ເນື້ອໃນຄໍລຳເກົ່າເຈົ້າເດີມ ປະຈຳວັນນີ້ ຜູ້ຂຽນໄດ້ຈັດສັນກັ່ນຕອງເລື່ອງໜ້າຮູ້ ກ່ຽວກັບເງື່ອນໄຂອັນຈຳ ເປັນທີ່ຄົນຂັບລົດຂັບຍົນຕ້ອງມີ ທັງນີ້ ກໍເພື່ອຮັບປະກັນຄວາມປອດໄພເວລາບັນຊາພວງມາໄລລົດຕາມຖະໜົນ ກໍຄື ການບັນຊາເຮືອບິນເຫາະເຫີນເວີ່ນຟ້າ ເງື່ອນໄຂທີ່ວ່ານີ້ໄດ້ຮັບການປະຕິບັດຢູ່ຫຼາຍໆປະເທດ ກໍຄື ໃນກຸ່ມປະເທດ ເຊັ່ນ:
ທີ່ປະເທດໄທ: ໜັງສືພີມ The Nation ປະຈຳວັນທີ 18 ມິຖຸນາ ປີ 2014 ໄດ້ເວົ້າກ່ຽວກັບແຜນ ການຂອງສະພາການແພດໄທ ໃນການເກືອດຫ້າມການຂັບຂີ່ສຳລັບຜູ້ເຈັບເປັນຍ້ອນພະຍາດບາງຊະນິດ ທີ່ເປັນອັນຕະລາຍສຳລັບການບັນຊາພວງມາໄລ ຫຼື ເຂົາລົດ ໃນແຜນເກືອດຫ້າມດັ່ງກ່າວນີ້ ທາງສະພາການແພດໄທໄດ້ອ້າງເຖິງເງື່ອນໄຂຂອງຕ່າງປະເທດທີ່ເຄີຍປະຕິບັດກັນ ເຊັ່ນ: ການຫ້າມຂັບລົດສຳລັບຄົນມີພະຍາດຫົວໃຈ ພະຍາດເບົາຫວານຊະນິດຮ້າຍແຮງ ກໍຄື ພະຍາດບ້າໝູ ທັງນີ້ ກໍເພາະວ່າບັນດາໂຊເຟີທີ່ມີພະຍາດທີ່ກ່າວມາຂ້າງເທິງນີ້ ຕິດຕົວໄດ້ສ້າງສະຖິຕິອຸບັດເຫດສູງມາແລ້ວຮອງຈາກຄວາມສ່ຽງຂອງການ “ເມົາແລ້ວຂັບ” ຢູ່ປະເທດໄທໄດ້ມີອຸບັດເຫດທາງລົດຮ້າຍແຮງເກີດຂຶ້ນ ໃນວັນທີ 11 ມິຖຸນາ ປີ 2014 ຢູ່ໜອງບົວລຳພູ ຊຶ່ງໄດ້ຂ້າຊີວິດນັກຮຽນຈຳນວນ 4 ຄົນ ຜູ້ກໍ່ເຫດມີພະຍາດບ້າໝູຕິດໂຕ ເປັນອະດີດອຳນວຍການໂຮງຮຽນ ຂ່າວບອກວ່າ ເຫດຮ້າຍເກີດຂຶ້ນເມື່ອພະຍາດບ້າໝູຂອງຜູ້ກ່ຽວແຜງລິດ ເຮັດໃຫ້ບໍ່ສາມາດຄວບຄຸມລົດໄດ້ ນີ້ຄືເຫດຜົນທີ່ບັງຄັບໃຫ້ທາງສະພາການແພດໄທ ລິເລີ່ມແຜນເກືອດຫ້າມຄົນທີ່ເປັນພະຍາດດັ່ງກ່າວມາຂ້າງເທິງຂັບລົດ ອີງຕາມຄຳເຫັນຂອງທາງສະພາການແພດໄທ ກົມຂົນສົ່ງທາງບົກພາກສ່ວນປະຊາຊົນ ແລະ ບັນດາຜູ້ປະກອບການໄດ້ເປັນເຈົ້າພາບຮ່າງຂໍ້ກຳນົດຂໍ້ຫ້າມດັ່ງກ່າວ ພາຍໃນຂໍ້ກຳນົດນີ້ ສະເໜີຂໍໃບອານຸຍາດຂັບຂີ່ທັງໝົດຍັງຕ້ອງໄດ້ບອກແຈ້ງ ກ່ຽວກັບມາດຕະຖານດ້ານສຸຂະພາບຂອງຕົນ ປະຫວັດກ່ຽວກັບພະຍາດ ພ້ອມທັງມີໃບຢັ້ງຢືນສຸຂະພາບຈາກທ່ານໝໍ ສະຖິຕິເມື່ອ 6 ປີຜ່ານມາຊີ້ໃຫ້ເຫັນວ່າ ຢູ່ໄທມີຄົນເປັນພະຍາດບ້າໝູ ລະຫວ່າງ 1,2 ຫາ 1,4 ລ້ານຄົນ.
