ກອງປະຊຸມທາງໄກ ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານສົ່ງເສີມ SME ແລະ ການເຂົ້າຫາແຫຼ່ງທຶນຂອງ SME ຈັດຂຶ້ນວັນທີ 24 ກັນຍາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຮອງເຈົ້າແຂວງ-ນະຄອນຫຼວງ ຜູ້ຊີ້ນໍາເສດຖະກິດທົ່ວປະເທດ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້່ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກັນ ກ່ຽວກັບວຽກງານສົ່ງເສີມ SME ໃນທ້າຍສະໄໝແຜນພັດທະນາຂອງ SME ໂດຍລວມ ແລະ ຫຼັກການເຂົ້າຫາແຫຼ່ງທຶນຂອງ SME ພ້ອມທັງໃຫ້ມີເຂົ້າຮ່ວມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ສອບຖາມບັນຫາຕ່າງໆທີ່ມີຄວາມສົນໃຈຕື່ມອີກ.

# ຂ່າວ & ພາບ: ຂັນທະວີ