເນື່ອງຈາກວ່າທ່ານ ອໍາພາ ສິມມະສອນ ພັກການ-ຮັບອຸດບໍານານ ແຕ່ງຕັ້ງທ່ານ ນາງ ສີໄຄ ສໍສິລິບຸນມາ ເປັນຫົວໜ້າກົມແຜນທີ່ແຫ່ງຊາດ ເນື່ອງຈາກທ່ານ ບົວສົດ ສຸວັນນະກຸມມານ ພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງທ່ານ ວັນນະ ບຸບຜາ ຮອງຫົວໜ້າຫ້ອງການ ເປັນຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ເນື່ອງຈາກວ່າທ່ານ ເຢລໍ ເຈ່ຍວ່າກຸມມານ ພັກການ-ຮັບອຸດບໍານານ.

   # ຂ່າວ & ພາບ: ຂັນທະວີ

error: Content is protected !!