ທ່ານນາງ ເກດມະນີ ບັນດາສັກ ຄະນະປະຈຳ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ (ຄວສຜ ສປ ນວ) ພ້ອມຄະນະ ລົງຕິດຕາມກວດກາວຽກງານຂົງເຂດວັດທະນະທຳ-ສັງຄົມ ຢູ່ພະແນກສາທາລະນະສຸກ ນວ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສປ ນວ ໃນຂົງເຂດວັດທະນະທຳ-ສັງຄົມ ວັນທີ 22 ກັນຍາ 2020 ມີທ່ານນາງ ຄຳຟອງ ພູມວົງໄຊ ຮອງປະທານ ສປ ນວ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສປ ນວ ທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ໄຊພອນ ນັນທະພອນ ກ່າວວ່າ: ພະແນກສາທາລະນະສຸກ ນວ ມີພະນັກງານ 765 ຄົນ ຍິງ 548 ຄົນ ມີ 2 ຫ້ອງການ 8 ຂະແໜງການ ລະບົບຕາໜ່າງສາທາລະນະສຸກປະກອບມີຫ້ອງການສາທາລະນະສຸກເມືອງ 9 ແຫ່ງ ໂຮງໝໍຊຸມຊົນ 9 ແຫ່ງ ໂຮງໝໍນ້ອຍ 32 ແຫ່ງ ຖົງຢາປະຈຳບ້ານ 56 ຖົງ ຫ້ອງກວດພະຍາດເອກະຊົນ 377 ແຫ່ງ ຮ້ານຂາຍຢາເອກະຊົນ 595 ແຫ່ງ ຮ້ານຂາຍຢາພື້ນເມືອງ 9 ຮ້ານ ໄລຍະຜ່ານມາ ພະແນກສາທາລະນະສຸກ ນວ ໄດ້ເອົາໃຈໃສ່ປະຕິບັດຄາດໝາຍສູ້ຊົນທີ່ວາງອອກ ໂດຍສາມາດບັນລຸໄດ້ອັດຕາການຕາຍຂອງເດັກລຸ່ມ 1 ປີ ປະຕິບັດໄດ້ 6/1.000 ຄົນ ຕໍ່ເດັກເກີດມີຊິວິດ ທຽບໃສ່ແຜນການ 20/1.000 ຄົນ ອັດຕາການຕາຍຂອງເດັກລຸ່ມ 5 ປີ ປະຕິບັດໄດ້ 8/1.000 ຄົນ ຕໍ່ເດັກເກີດມີຊິວິດ ທຽບໃສ່ແຜນການ 25/1.000 ຄົນ ອັດຕາເດັກລຸ່ມ 5 ປີ ທີ່ລວງສູງຫຼຸດມາດຕະຖານ ປະຕິບັດໄດ້ 13,7% ທຽບໃສ່ແຜນການ 15% ອັດຕາເດັກນ້ຳໜັກຕ່ຳກວ່າມາດຕະຖານ 100 ຄົນ ປະຕິບັດໄດ້ 9,6% ທຽບໃສ່ແຜນການ 13% ອັດຕາປະຊາກອນຊົມໃຊ້ວິດຖ່າຍ ແລະ ນ້ຳສະອາດ 100% ຄັງປະກັນສຸຂະພາບຊຸມຊົນ ໄດ້ຂະຫຍາຍ 1,9% ທຽບໃສ່ປີ 2015 ຂອງຄອບຄົວທັງໝົດ ເຊິ່ງມີສະມາຊິກ 17.000 ກວ່າຄົນ ນອກນີ້ ຍັງມີໂຮງໝໍສູນກາງ 6 ແຫ່ງ ແລະ ໂຮງໝໍເອກະຊົນຈຳນວນໜຶ່ງທີ່ກະຊວງສາທາລະນະສຸກຄຸ້ມຄອງ (ຕັ້ງຢູ່ ນວ) ແຕ່ຍັງມີບາງຄາດໝາຍທີ່ຍັງບໍ່ສາມາດບັນລຸໄດ້ ເນື່ອງຈາກຂໍ້ມູນຈາກຖານຂໍ້ມູນສາທາລະນະສຸກຂັ້ນເມືອງບໍ່ຄົບຖ້ວນ ຍ້ອນການສົ່ງຕໍ່ຈາກໂຮງໝໍສູນກາງ ໂຮງໝໍເອກະຊົນ ແລະ ສ່ວນໜຶ່ງກໍໄປໃຊ້ບໍລິການຢູ່ຕ່າງປະເທດ.

ສຳລັບມາດຕະການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ແບ່ງເປັນ 3 ໄລຍະຄື: ໄລຍະທີ 1 (ໄລຍະເຝົ້າລະວັງ) ໄດ້ປະຕິບັດ 4 ມາດຕະການຫຼັກ ຄື: ການເຝົ້າລະວັງ ການໃຫ້ຂໍ້ມູນຂ່າວສານ ການກະກຽມສະຖານທີ່ໃນການຄຸ້ມຄອງກໍລະນີ ສ້າງລະບົບລາຍງານ ແລະ ການປະສານງານ ໄລຍະທີ 2 (ໄລຍະການລະບາດ) ພາຍຫຼັງທີ່ພົບກໍລະນີທຳອິດ ໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນ ນວ ໂດຍມີການເຝົ້າລະວັງຢູ່ດ່ານ ໃນການກັ່ນຕອງຜູ້ໂດຍສານຂາເຂົ້າ ແລະ ສູນກັກກັນ ເກັບຕົວຢ່າງເພື່ອຊອກຫາເຊື້ອໂຄວິດ-19 ສຳລັບວິທີການປ້ອງກັນການຕິດເຊື້ອ ໄດ້ລົງໂຄສະນາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຮ້າຍແຮງ ການຕິດຕໍ່ ແລະ ວິທີປ້ອງກັນຕົນເອງຈາກພະຍາດດັ່ງ ກ່າວ ພ້ອມທັງປຸກລະດົມໃຫ້ເຂົາເຈົ້າປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ໄລຍະທີ 3 (ໄລຍະການກັກກັນ) ເຊິ່ງໄດ້ເກັບຕົວຢ່າງຂອງຜູ້ທີ່ເດີນທາງເຂົ້າ ສປປ ລາວ ທຸກຄົນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ຕ້ອງໄດ້ກັກບໍລິເວນຕົນເອງ 14 ວັນ ຢູ່ສູນກັກກັນຊົ່ວຄາວທີ່ຄະນະສະເພາະກິດກຳນົດໄວ້ ນອກນີ້ ທ່ານຫົວໜ້າພະແນກສາທາລະນະສຸກຍັງໄດ້ລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນໄລຍະ 5 ປີ ຜ່ານມາ (2016-2020) ໂດຍມີການເຜີຍແຜ່ນິຕິກຳ ຄຳສັ່ງແນະນຳຕ່າງໆກ່ຽວກັບວຽກງານປ້ອງກັນ ຕ້ານ ຄວບຄຸມພະຍາດດັ່ງກ່າວ ແລະ ພະຍາດລະບາດຕາມລະດູການ ຕື່ມອີກ.
ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ສະເໜີບາງບັນຫາ ເປັນຕົ້ນດ້ານບຸກຄະລາກອນທີ່ປະກອບເຂົ້າໃນວຽກງານສາທາລະນະສຸກບໍ່ພຽງພໍ ຖ້າທຽບໃສ່ຄວາມຕ້ອງການຂອງປະຊາຊົນຊາວ ນວ ງົບປະມານໃນການກໍ່ສ້າງອາຄານໂຮງໝໍໃນ ນວ ຍັງມີຈຳກັດ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ກະກັດກັ້ນປະຊາຊົນທີ່ເດີນທາງມາຈາກປະເທດກຸ່ມສ່ຽງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງອາດຈະນຳເອົາພະຍາດດັ່ງກ່າວເຂົ້າມາ ສປປ ລາວ ກໍຄື ນວ.
ທ່ານປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພະແນກສາທາລະນະສຸກ ນວ ຍາດມາໄດ້ຫຼາຍດ້ານ ແລະ ເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາໂຮງໝໍເອກະຊົນ ຮ້ານຂາຍຢາທີ່ສ້າງຕັ້ງຂຶ້ນໃນ ນວ ທີ່ບໍ່ຖືກຕ້ອງຢ່າງເຂັ້ມງວດ ແລະ ໄດ້ຮັບເອົາທຸກຄຳສະເໜີ ເພື່ອຈະນຳສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າ ແລະ ພິຈາລະນາແກ້ໄຂໃນຕໍ່ໜ້າ.