ຢາກໃຫ້ທ່ານຜູ້ອ່ານເຂົ້າໃຈຕື່ມ ໃນກໍລະນີການກັກຂັງ ແລະ ການປ່ອຍຕົວພາງ ໃນຂະບວນການຂອງການດຳເນີນີຄະດີອາຍາ ຄວາມຈິງມັນກໍມີຫຼາຍຂັ້ນ ຫຼາຍຕອນ, ມີຫຼາຍອົງການທີ່ມີສ່ວນກ່ຽວຂ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ນັບແຕ່ເວລາໄດ້ຮັບການລາຍງານເຫດການ ຫຼື ນັບແຕ່ເວລາໄດ້ມີການຮ້ອງຟ້ອງ ຂອງຜູ້ຖືກເສຍຫາຍ ຫຼື ການຈັດຕັ້ງກ່ຽວກັບການກະທຳຜິດ, ມີການເຂົ້າມອບຕົວຂອງຜູ້ກະທຳຜິດ, ພົບເຫັນຮ່ອງຮອຍຂອງການກະທຳຜິດ ໂດຍອົງການສຶບສວນ-ສອບສວນ ຫຼື ອົງການໄອຍະການເປັນຕົ້ນມາ. ສະນັ້ນ, ພາຍຫລັງທີ່ໄດ້ຮັບການລາຍງານ ຫຼື ການແຈ້ງຄວາມກ່ຽວກັບເຫດການກະທຳຜິດ ເຈົ້າໜ້າທີ່ສຶບສວນ-ສອບສວນອາດຈະນຳໃຊ້ມາດຕະການຕ່າງໆເຊັ່ນ ການກັກຕົວ, ການຈັບຕົວ, ການກັກຂັງພາງ, ການປ່ອຍຕົວພາງ ແລະ ມາດຕະການອື່ນໆທີ່ຈຳເປັນຈຳນວນໜຶ່ງ.
ສຳລັບການກັກຂັງພາງ ແມ່ນການກັກຂັງຊົ່ວຄາວ ກ່ອນຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.ການກັກຂັງພາງ ຕ້ອງມີຄຳສັ່ງເປັນລາຍລັກອັກສອນ ຂອງອົງການໄອຍະການ ຫຼື ສານ ແລະ ຕ້ອງອີງໃສ່ເງື່ອນໄຂຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 139 ຂອງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ. ຜູ້ຖືກກັກຂັງພາງ ຕ້ອງນຳໄປກັກຂັງ ໂດຍແຍກຕ່າງຫາກ ຈາກນັກໂທດ ແລະ ຕ້ອງຢູ່ໃນເງື່ອນໄຂທີ່ເໝາະສົມ ເພາະຍັງຖືວ່າ ຜູ້ກ່ຽວເປັນຜູ້ບໍລິສຸດຢູ່ເນື່ອງຈາກວ່າ ສານຍັງບໍ່ທັນໄດ້ຕັດສີນ. ກຳນົດເວລາການກັກຂັງພາງ ໃຫ້ປະຕິບັດຕາມມາດຕາ 111 ຂອງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ ແລະ ໃຫ້ນັບເຂົ້າໃນເວລາການປະຕິບັດໂທດ. ສ່ວນການປ່ອຍຕົວພາງ ແມ່ນການປ່ອຍຜູ້ຖືກຫາຊົ່ວຄາວ ກ່ອນການຕັດສີນຂອງສານ. ການປ່ອຍຕົວພາງຕ້ອງມີຄຳສັ່ງເປັນລາຍລັກອັກສອນ ຂອງຫົວໜ້າອົງການໄອຍະການ ຫຼື ສານ.
ໃນເວລາດຳເນີນຄະດີ ຫົວໜ້າອົງການໄອຍະການ ຫຼື ສານ ອາດຕົກລົງປ່ອຍຕົວພາງໂດຍໜ້າທີ່ ຫຼື ປ່ອຍຕາມຄໍ່ຮ້ອງຂໍຂອງຜູ້ຖືກຫາ, ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່, ຜູ້ຕາງໜ້າ, ຜົວ ຫຼື ເມຍ, ຜູ້ປົກຄອງ, ພໍ່, ແມ່ ຫຼື ຍາດພີ່ນ້ອງໃກ້ຊິດ ຂອງຜູ້ຖືກຫາກໍໄດ້.
