ເພື່ອຄວາມປອດໄພຂອງແມ່ຍິງ

ການ​ສະ­ກັດ​ກັ້ນ​ເພື່ອ​ບໍ່​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ການ​ນາບ​ຄູ່​ຕໍ່​ແມ່­ຍິງ​ນັ້ນ ແມ່ນ​ໜຶ່ງ​ໃນ​ບັນ­ດາ​ມາດ​ຕະ­ການ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ຂອງ​ບົດ­ບາດ ຍິງ-ຊາຍ ບົນ​ພື້ນ­ຖານ​ຄວາມ​ສະ ເໝີ​ພາບ​ທາງ​ດ້ານ​ການ­ເມືອງ ເສດ­ຖະ­ກິດ ແລະ ສັງ­ຄົມ ຄໍ​ລຳ​ປະ­ຈຳ​ວັນ​ນີ້ ຂໍ​ສະ­ເໜີ​ບາງ​ບົດ­ຮຽນ​ຈາກ​ຍີ່­ປຸ່ນ ອິນ​ໂດ​ເນ​ເຊຍ ແລະ ໄທ ໃນ​ການ​ປົກ​ປ້ອງ​ແມ່­ຍິງ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການ​ລວນ​ລາມ​ທາງ​ເພດ.

ທີ່​ຍີ່­ປຸ່ນ: ໃນ​ຕົ້ນ​ເດືອນ​ມີ­ນາ 2017 ທາງ​ການ​ຍີ່­ປຸ່ນ​ໄດ້​ຮັບ­ຮອງ​ເອົາ​ຮ່າງ​ກົດ­ໝາຍ​ສະ­ບັບ​ປັບ­ປຸງ ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ທາງ​ເພດ ເພື່ອ​ປ່ຽນ​ແທນ​ກົດ­ໝາຍ​ສະ­ບັບ​ເກົ່າ​ທີ່​ມີ​ອາ­ຍຸ​ໃຊ້​ງານ​ມາ​ແລ້ວ 110 ປີ (ໃນ​ປີ 2017) ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ໄດ້​ກຳ­ນົດ​ໂທດ​ໜັກ​ຂຶ້ນ​ສຳ­ລັບ​ຜູ້​ທີ່​ກໍ່​ຄະ­ດີ​ອາ​ຊະ​ຍາ​ກຳ​ທາງ​ເພດ ໄປ​ພ້ອມ​ກັບ​ປັບ­ປຸງ​ຂັ້ນ​ຕອນ​ການ​ພິ­ຈາ­ລະ­ນາ​ຕັດ­ສິນ​ຄະ­ດີ​ດັ່ງ­ກ່າວ​ໃຫ້​ງ່າຍ­ດາຍ​ຂຶ້ນ ໃນ​ຊຸມ​ປີ​ກ່ອນ​ໜ້າ​ນັ້ນ ບັນ­ດາ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ ແລະ ກຸ່ມ​ຄົນ​ທີ່​ສະ­ໜັບ­ສະ­ໜູນ​ພວກ​ເຂົາ­ເຈົ້າ (ບັນ­ດາ​ເຫຍື່ອ) ໄດ້​ອອກ­ສຽງ​ທັກ​ທ້ວງ​ວ່າ ກົດ­ໝາຍ​ສະ­ບັບ​ເກົ່າ ຊຶ່ງ​ມີ​ຜົນ​ສັກ­ສິດ ໃນ​ປີ 1907 ນັ້ນ​ລ້າ​ສະ­ໄໝ ແລະ ການ​ກຳ­ນົດ​ໂທດ​ຕໍ່​ຜູ້​ກໍ່​ຄະ­ດີ​ທາງ​ເພດ​ກໍ​ເບົາ­ບາງ​ໂພດ ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ໄດ້​ກຳ­ນົດ​ໂທດ​ຕ່ຳ​ສຸດ ສຳ­ລັບ​ຜູ້​ຂົ່ມ­ຂືນ​ກະ­ທຳ​ສຳ​ເລົາ​ຄົນ​ອື່ນ ເປັນ​ເວ­ລາ 5 ປີ ເພີ່ມ​ຂຶ້ນ​ຈາກ 3 ປີ ໃນ​ກົດ­ໝາຍ​ສະ­ບັບ​ເກົ່າ ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ທີ່​ໄດ້​ໃຫ້​ຄຳ​ນິ​ຍາມ “ເຫຍື່ອ​ການ​ຂົ່ມ­ຂືນ” ທີ່​ໄດ້​ກວມ​ເອົາ​ທັງ​ເພດ​ຍິງ ແລະ ຊາຍ.

