ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ (ຊໜ ປປລ ນວ) ຄັ້ງທີ 2 ສະໄໝທີ VIII ຈັດຂຶ້ນໃນວັນທີ 22 ກັນຍາ 2020 ທີ່ສຳນັກງານປົກຄອງ ນວ ໂດຍການເປັນປະທານຂອງທ່ານນາງ ສຸມາລີ ທຳມະວົງ ກຳມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານ ຊໜ ປປລ ນວ ມີບັນດາສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ 9 ຕົວເມືອງ ແລະ ພະແນກການອ້ອມຂ້າງໃນທົ່ວ ນວ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງມະຕິຕົກລົງວ່າດ້ວຍການແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍກຳມະການໃນຄະນະບໍລິຫານງານ ຊໜ ປປລ ນວ ສະໄໝທີ VIII ສະບັບເລກທີ 0770/ຄປຈ.ຄຊປປລ ລົງວັນທີ 18 ກັນຍາ 2020 ຈາກທ່ານນາງ ລັດດາພອນ ປອນສາຍຄຳ ຮອງເລຂາຄະນະບໍລິຫານງານ ຊໜ ປປລ ນວ ໂດຍຕົກລົງໃຫ້ທ່ານນາງ ສຸມາລີ ທຳມະວົງ ກຳມະການສູນກາງ ຊໜ ປປລ ນວ ຮັບຜິດຊອບຊີ້ນຳລວມ ລົງເລິກຊີ້ນຳວຽກງານພັກ-ພະນັກງານ ວຽກງານຫ້ອງການ ຄະນະຊາວໜຸ່ມຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງໄຊເສດຖາ ແລະ ສະມາຄົມນັກທຸລະກິດໜຸ່ມ ນວ ທ່ານ ອະນຸສອນ ວົງຄຳສອນ ຮອງເລຂາ ປະທານກວດກາຄະນະ ຊໜ ປປລ ນວ ຮັບຜິດຊອບລົງເລິກຊີ້ນຳຂະແໜງກວດກາ ຂະແໜງພັດທະນາວິຊາຊີບຊາວໜຸ່ມ ຄະນະຊາວໜຸ່ມຂົງເຂດວັດທະນະທຳ-ສັງຄົມ ເມືອງສີສັດຕະນາກ ແລະ ເມືອງນາຊາຍທອງ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານ ຊໜ ປປລ ນວ ຮັບຜິດຊອບລົງເລິກຊີ້ນຳຂະແໜງຈັດຕັ້ງ ວຽກງານກໍ່ສ້າງຮາກຖານຄະນະຊາວໜຸ່ມ ປປລ ຄະນະຊາວໜຸ່ມຂົງເຂດເສດຖະກິດເມືອງສັງທອງ ເມືອງນາຊາຍທອງ ແລະ ເມືອງຫາດຊາຍຟອງ ທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານ ຊໜ ປປລ ນວ ຮັບຜິດຊອບຊີ້ນຳວຽກງານການເມືອງ-ແນວຄິດ ຂະແໜງໂຄສະນາອົບຮົມ ຂະແໜງຂະບວນການ ຂະແໜງສື່ມວນຊົນໜຸ່ມລາວ ຄະນະຊາວໜຸ່ມຂົງຕຸລາການ ຂົງເຂດລັດວິສາຫະກິດ-ບໍລິສັດເອກະຊົນ ເມືອງສີໂຄດຕະບອງ ແລະ ເມືອງປາກງື່ມ ທ່ານນາງລັດດາພອນ ປອນສາຍຄຳ ຮອງເລຂາຄະນະບໍລິຫານງານ ຊໜ ປປລ ນວ ຮັບຜິດຊອບລົງເລິກຂະແໜງເຍົາວະຊົນ-ອະນຸຊົນ ວຽກງານພິທີການຮອບດ້ານ ຄະນະຊາວໜຸ່ມຂົງເຂດການເມືອງ-ອົງການຈັດຕັ້ງມະຫາຊົນ ເມືອງຈັນທະບູລີ ເມືອງໄຊທານີ ແລະ ປະຕິບັດໜ້າທີ່ຕາມການມອບໝາຍຂອງສະຫານເລຂາ ພ້ອມນັ້ນ ໃນກອງປະຊຸມຍັງໄດ້ແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຄະນະປະຈຳ ແລະ ກຳມະການ ຊາວໜຸ່ມ ປປລ ນວ ເພື່ອເປັນເສນາທິການໃຫ້ສະຫາຍເລຂາ ຮອງເລຂາ ແລະ ຄະນະປະຈຳຄະນະບໍລິຫານງານ ຊໜ ປປລ ນວ ຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