ແຕ່ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ການປ່ອຍຕົວພາງດຳເນີນໄປຢ່າງຖືກຕ້ອງນັ້ນ ກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາກໍໄດ້ກຳນົດເງື່ອນໄຂໄວ້ຢ່າງຈະແຈ້ງເພື່ອໃຫ້ຜູ້ມີຈຸດປະສົງໄດ້ປະຕິບັດດັ່ງນີ້:
- ເປັນການກະທຳຜິດໃນສະຖານໂທສານຸໂທດ ທີ່ກົດໝາຍກຳນົດໂທດຕັດອິດສະລະພາບແຕ່ ສາມປີລົງມາ ຍົກເວັ້ນການກະທຳຜິດທີ່ບໍ່ເຂັດຫຼາບ ຫຼື ເປັນອາຈີນ;
- ມີຂໍ້ມູນ ຫຼື ພື້ນທີ່ທີ່ພາໃຫ້ເຊື່ອໝັ້ນວ່າ ຜູ້ຖືກຫາ ຫຼື ຈຳເລີຍ ຈະບໍ່ເອົາຕົວຫຼົບໜີ, ຈະບໍ່ໄປທຳລາຍຫຼັກຖານ, ຈະບໍ່ໄປກະທຳຜິດໃໝ່ອີກ, ຈະບໍ່ໄປທຳຮ້າຍຜູ້ຖືກເສຍຫາຍ, ພະຍານ ຫຼື ຜູ້ຖືກຫາຈະບໍ່ຖືກທຳຮ້າຍຈາກຜູ້ອື່ນ. ໃນການປ່ອຍຕົວພາງ ຕາມຄຳຮ້ອງຂໍ ຂອງຜູ້ຖືກຫາ, ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່, ຜູ້ຕາງໜ້າ, ຜົວ ຫຼື ເມຍ, ຜູ້ປົກຄອງ, ພໍ່ ຫຼື ແມ່ ຫຼື ຍາດພີ່ນ້ອງໃກ້ຊິດ ຂອງຜູ້ຖືກຫານັ້ນ ໃຫ້ວາງເງິນຄ້ຳປະກັນຕາມແຕ່ລະກໍລະນີ.
ໃນກໍລະນີທີ່ ຜູ້ຖືກປ່ອຍຕົວພາງ ຫາກເອົາຕົວຫຼົບໜີຈາກການດຳເນີນຄະດີ ເງິນທີ່ເອົາມາຄ້ຳປະກັນນັ້ນ ກໍຈະນຳມາໃຊ້ແທນຄ່າເສຍຫາຍກ່ອນ ຖ້າຍັງເຫຼືອຈາກການໃຊ້ແທນ ໃຫ້ຮີບເປັນຂອງລັດ ຕາມຄຳຕັດສີນຂອງສານ. ຖ້າຜູ້ກ່ຽວຫາກປະຕິບັດພັນທະຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂການປ່ອຍຕົວພາງແລ້ວ ເງິນທີ່ເອົາມາຄ້ຳປະກັນນັ້ນ ກໍຈະຖືສົ່ງຄືນໃຫ້ຜູ້ທີ່ນຳມາຄ້ຳປະກັນ. ດັ່ງນັ້ນ, ຫາກບຸກຄົນ ຫຼື ການຈັດຕັ້ງໃດຈະຂໍປ່ອຍຕົວຜູ້ ຖືກຫາ ຫຼື ຈຳເລີຍຊຶ່ງເປັນລູກ, ເປັນຫຼານ, ເປັນຜົວ ,ເປັນເມຍ, ເປັນຜູ້ທີ່ຢູ່ໃຕ້ການຄຸ້ມຄອງຂອງຕົນ ແມ່ນໃຫ້ປະຕິບັດຕາມທີ່ກົດໝາຍໄດ້ກຳນົດໄວ້ນີ້ດ້ວຍ. ໃນກໍລະນີຫາກຄຳຮ້ອງຂໍປ່ອຍຕົວບໍ່ໄດ້ຮັບການແກ້ໄຂ ຕ້ອງເຂົ້າໃຈວ່າ ການກະທຳຜິດຂອງຜູ້ທີ່ຈະຂໍປ່ອຍຕົວນັ້ນ ບໍ່ແມ່ນການກະທຳຜິດ ສະຖານໂທສານຸໂທດ (ໂທດສາມປີລົງມາ) ຫຼື ເປັນການກະທຳຜິດສະຖານໂທນຸໂທດກໍຕາມ ຖ້າຫາກຜູ້ຂໍປ່ອຍຕົວພາງ ນັ້ນຫາກເປັນກະທຳທີ່ບໍ່ເຂັດຫຼາບ(ໝາຍຄວາມວ່ຜູ້ກ່ຽວເຄີຍກະທຳຜິດມາແລ້ວ ແລະ ສານໄດ້ຕັດສີນລົງໂທດຕັດອິດສະລະພາບອີກ ຍ້ອນລາວມີເຈດຕະນາໄປກະທຳຜິດອີກໃນສະຖານດຽວກັນ ຫຼື ຄ້າຍຄືກັນໃນກຳນົດເວລາ 5 ປີ ສຳລັບໂທດຖານໂທສານຸໂທດ) ອົງການທີ່ກ່ຽວຂ້ອງກໍຈະບໍ່ອະນຸຍາດໃຫ້ມີການປ່ອຍຕົວພາງໄດ້.
ໂດຍ: ໄມ້ງັດ