ຄິວລົດສາຍໃຕ້ ເພີ່ມລົດຮອງຮັບຜູ້ໂດຍສານ ພ້ອມວາງມາດຕະການຮັບມື COVID-19 

    ປັດຈຸບັນ ສະພາບການລະບາດຂອງພະຍາດ COVID-19  ກຳລັງເພີ່ມທະວີຄວາມຮຸນແຮງຍິ່ງຂຶ້ນນັບມື້ ໄດ້ເຮັດໃຫ້ທົ່ວໂລກວິຕົກກັງວົນ ໃນນີ້ລາວເຮົາກໍໄດ້ຫາວິທີຮັບມືເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຢ່າງເຂັ້ມງວດ ໂດຍສະເພາະສະຖານີຂົນສົ່ງໂດຍສານສາຍໃຕ້ ກໍເປັນອີກຈຸດໜຶ່ງທີ່ມີຄົນເຂົ້າໄປໃຊ້ບໍລິການຈຳນວນຫຼາຍໃນທຸກວັນ ເຊິ່ງສະຖານີກໍໄດ້ມີການກຽມຄວາມພ້ອມທຸກດ້ານເພື່ອກຽມຮັບມືກັບພະ ຍາດດັ່ງກ່າວ.

     ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານສາຍໃຕ້-ສາຍຕ່າງປະເທດ ໄດ້ໃຫ້ສຳພາດວ່າ: ຕໍ່ກັບບັນຫາການແຜ່ລະບາດພະຍາດ COVID-19 ໃນຂະນະນີ້ ຄິວລົດເມສາຍໃຕ້ໄດ້ເອົາໃຈໃສ່ທຸກຂັ້ນຕອນ ຈາກການແນະນຳຂອງກະຊວງສາທາລະນະສຸກ ໂດຍສະເພາະແມ່ນບໍລິການອຳ ນວຍຄວາມສະດວກທາງດ້ານຄວາມປອດໄພໃຫ້ປະຊາຊົນທີ່ມາໃຊ້ບໍລິການເຊັ່ນ:  ມີການວັດແທກອຸນຫະ ພູມໄຂ້ ມີບ່ອນລ້າງມືດ້ວຍເຈວ ກຳຈັດໄລຍະຫ່າງລະຫວ່າງຜູ້ໂດຍສານ ນອກນັ້ນ ໄດ້ພົ່ນຢາຂ້າເຊື້ອຕາມສະຖານທີ່ ແລະ ເທິງລົດເມ ປັດຈຸບັນ ລົດເມສາຍໃຕ້ເປີດໃຫ້ບໍລິການຕາມປົົກກະຕິ ໂດຍເພີ່ມຈຳນວນລົດໂດຍສານຈາກ 55 ຄັນມາເປັນ 85 ຄັນ ທັງນີ້ເພື່ອຮອງຮັບຜູ້ໂດຍສານທີ່ຈະເດີນທາງໄປສະຖານທີ່ຕ່າງໆໃນພາກກາງ ແລະ ພາກໃຕ້ ທັງຮັບປະກັນບໍ່ໃຫ້ຜູ້ໂດຍສານອັ່ງອໍໍຕົກຄ້າງ ສ່ວນການກຳນົດລາຄາແມ່ນຍັງຄືເກົ່າບໍ່ມີປ່ຽນແປງ.

    ສໍາລັບສາຍຕ່າງປະເທດ ປັດຈຸບັນໄດ້ປິດການໃຫ້ບໍລິການຊົ່ວຄາວ ໂດຍອີງຕາມແຈ້ງການຂອງພັກ-ລັດ ເພື່ອຄວາມປອດໄພຂອງສັງຄົົມ ສ່ວນສາຍພາຍໃນແມ່ນເປີດໃຫ້ການບໍລິການປົົກກະຕິ ແລະ ມີຄວາມກຽມພ້ອມໃຫ້ບໍລິການປະຊາຊົນ ພະນັກງານ ທະຫານ ແລະ ຕຳຫຼວດ ທີ່ຈະເດີນທາງກັບພູມລຳເນົາບ້ານເກີດເມືອງນອນໃນໄລຍະບຸນປີໃໝ່ລາວ ເຊິ່ງມີການແຜ່ລະບາດເຊື້ອພະຍາດ Covid-19.

    ທ່ານ ສຸກສະຫວາດ ສີສຸກ ຍັງກ່າວຕື່ມວ່າ: ຝາກເຖິງປະຊາຊົນຜູ້ທີ່ມີແຜນກັບພູມລໍາເນົາ ຫາກຜູ້ໃດມີເງື່ອນໄຂສາມາດກັບໄດ້ໄວ ກໍໃຫ້ທະຍອຍກັບເລີຍໃນໄລຍະນີ້ ບໍ່ໃຫ້ລໍຖ້າໄປຮອດວັນທີ 9-12 ເມສາ 2020 ສ່ວນຜູ້ທີ່ມາຄິວເພື່ອລໍຖ້າຂຶ້ນລົດ ກໍໃຫ້ໃສ່ຜ້າອັດປາກອັດດັງ ໝັ່ນລ້າງມື ແລະ ຢູ່ຫ່າງກັນປະມານ 1-2 ແມັດ ຂໍໃຫ້ມາຂຶ້ນລົດຢູ່ສະຖານີເລີຍ ເພື່ອຮັບປະກັນບໍ່ໃຫ້ມີຫາງສຽງຕ່າງໆ ເປັນຕົ້ນໄດ້ນັ່ງຕັ່ງເສີມເກັບຄ່າໂດຍສານແພງ ເຄື່ອງຂອງເສຍຫາຍ ບໍ່ໍມີຄົົນຮັບຜິດຊອບ ແລະ ອື່ນໆ.

ຂ່າວ-ພາບ: ລັດເວລາ

error: Content is protected !!