ເຈົ້າຄອງ ນວ ລົງຊຸກຍູ້ຟາມລ້ຽງງົວທ່ານ ພອນແກ້ວ ສິລິຈັກ ເມືອງນາຊາຍທອງ

    ວັນທີ 23 ກັນຍາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຢ້ຽມຢາມຟາມລ້ຽງງົວຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ໂດຍໃຫ້ການຕ້ອນຮັບຂອງທ່ານ ພອນແກ້ວ ສິລິຈັກ ເຈົ້າຂອງຟາມ.

     ໃນໂອກາດດັ່ງກ່າວ ທ່ານພອນແກ້ວ ສິລິຈັກ ໄດ້ລາຍງານໃຫ້ຮູ້ວ່າ: ຕົນໄດ້ບຸກເບີກເນື້ອທີ່ຟາມແຕ່ປີ 2015 ເບື້ອງຕົ້ນໄດ້ນໍາແບ້ມາລ້ຽງ 320 ໂຕ ມາຮອດທ້າຍປີ 2016 ເຫັນວ່າລ້ຽງແບ້ບໍ່ໄດ້ຮັບຜົນສຳເລັດ ກໍໄດ້ປ່ຽນເອົາງົວມາລ້ຽງປະມານ 100 ໂຕ ໃນນີ້ ໄດ້ລ້ຽງແບບປະຖົມປະຖານ ປ່ອຍຕາມທໍາມະຊາດ ຜົນໄດ້ຮັບກໍບໍ່ດີເທົ່າທີ່ຄວນ ມາຮອດທ້າຍປີ 2019 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ລົງມາເກັບກຳຂໍ້ມູນການລ້ຽງງົວ ແລະ ລະດົມໃຫ້ເຂົ້າຮ່ວມກັບໂຄງການຄຸນນະພາບຊີ້ນງົວລາວ ເພື່ອລ້ຽງງົວຂຸນ ແລະ ທາງຟາມກໍໄດ້ຕົກລົງເຮັດສັນຍາຮ່ວມໃນກາງເດືອນມີນາ 2020 ເມື່ອເຮັດສັນຍາແລ້ວ ທາງຟາມກໍໄດ້ກຽມດິນເນື້ອທີ່ດິນ 2 ເຮັກຕາ ແລະ ໄດ້ລົງມືຫວ່ານຝຸ່ນຊີວະພາບ ຫຼັງຈາກນັ້ນກໍຫວ່ານເມັດຫຍ້າ ໂດຍລົງທຶນເບື້ອງຕົ້ນ 50 ລ້ານກີບ ມາຮອດກາງເດືອນກໍລະກົດ 2020 ໄດ້ເລີ່ມເອົາງົວເຂົ້າຂຸນ ເຫັນໄດ້ວ່າແຕ່ລະເດືອນນໍ້າໜັກງົວແມ່ນເພີ່ມຂຶ້ນ 35-40 ກິໂລຕໍ່ໂຕ ໂດຍໄລຍະການລ້ຽງ 75 ມື້ຕໍ່ຊຸດ ຂາຍໃນລາຄາ 30 ພັນກີບຕໍ່ກິໂລ ຖ້າທຽບກັບການລ້ຽງເມື່ອກ່ອນແມ່ນມີຜົນດີຫຼາຍ ປັດຈຸບັນ ຟາມມີເນື້ອທີ່ 30 ເຮັກຕາ ມີງົວທັງໝົດ 185 ໂຕ ໃນນັ້ນເປັນງົວຂຸນ 75 ໂຕ ມີໂຮງເຮືອນລ້ຽງງົວ 5 ຫຼັງ ມີເນື້ອທີ່ປູກຫຍ້າທັງໝົດ 28 ເຮັກຕາ ເປົ້າໝາຍໃນການສົ່ງອອກຂອງຟາມ ເບື້ອງຕົ້ນຈະເລັ່ງໃສ່ຕະຫຼາດພາຍໃນກ່ອນ ນອກນີ້ ທາງຟາມໄດ້ສະເໜີຕໍ່ພາກສ່ວນກ່ຽວຂ້ອງ ໃຫ້ຊ່ວຍໃນການເຂົ້າຫາແຫຼ່ງທຶນເງິນກູ້ຍືມດອກຕໍ່າ ເພື່ອພັດທະນາຟາມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ.

ເຈົ້າຄອງ ນວ ລົງຊຸກຍູ້ຟາມລ້ຽງງົວທ່ານ ພອນແກ້ວ ສິລິຈັກ ເມືອງນາຊາຍທອງ

    ໃນຕອນທ້າຍ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໃຫ້ຂະແໜງການກ່ຽວຂ້ອງ ໃຫ້ການຊຸກຍູ້ສົ່ງເສີມເພື່ອສ້າງໃຫ້ເປັນຕົວແບບໃນການຜະລິດ ໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມຊາວກະສິກອນລ້ຽງງົວ ແລະ ລ້ຽງຄວາຍ ເພື່ອສະໜອງທາດຊີ້ນໃຫ້ແກ່ຜູ້ບໍລິໂພກນັບມື້ຫຼາຍຂຶ້ນ ພ້ອມນັ້ນ ຍັງໄດ້ຍ້ອງຍໍຊົມເຊີຍຄອບຄົວທ່ານ ພອນແກ້ວ ສິລິຈັກ ທີ່ໄດ້ຫັນການຜະລິດກະສິກໍາດ້ວຍການນໍາໃຊ້ເຕັກນິກທີ່ທັນສະໄໝ ນໍາເອົາບົດຮຽນທີ່ດີຂອງປະເທດນູແວນເຊລັງ ມາພັດທະນາການລ້ຽງງົວໃຫ້ຖືກຕ້ອງຕາມວິຊາການ ທັງເປັນການເຊື່ອມໂຍງກັບສາກົນ ສາມາດຜະລິດງົວຊີ້ນໃຫ້ມີຄຸນນະພາບໄດ້ມາດຕະຖານ ຖືກສຸຂະອະນາໄມ ພ້ອມນັ້ນ ຍັງເນັ້ນໃຫ້ເມືອງ ແລະ ໂຄງການຊ່ວຍສືບຕໍ່ໃຫ້ການຊ່ວຍເຫຼືອເພື່ອໃຫ້ຟາມມີການພັດທະນາຂະຫຍາຍຕົວຢ່າງເຂັ້ມແຂງ ສາມາດເປັນຕົວແບບໃຫ້ຊາວກະສິກອນໄດ້ມາຮຽນຮູ້ ແລະ ຖອດຖອນບົດຮຽນ ແນໃສ່ປຸກລະດົມໃຫ້ພໍ່ແມ່ຊາຊົນເຂົ້າຮ່ວມໂຄງການໃຫ້ຫຼາຍຂຶ້ນ.

error: Content is protected !!