ທີ່​ອິນ​ໂດ​ເນ​ເຊຍ: ໃນ​ກາງ​ເດືອນ​ທັນ­ວາ ປີ 2019 ທ່ານ ເອ​ຣິກ ໂທ​ເຮຍ (Erick Thohir) ລັດ­ຖະ­ມົນ­ຕີ​ກະ­ຊວງ​ລັດ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນ­ດາ​ຫົວ­ໜ່ວຍ​ລັດ​ວິ​ສາ​ຫະ​ກິດ​ໃນ​ທົ່ວ​ປະ­ເທດ​ເອົາ​ມາດ​ຕະ­ການ​ປົກ​ປ້ອງ​ພະ­ນັກ­ງານ​ເພດ​ຍິງ​ຈາກ​ການ​ລວນ​ລາມ​ທາງ​ເພດ ເຫດ­ການ​ທີ່​ເປັນ​ຊະ​ນວນ​ໃຫ້​ມີ​ຄຳ​ສັ່ງ​ນີ້​ອອກ​ມາ​ກໍ​ເພາະ­ວ່າ ມີ​ກໍ­ລະ­ນີ​ບັນ­ດາ​ນາງ​ອາ­ກາດ (ສາວ​ໂອ​ແຕັສ) ປະ­ຈຳ​ສາຍ​ການ­ບິນ ແຫ່ງ​ຊາດ ກາ​ຣູ​ດາ (Garuda) ທີ່​ເປັນ​ບໍ­ລິ­ສັດ ລັດ​ວິ​ສາ​ຫະ​ກິດ​ຖືກ​ບັນ­ດາ​ເຈົ້າ​ນາຍ​ໃນ​ບໍ­ລິ­ສັດ​ຂູດ​ຮີດ​ທາງ​ເພດ ເລື່ອງ​ລີ້​ລັບ​ສັບ​ຊ້ອນ​ກ່ຽວ​ກັບ​ວ່າ ບັນ­ດາ​ນາງ​ອາ­ກາດ​ຖືກ​ບັງ­ຄັບ​ໃຫ້​ມີ​ເພດ​ສຳ­ພັນ​ກັບ​ກຸ່ມ​ການ​ນຳ​ຂອງ​ບໍ­ລິ­ສັດ ໄດ້​ຖືກ​ເປີດ­ເຜີຍ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ເຫດ­ການ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ບັນ­ດາ​ຫົວ­ໜ້າ​ຂັ້ນ​ຄະ­ນະ​ອຳ­ນວຍ​ການ​ຂອງ​ບໍ­ລິ­ສັດ ຊື່ ເຮ​ຮີ  ອັກ​ເຄຍ ແລະ ໂຣ​ນີ ເອ­ກາ​ມີ​ຊາ ຟົ້ງ​ອອກ​ຈາກ​ຕຳ­ແໜ່ງ ຂ່າວ​ບອກ​ວ່າ ທ້າວ ໂຣ​ນີ ຄົນ​ນີ້​ລະ​ເປັນ​ຫົວ​ໂປ່​ໂຕ​ການ  ຊອກ​ຫາ​ເຫຼົ່າ​ນາງ​ອາ­ກາດ​ໄປ​ບຳ­ເລີ ບັນ­ດາ​ເຈົ້າ​ນາຍ​ໃນ​ບໍ­ລິ­ສັດ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ລັດ​ວິ​ສາ​ຫະ​ກິດ ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ບໍ່​ປ່ອຍ​ໃຫ້​ພະ­ນັກ­ງານ​ຍິງ​ຕົກ​ເປັນ​ເຫຍື່ອ​ກາມ​ຈາກ​ບັນ­ດາ​ເຈົ້າ​ນາຍ​ໜ້າ​ຕາ​ອຳ​ມະ ຫິດ​ອີກ​ຕໍ່​ໄປ.

ທີ່​ປະ­ເທດ​ໄທ: ໃນ​ເດືອນ​ກັນ­ຍາ 2019 ແຫຼ່ງ​ຂ່າວ​ໜັງ­ສື​ພີມ​ວຽງ​ຈັນ​ທາມ ໄດ້​ໃຫ້​ຮູ້​ວ່າ: ບັນ­ດາ​ອົງ​ການ­ຈັດ­ຕັ້ງ ກໍ​ຄື ມູນ​ນິ­ທິ​ທີ່​ພົວ­ພັນ​ກັບ​ສະ­ຫວັດ­ດີ​ພາບ​ຄວາມ​ປອດ​ໄພ​ຂອງ​ແມ່­ຍິງ ໄດ້​ຮ່ວມ​ກັນ​ເປີດ​ຂະ​ບວນ​ການ​ເພື່ອ​ຊ່ວຍ­ເຫຼືອ​ບໍ່​ໃຫ້​ແມ່­ຍິງ ຕົກ​ເປັນ​ເຫຍື່ອ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ ພາຍ​ໃນ​ນະ­ຄອນ­ຫຼວງ​ກຸງ​ເທບ ໜ້າ­ທີ່​ຕົ້ນ­ຕໍ​ຂອງ​ຂະ​ບວນ​ການ​ດັ່ງ­ກ່າວ ກໍ​ຄື ຊອກ​ຮູ້ ແລະ ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ເຂດ ຫຼື ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ນະ­ຄອນ­ຫຼວງ ເຊິ່ງ​ມີ​ສະ­ພາບ​ຄວາມ​ສ່ຽງ​ທີ່​ແມ່­ຍິງ​ຈະ​ຖືກ​ລວນ​ລາມ​ທາງ​ເພດ ເມື່ອ​ເກັບ​ກຳ ແລະ ຂຶ້ນ​ບັນ­ຊີ​ເຂດ​ສ່ຽງ​ສຳ­ລັບ​ແມ່­ຍິງ​ໄດ້​ຄົບ​ຖ້ວນ​ແລ້ວ ຄະ­ນະ​ຈັດ​ຕັ້ງ​ຂະ​ບວນ​ການ​ກໍ​ໄດ້​ສະ­ເໜີ​ຂໍ້​ມູນ​ລະ­ອຽດ​ໃຫ້​ທາງ​ການ­ຈັດ­ຕັ້ງ​ຂອງ​ລັດ​ມີ​ມາດ​ຕະ­ການ​ເພື່ອ​ແກ້​ໄຂ​ບໍ່​ໃຫ້​ແມ່­ຍິງ​ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ບັນ­ດາ​ເຂດ​ສ່ຽງ​ເຫຼົ່າ­ນັ້ນ.

error: Content is protected !!