ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ (ຄປປລ ນວ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນຄັ້ງທີ VIII ວັນທີ 22 ກັນຍາ 2020 ທີ່ສຳນັກງານປົກຄອງ ນວ ເປັນປະທານຂອງທ່ານນາງ ສຸມາລີ ທຳມະວົງ ເລຂາຊາວໜຸ່ມ ນວ ມີຮອງເລຂາ ບັນດາເລຂາຄະນະຊາວໜຸ່ມເມືອງ ພະແນກການ ແລະ ໂຮງຮຽນເອກະຊົນເຂົ້າຮ່ວມ.

ເພື່ອເຮັດໃຫ້ບັນດາສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ສະມາຊິກຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມເຂົ້າສູ່ລວງເລິກ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ດັ່ງກ່າວ ໂອກາດນີ້ ທ່ານນາງ ສຸມາລີ ທຳມະວົງ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ເຊິ່ງກອງປະຊຸມດັ່ງກ່າວນີ້ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ໃນນັ້ນ ໄດ້ຕີລາຕາດ້ານດີ ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດການເຄື່ອນໄຫວວຽກງານຜ່ານມາ ພ້ອມທັງເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2020 ຫາ 2025 ໄດ້ສຸມທຸກສະຕິປັນຍາໃນການຄົ້ນຄວ້າ ປະກອບຄຳຄິດເຫັນ ແລະ ເປັນເອກະພາບຮັບຮອງເອົາກົດລະບຽບຂອງຊາວໜຸ່ມ ແລະ ເຍົາວະຊົນ ຊຸດທີ VIII ແລະ ເນື້ອໃນກົດລະບຽບອື່ນໆຈຳນວນໜຶ່ງ ເພື່ອເປັນການສືບຕໍ່ຊີ້ນຳ-ນຳພາວຽກງານຊາວໜຸ່ມໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ດັ່ງນັ້ນ ໃນກອງປະຊຸມໃຫຍ່ດັ່ງກ່າວ ໄດ້ໃຊ້ສິດປ່ອນບັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ສະໄໝທີ VIII ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 41 ທ່ານ ຍິງ 8 ທ່ານ ໃນນັ້ນ ເລືອກເອົາ 37 ທ່ານ ຍິງ 8 ທ່ານ ໂດຍໄດ້ເລືອກເອົາທ່ານນາງ ສຸມາລີ ທຳມະວົງ ເປັນເລຂາ ຄປປລ ນວ ທ່ານ ອະນຸສອນ ວົງຄຳສອນ ທ່ານ ຫຸມແພງ ສີສົມບັດ ທ່ານ ພັນປະສົງ ໄຊຍະວົງສາ ທ່ານ ນາງ ລັດດາພອນ ປອນສາຍຄຳ ເປັນຮອງເລຂາ ຄປປລ ນວ.