ສູນການຄ້າ CSC ເພີ່ມມາດຕະການປ້ອງກັນພະຍາດ COVID-19

    ທ່ານ ນາງ ນົບທິດາ ຜາລີວົງ ຜູ້ອໍານວຍການຝ່າຍບໍລິຫານ ສູນການຄ້າ ຊີເອັສຊີ ຄອມເພັຼກເຊັນເຕີ ຈໍາກັດ ຜູ້ດຽວ ໃຫ້ສໍາພາດວັນທີ 27 ມີນາ 2020 ວ່າ: ນັບແຕ່ຕົ້ນເດືອນມີນາເປັນຕົ້ນມາ ສູນການຄ້າ ຊີເອັສຊີ (CSC) ໄດ້ອອກແຈ້ງການຢ່າງເຄັງຄັດ ບໍ່ໃຫ້ພະນັກງານເດີນທາງອອກນອກປະເທດ ເປັນຕົ້ນປະເທດໄທ ແລະ ຫວຽດນາມ ພ້ອມນັ້ນ ຄະນະບໍລິຫານງານຂອງສູນການຄ້າທີ່ເປັນຄົນໄທ ກໍໄດ້ສັ່ງຢຸດບໍ່ໃຫ້ກັບຄືນປະເທດ ພ້ອມນັ້ນກໍໄດ້ແຈ້ງພະນັກງານສູນການຄ້າ CSC ນະຄອນຫຼວງວຽງຈັນ ຈໍານວນ 19 ຄົນທີ່ຢູ່ບ້ານໃກ້ກັບຜູ້ທີ່ຕິດເຊື້ອພະຍາດ COVID-19 (ບ້ານຕານມີໄຊ ໜອງບົວທອງ ຄໍາຮຸ່ງ ແລະ ຫ້ວຍຫົງ) ນອກນີ້ຍັງມີແມ່ບ້ານ 1 ຄົນ ທີ່ຄອບຄົວໄດ້ຂັບລົດເມ ໄດ້ສັ່ງໃຫ້ຢຸດພັກວຽກ ພ້ອມທັງກັກຕົນເອງເປັນເວລາ 14 ມື້ ໃນນີ້ ໄດ້ໄລ່ເງິນເດືອນໃຫ້ປົກກະຕິ ເພື່ອຕິດຕາມອາການ ຖ້າຫາກເປັນປົກກະຕິບໍ່ມີອາການໃດໆ ມື້ທີ 15 ແມ່ນໃຫ້ມາວຽກເປັນປົກກະຕິ. 

    ເພື່ອເປັນການປ້ອງກັນໃນແຕ່ລະມື້ ສູນການຄ້າ CSC ໄດ້ເພີ່ມມາດຕະການປ້ອງກັນຄື: ຕອນເຊົ້າກ່ອນພະນັກງານຈະເຂົ້າປະຈໍາທີ່ ຈະມີພໍ່ບ້ານ ແລະ ໜ່ວຍປ້ອງກັນຄວາມສ່ຽງໄພຮອບດ້ານ ສີດຢາຂ້າເຊື້ອຢູ່ບໍລິເວນອ້ອມຮອບທາງດ້ານໃນ ແລະ ນອກຂອງສູນການຄ້າ ຈາກນັ້ນຈຶ່ງໃຫ້ພະນັກງານເຂົ້າໄປ ເຊິ່ງກ່ອນເຂົ້າ ພະນັກງານແຕ່ລະຄົນຕ້ອງລຽນແຖວລ້າງມືດ້ວຍເຈວລ້າງມື ໃສ່ຖົງມື ແລະ ຜ້າອັດປາກທີ່ທາງສູນການຄ້າແຈກຢາຍໃຫ້ ພ້ອມທັງສອບຖາມປະຫວັດດ້ານສຸຂະພາບ ຈາກນັ້ນໃນທຸກໆ

ຊົ່ວໂມງຈະມີການສີດຢາຂ້າເຊື້ອ ສ່ວນໂຕະ ຕັ່ງ ເຄື່ອງໃຊ້ ແລະ ໂຕະຕ້ອນຮັບ ປະຕູທາງເຂົ້າ ກໍຈະມີແມ່ບ້ານເຊັດເຈວເຫຼົ້າ ເພື່ອອະນາໄມຂ້າເຊື້ອໃນທຸກໆຊົ່ວໂມງເຊັ່ນກັນ ນອກນັ້ນ ຝ່າຍປະຊາສໍາພັນຍັງໄດ້ໃຫ້ການແນະນໍາກ່ຽວກັບວິທີການປ້ອງກັນຕົນເອງ ແລະ ຄົນອື່ນ ຈາກພະຍາດ COVID-19 ສໍາລັບລູກຄ້າທີ່ເຂົ້າໄປຊື້ສິນຄ້າແມ່ນເບື້ອງຕົ້ນໄດ້ແນະນໍາໃຫ້ລ້າງມືດ້ວຍເຈວລ້າງມື ເຊິ່ງມີໃຫ້ບໍລິການ 2 ຈຸດຄື: ທາງເຂົ້າປະຕູຫຼັກ ແລະ ທາງເຂົ້າຮ້ານມີນີມາກ ຈາກນັ້ນໄດ້ກວດວັດແທກອຸນຫະພູມ ເຊິ່ງລູກຄ້າແຕ່ລະຄົນແມ່ນໃຫ້ການຮ່ວມມືເປັນຢ່າງດີ. 

     ສູນການຄ້າ CSC ປະກອບມີ 3 ແຫ່ງຄື: ຢູ່ປາກເຊ ແຂວງຈໍາປາສັກ 1 ແຫ່ງ ມີພະນັກງານ 256 ຄົນ ຢູ່ປາກຊັນ ແຂວງບໍລິຄໍາໄຊ 1 ແຫ່ງ ມີພະນັກງານ 87 ຄົນ ແລະ ນະຄອນຫຼວງວຽງຈັນ ຕັ້ງຢູ່ຖະໜົນ 450 ປີ ບ້ານໂຊກໃຫຍ່ ເມືອງໄຊເຊດຖາ 1 ແຫ່ງ ມີພະນັກງານ 181 ຄົນ ແຕ່ລະແຫ່ງໄດ້ເອົາໃຈໃສ່ໃນການປະຕິບັດຕາມແຈ້ງການຂອງຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການ

ແຜ່ລະບາດຂອງພະບາດ COVID-19 ຢ່າງເຄັ່ງຄັດ ແລະ ຢືນຢັນສູນການຄ້າແຕ່ລະສາຂາຂອງພວກເຮົາຍັງມີເຄື່ອງພ້ອມສະໜອງໃຫ້ລູກຄ້າຢ່າງພຽງພໍ ເນື່ອງຈາກວ່າທາງສູນການຄ້າໄດ້ມີການວາງແຜນໄວ້ໄປໄລຍະ 4-5 ເດືອນ ແລະ ຍັງເປີດໃຫ້ບໍລິການຂອງລູກຄ້າໄປຈົນກວ່າຈະມີແຈ້ງການສັ່ງປິດຂອງຂັ້ນເທິງ.

error: Content is protected !!