ເຈົ້າຄອງ​ ນວ ລົງຊຸກຍູ້ຟາມນົກກະຈອກເທດ ເມືອງນາຊາຍທອງ

       ໃນຕອນເຊົ້າຂອງ ວັນທີ 23 ກັນຍາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ ໄດ້ລົງຢ້ຽມຍາມຊຸກຍູ້ຂະບວນການຜະລິດຢູ່ເມືອງນາຊາຍທອງ ໂດຍການນໍາພາຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ.

   ການເຄື່ອນໄຫວຄັ້ງນີ້ ທ່ານ​ເຈົ້າຄອງໄດ້ລົງຢ້ຽມຢາມຟາມນົກກະຈອກເທດ ຢູ່ບ້ານຖໍ້າ​ ເມືອງນາຊາຍທອງ​ ເຊິ່ງໃຫ້ການຕ້ອນຮັບ ຂອງທ່ານ ແກ້ວສັນຕິສຸກ ໄຊຄໍາວົງ ເຈົ້າຂອງຟາມນົກກະຈອກເທບ ໂອກາດດັ່ງກ່າວ​ ທ່ານຍັງໄດ້ລາຍງານໃຫ້ຮູ້ວ່າ: ນົກກະຈອກເທດ ເປັນສັດເສດຖະກິດ ມີລາຄາສູງ ລ້ຽງງ່າຍ ແລະ ເປັນທີ່ຕ້ອງການຂອງຜູ້ບໍລິໂພກ ໂດຍໄດ້ນໍາມາລ້ຽງແຕ່ທ້າຍປີ 2019 ເປັນຕົ້ນມາໃນເນື້ອທີ່ 8 ເຮັກຕາ ໃນນີ້ຈັດສັນເປັນບ່ອນປູກຫຍ້າ 3 ໄລ່ ແລະ ລ້ຽງນົກ 1 ໄລ່ ມີນົກທັງໝົດ 35 ໂຕ ໃນນັ້ນເປັນແມ່ພັນ 20 ໂຕ ໂດຍໂຕໜຶ່ງມີນ້ຳໜັກສະເລ່ຍ 150 ກິໂລ ມີສາມສາຍພັນຄື: ຄໍແດງ ຄໍດໍາ ແລະ ຄໍຟ້າ ເຊິ່ງນົກໂຕໜຶ່ງສາມາດຜະລິດໄຂ່ໄດ້ 65 ໜ່ວຍຕໍ່ປີ ໃນປີຜ່ານມາທາງຟາມສາມາດຟັກໄຂ່ໄດ້ 200 ໂຕ ສຳລັບການຈຳໜ່າຍປະເພດນົກນ້ອຍທີ່ມີອາຍຸ 1-2 ເດືອນ ລາຄາ 1.800.000 ກີບຕໍ່ໂຕ ນົກລຸ້ນກາງ ອາຍຸ 6-7 ເດືອນ ນ້ຳໜັກສະເລ່ຍ 60 ກິໂລ ລາຄາ 6 ລ້ານກີບ ໂດຍຜ່ານການລ້ຽງມາເຫັນໄດ້ວ່າມີຜົນຕອບຮັບທີ່ດີ ແລະ ຍັງບໍ່ພຽງພໍກັບຄວາມຕ້ອງການ ສ່ວນທິດທາງແຜນການຈະໄດ້ສຶບຕໍ່ຂະຫຍາຍພັນໃຫ້ຫຼາຍຂຶ້ນ ແລະ ທ່ານໃດ ຫາກສົນໃຈຢາກຮຽນຮູ້ສຶກສາຂໍ້ມູນການລ້ຽງກໍ່ສາມາດເຂົ້າມາຕິດຕໍ່ພົວພັນເອົາຂໍ້ມມູນນຳຟາມໄດ້.

     ໂອກາດນີ້ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ປະກອບການລ້ຽງນົກກະຈອກເທບ ທີ່ມີແນວຄິດທີ່ດີໃນການສ້າງເສດຖະກິດຄອບຄົວ ແລະ ນຳຄວາມຮູ້ທີ່ຕົນເອງໄດ້ມາໃຫ້ເກີດປະໂຫຍດ ພ້ອມນັ້ນທ່ານຍັງເນັ້ນໃຫ້ສືບຕໍ່ ແລະ ຂະຫຍາຍການລ້ຽງນົກຕື່ມອີກ ຄຽງຄູ່ກັບການປູກພຶດ ໂດຍສະເພາະແມ່ນໜໍ່ໄມ້ລ້ຽງນ້ອງເພາະເປັນທີ່ຕ້ອງການຂອງຕະຫຼາດໃນປັດຈຸບັນ.

ເຈົ້າຄອງ​ ນວ ລົງຊຸກຍູ້ຟາມນົກກະຈອກເທດ ເມືອງນາຊາຍທອງ
ເຈົ້າຄອງ​ ນວ ລົງຊຸກຍູ້ຟາມນົກກະຈອກເທດ ເມືອງນາຊາຍທອງ
ເຈົ້າຄອງ​ ນວ ລົງຊຸກຍູ້ຟາມນົກກະຈອກເທດ ເມືອງນາຊາຍທອງ
error: Content is protected !!