ທີ່ສະຫະພາບເອີຣົບ: ເມື່ອ 5 ປີ ຢ້ອນຫຼັງທີ່ປະເທດຝຣັ່ງ ໄດ້ມີເຫດເຄື່ອງບິນຕົກຂັ້ນຮ້າຍແຮງທີ່ຂ້າຊີວິດ ຜູ້ຢູ່ໃນເຄື່ອງບິນຄັນນັ້ນທັງໝົດ 150 ຄົນ ຜ່ານສືບສວນ ສອບສວນຈຶ່ງຮູ້ວ່າ ອຸບັດເຫດເກີດຂຶ້ນໃນເວລາທີ່ຜູ້ຊ່ວຍນັກບິນ ເຮັດໜ້າທີ່ບັນຊາເຄື່ອງບິນທີ່ແທນນັກບິນແທ້ໄປເຂົ້າຫ້ອງນ້ຳ ຕາມປະຫວັດແລ້ວຜູ້ຊ່ວຍນັກບິນຄົນນັ້ນ ມີພະຍາດປະສາດປັ່ນປ່ວນປະຈຳຕົວ ແລະ ເຄີຍຄິດຈະຂ້າຕົວຕາຍມາກ່ອນແລ້ວ ອຸບັດເຫດຄັ້ງນີ້ ໄດ້ບັງຄັບໃຫ້ຄະນະກຳມະການເອີຣົບ (EC) ຮັບຮອງເອົາກົດລະບຽບທີ່ກຳນົດໃຫ້ບັນດາບໍລິສັດການບິນທັງໝົດ ຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ຕ້ອງເຮັດການກວດກາຢ່າງເຄັ່ງຄັດຮັດກຸມສະພາບທາງຈິດຂອງບັນດານັກ
ບິນ ກ່ອນຈະຮັບພວກພວກເຂົາເຈົ້າເຂົ້າປະຈຳການ ໃນໄລຍະກ່ອນໜ້ານັ້ນ ນັກບິນ ແລະ ສະມາຊິກຈຸບິນ ໃນເອີຣົບໄດ້ກວດສຸຂະພາບປະຈຳປີ ແຕ່ຜັດບໍ່ໄດ້ກວດສຸຂະພາບທາງຈິດ ຂໍ້ກຳນົດໃໝ່ນີ້ໄດ້ລະບຸວ່າ ນັກບິນທຸກຄົນຕ້ອງເຂົ້າຮ່ວມໂຄງການກວດກາສຸຂະພາບທາງຈິດ ບໍລິສັດການບິນຕ່າງປະເທດທີ່ມີຖ້ຽວບິນຜ່ານເອີຣົບຕ້ອງໄດ້ກວດສານກະຕຸ້ນທີ່ອອກລິດຕໍ່ປະສາດ ກໍຄື ທາດເຫຼົ້າໃນຮ່າງກາຍນັກບິນ ແລະ ຈຸບິນ ບໍ່ດັ່ງນັ້ນຈະຖືກຫ້າມບິນຜ່ານເອີຣົບ.