ປະເມີນນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບການລະບາດພະຍາດ COVID-19

ຄະ­ນະ​ສະ­ເພາະ​ກິດ ຮັບ­ຜິດ­ຊອບ​ຕິດ­ຕາມ​ຜົນ​ກະ­ທົບ ແລະ ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ ມາດ​ຕະ­ການ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ການ­ລະ­ບາດ­ພະ­ຍາດ COVID-19 ຕໍ່​ເສດ­ຖະ­ກິດ​ລາວ ຕາມ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 32/ນຍ ລົງ​ວັນ​ທີ 3 ເມ­ສາ 2020 ໄດ້​ຈັດ​ກອງ​ປະ­ຊຸມ​ຂຶ້ນ​ໃນ​ວັນ​ທີ 23 ກັນ­ຍາ 2020 ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ມີ​ບັນ­ດາ​ທ່ານ​ໃນ​ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ຄະ­ນະ​ນຳ​ຈາກ​ກະ­ຊວງ​ກ່ຽວ­ຂ້ອງ ລັດ​ວິ​ສາ​ຫະ​ກິດ ຕາງ­ໜ້າ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ເພື່ອ​ຊຸກ­ຍູ້ ແລະ ຕິດ­ຕາມ​ສະ­ພາບ​ການ​ຜັນ​ຂະ­ຫຍາຍ​ມາດ​ຕະ­ການ​ແກ້​ໄຂ ມາ​ຮອດ​ປັດ­ຈຸ­ບັນ ໄດ້​ຄົ້ນ­ຄວ້າ​ລົງ​ເລິກ​ເພື່ອ​ກຳ­ນົດ​ທິດ​ທາງ ນະ­ໂຍ­ບາຍ​ແກ້​ໄຂ ຟື້ນ​ຟູ​ເສດ­ຖະ­ກິດ​ໃນ 3 ເດືອນ​ທ້າຍ​ປີ ແລະ ໃນ​ປີ 2021 ໃຫ້​ເປັນ​ຮູບ​ປະ​ທຳ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຢ່າງ​ໄວ ຜົນ​ຂອງ​ກອງ​ປະ­ຊຸມ​ໃນ​ມື້­ນີ້ ໄດ້​ສັ່ງ​ລວມ​ເພື່ອ​ລາຍ​ງານ​ຕໍ່​ລັດ­ຖະ­ບານ​ເພື່ອ​ພິ­ຈາ­ລະ­ນາ​ໃນ​ຂັ້ນ​ຕໍ່​ໄປ. ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ທົ່ວ​ໂລກ ຍັງ​ສືບ­ຕໍ່​ເພີ່ມ​ທະ­ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ແຕ່​ລະ​ໄລ­ຍະ ເຊິ່ງ​ສະ­ພາບ​ດັ່ງ­ກ່າວ​ຍັງ​ສືບ­ຕໍ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ສະ­ພາບ​ເສດ­ຖະ­ກິດ ກໍ​ຄື​ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ໃນ​ທົ່ວ​ໂລກ ແລະ ພາກ​ພື້ນ ສະ­ພາບ​ດັ່ງ­ກ່າວ ສືບ­ຕໍ່​ເປັນ​ສິ່ງ​ທ້າ​ທາຍ​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຢູ່​ໃນ ສປປ ລາວ ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ສາ­ມາດ​ສະ­ກັດ​ກັ້ນ ແລະ ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄວ້​ໄດ້​ກໍ​ຕາມ ນັບ​ແຕ່​ເດືອນ​ເມ­ສາ 2020 ລັດ­ຖະ­ບານ​ກໍ​ໄດ້​ກຳ­ນົດ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ 10 ມາດ​ຕະ­ການ ແລະ 9 ນະ­ໂຍ­ບາຍ​ຕາມ​ຂໍ້​ຕົກ­ລົງ​ເລກ​ທີ 31/ນຍ ແລະ ຫຼັງ​ຈາກ​ນັ້ນ ກໍ​ໄດ້​ສືບ­ຕໍ່​ອອກ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພີ່ມ​ຕື່ມ ເພື່ອ​ແກ້​ໄຂ​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ ແລະ ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ທາງ​ດ້ານ​ເສດ­ຖະ­ກິດ​ຂອງ​ການ­ລະ­ບາດ­ພະ­ຍາດ ໂຄ​ວິດ-19 ໃນ​ໄລ­ຍະ​ຜ່ານ​ມາ ມາດ​ຕະ­ການ ແລະ ນະ­ໂຍ­ບາຍ​ດັ່ງ­ກ່າວ ໄດ້​ຊ່ວຍ​ແກ້​ໄຂ​ຫຼາຍ​ບັນ­ຫາ​ທີ່​ເກີດ​ຂຶ້ນ ເປັນ­ຕົ້ນ ການ​ຜ່ອນ­ຜັນ​ເລື່ອນ​ໄລ­ຍະ​ການ​ຊຳ­ລະ​ພາ­ສີ-ອາ­ກອນ ຕົ້ນ​ທຶນ ແລະ ດອກ​ເບ້ຍ​ສິນ​ເຊື່ອ ຄຸ້ມ​ຄອງ​ການ​ສະ­ໜອງ​ສິນ­ຄ້າ ຮັກ­ສາ​ລະ­ດັບ​ລາ­ຄາ​ສິນ­ຄ້າ ແລະ ແກ້​ໄຂ​ຂໍ້​ຫຍຸ້ງ­ຍາກ​ໃນ​ການ​ຈໍ​ລະ​ຈອນ​ສິນ­ຄ້າ ອຸດ​ໜູນ​ເງິນ​ຫວ່າງ​ງານ​ໃຫ້​ແກ່​ແຮງ​ງານ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ແລະ ຫຼຸດ​ຄ່າ​ບໍ­ລິ­ການ​ສາ​ທາ​ລະ​ນຸ​ປະ​ໂພກ ເຖິງ​ຢ່າງ­ໃດ​ກໍ​ຕາມ ການ­ລະ­ບາດ­ພະ­ຍາດ​ໂຄ​ວິດ-19 ຍັງ​ສືບ­ຕໍ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ຂະ­ແໜງ​ການ­ທ່ອງ­ທ່ຽວ ແລະ ການ​ບໍ­ລິ­ການ​ປິ່ນ​ອ້ອມ ຍັງ​ສືບ­ຕໍ່​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ສະ­ນັ້ນ ຈິ່ງ​ມີ​ຄວາມ​ຈຳ­ເປັນ​ລັດ­ຖະ­ບານ​ຈະ​ໄດ້​ປະ​ເມີນ​ຄືນ ບັນ­ດາ​ມາດ​ຕະ­ການ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຜ່ານ​ມາ ແລະ ຄົ້ນ­ຄວ້າ​ອອກ​ບາງ​ມາດ​ຕະ­ການ​ເພີ່ມ​ໃນ​ການ​ແກ້​ໄຂ​ສະ­ພາບ​ຜົນ​ກະ­ທົບ​ດັ່ງ­ກ່າວ.

error: Content is protected !!