ຮຽກຮ້ອງໃຫ້ຮ້ານອາຫານຮ້ານກິນດື່ມຢຸດບໍລິການຊົ່ວຄາວເພື່ອປ້ອງກັນ COVID-19 

    ວັນທີ 25 ມີນາ 2020 ຄະນະກໍາມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ນໍາໂດຍທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງຕິດຕາມກວດກາ ແລະ ແນະນໍາຜູ້ປະກອບການທຸລະກິດຮ້ານບັນເທີງ ຄາຣາໂອເກະ ຮ້ານນວດ-ສະປາ ລວມເຖິງຮ້ານອາຫານ ຮ້ານກິນດື່ມ ແລະ ອື່ນໆ ທີ່ມີລູກຄ້າຈໍານວນຫຼາຍນັ່ງກິນເປັນກຸ່ມຢູ່ກັບຮ້ານ ໃຫ້ຢຸດເຊົາບໍລິການຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19.

    ການລົງຕິດຕາມກວດກາຄັ້ງນີ້ ໄດ້ສືບຕໍ່ກວດກາບັນດາຮ້ານທີ່ມີຄວາມສ່ຽງ ຮ້ານທີ່ໄດ້ຮັບການຮ້ອງຮຽນ ໃຫ້ລົງມາກວດກາຈາກປະຊາຊົນອ້ອມຂ້າງທີ່ຕັ້ງຂອງຮ້ານ ລວມທັງບັນດາຮ້ານທີ່ຄະນະກໍາມະການສະເພາະກິດໄດ້ແນະນໍາໃຫ້ຢຸດເຊົາຊົ່ວຄາວ ແຕ່ວັນທີ 20 ມີນາ 2020 ຢູ່ເຂດເມືອງຈັນທະບູລີ ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ເພື່ອໃຫ້ຢຸດເຊົາການບໍລິການ ແລະ ປະຕິບັດຕາມແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ເປັນຕົ້ນຮ້ານອາຫານຂອບໃຈເດີ ຮ້ານ Mix ວຽງຈັນ (ນໍ້າພຸ) ຮ້ານ VICTOR ຮ້ານຄາຣາໂອເກະ Th ຮ້ານອາຫານດົງແຊງ ຮ້ານອາຫານດີດີ້ ຮ້ານ 3434 ຮ້ານເພື່ອນເບຍ ຮ້ານເຮົາ ຮ້ານ 89 ຊິວຊິວ ຮ້ານຣັອດຊີ່ ບັນດາຮ້ານສາວບໍລິການເຂດບ້ານໂພນປ່າເປົ້າ ຮ້ານຫຼ້າປີ້ງແບ້ ຮ້ານກັບຕັນແຈັກ ຮ້ານອິນແປງ ຮ້ານນໍ້າຝົນ ຮ້ານໂຣແມນຕິກ ຮ້ານປີ້ງເປັດແອນນາ ບັນດາຮ້ານອາຫານເຂດເຊັນເຕີພອຍຫອຍແຄງ ຮ້ານຄາຣາໂອເກະວັອດຄັບ ແລະ ອື່ນໆ.

    ຜ່ານການກວດກາບັນດາຮ້ານບໍລິການດັ່ງກ່າວ ໄດ້ໃຫ້ການຮ່ວມມື ແລະ ມີຄວາມຕື່ນຕົວຢຸດເຊົາການບໍລິການເປັນສ່ວນໃຫຍ່ ເປັນຕົ້ນຮ້ານ Mix ວຽງຈັນ (ນໍ້າພຸ) ຮ້ານຄາຣາໂອເກະ Th ຮ້ານດົງແຊງ ຮ້ານອາຫານດີດີ້ ຮ້ານ 3434 ຮ້ານເພື່ອນເບຍ ຮ້ານເຮົາ ຮ້ານ 89 ຊິວຊິວ ຮ້ານຣັອດຊີ່ ຮ້ານກັບຕັນແຈັກ ຮ້ານນໍ້າຝົນ ຮ້ານຄາຣາໂອເກະວັອດຄັບ ແລະ ມີຫຼາຍຮ້ານທີ່ໄດ້ເປີດບໍລິການແຕ່ບໍ່ຮັບລູກຄ້າ ໝາຍວ່າໃຫ້ລູກຄ້າຊື້ໃສ່ຖົງໄປກິນຢູ່ເຮືອນຕົນເອງ ເປັນຕົ້ນຮ້ານປີ້ງເປັດແອນນາ ຮ້ານອາຫານໂຣແມນຕິກ ແລະ ອື່ນໆ ນອກນີ້ ຍັງມີຫຼາຍຮ້ານທີ່ຍັງບໍ່ທັນຢຸດບໍລິການ ເປັນຕົ້ນບັນດາຮ້ານສາວບໍລິການເຂດບ້ານໂພນປ່າເປົ້າ ຮ້ານອາຫານ VICTOR ຮ້ານອາຫານຂອບໃຈເດີ ຮ້ານຫຼ້າປີ້ງແບ້ ບັນດາຮ້ານອາຫານເຂດເຊັນເຕີພອຍຫອຍແຄງ ແລະ ອື່ນໆ ໃນນີ້ ຄະນະກໍາມະການສະເພາະກິດໄດ້ກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ ສໍາລັບຮ້ານທີ່ຍັງບໍ່ຢຸດເຊົາບໍລິການ ແນະນໍາໃຫ້ບັນດາຮ້ານທີ່ມີເງື່ອນໄຂ ໂດຍສະເພາະຮ້ານອາຫານຫັນມາບໍລິການໃສ່ກ໋ອງ ຫຼື ຖົງໄປກິນຢູ່ເຮືອນ ສະແດງຄວາມຊົມເຊີຍສໍາລັບຮ້ານທີ່ໃຫ້ການຮ່ວມມື ແລະ ປະຕິບັດແຈ້ງການຢ່າງເຂັ້ມງວດ ແລະ ຮຽກຮ້ອງໃຫ້ບັນດາຮ້ານທີ່ຍັງເປີດບໍລິການ ຢຸດເຊົາຊົ່ວຄາວ ແລະ ປະຕິບັດແຈ້ງການຂອງຂັ້ນເທິງທີ່ໄດ້ແຈກຢາຍໃຫ້ແລ້ວຢ່າງເຂັ້ມງວດ ເພື່ອປະກອບສ່ວນປ້ອງກັນການແຜ່ລະບາດຂອງພະຍາດ COVID-19. 

error: Content is protected !!