ຄວາມສາມາດທາງດ້ານກົດໝາຍຂອງບຸກຄົນ ແມ່ນຄວາມສາມາດຂອງບຸກຄົນໃນການມີ ສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ນັບແຕ່ວັນບຸກຄົນນັ້ນ ເກີດອອກມາມີຊີວິດ ແລະ ສິ້ນສຸດລົງນັບແຕ່ເວລາບຸກຄົນນັ້ນເສຍຊີວິດ.
ຕົວຢ່າງ: ນາງ ຈຸກ ເກີດລູກອອກມາຍັງບໍ່ທັນມືນຕາມາເຫັນໂລກກໍຕາມ ແຕ່ລູກຂອງນາງ ຈຸກ ກໍມີສິດຕາມທີ່ກົດໝາຍໃຫ້ ເຊັ່ນ ສິດໃນການສືບທອດມູນມໍລະດົກ ສິດໃນກຳມະສິດສິ່ງໃດໜຶ່ງທີ່ໄດ້ມອບໃຫ້ຜູ້ກ່ຽວສະເພາະ ແຕ່ໃນທາງກົງກັນຂ້າມ ຖ້ານາງ ຈຸກ ເກີດລູກອອກມາແລ້ວເສຍຊີວິດ ກໍສະແດງວ່າລູກຂອງນາງ ຈຸກ ກໍສິ້ນສຸດສິດຂອງຕົນ.
ພົນລະເມືອງລາວລ້ວນແຕ່ມີສິດຕາມກົດໝາຍເທົ່າທຽມກັນ ຊຶ່ງໄດ້ລະບຸໄວ້ໃນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ກໍມີຄວາມສາມາດທາງດ້ານກົດໝາຍ ຄືກັນກັບພົນລະເມືອງລາວ ເວັ້ນເສຍແຕ່ກົດໝາຍ ຫຼື ສົນທິສັນຍາ ຫາກໄດ້ກຳນົດໄວ້ເປັນຢ່າງອື່ນ.
ເນື້ອໃນຄວາມສາມາດທາງດ້ານກົດໝາຍຂອງບຸກຄົນແມ່ນ ສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໄວ້ກົດໝາຍ.
ຕົວຢ່າງ: ທ້າວ ເວນ (ຄົນຕ່າງປະເທດ) ຖືກທຳຮ້າຍຮ່າງກາຍ ຜູ້ກ່ຽວກໍມີສິດໃນການຮ້ອງຟ້ອງບຸກຄົນຜູ້ກະທຳ ເພື່ອໃຫ້ອົງການກ່ຽວຂ້ອງດຳເນີນຄະດີຕໍ່ຜູ້ກະທຳຜິດ ຊຶ່ງເປັນພົນລະເມືອງລາວ ຕາມຂະບວນການຍຸຕິທຳຂອງ ສປປ ລາວ.
ໃນກໍລະນີທີ່ນາງ ຈອນຈັນ ເປັນຄົນຕ່າງປະເທດຫາກມາດຳເນີນທຸລະກິດຢູ່ ສປປ ລາວ ຜູ້ກ່ຽວກໍມີພັນທະໃນການເສຍພາສີ-ອາກອນໃຫ້ລັດຕາມກົດໝາຍຂອງ ສປປ ລາວ.
ໂດຍ: ໄມ້ງັດ