ຫາລືປັບປຸງເນື້ອໃນຂອງລາຍວິຊາຫຼັກສູດສັງຄົມສົງເຄາະໃຫ້ມີຄວາມສົມບູນ ແທດເໝາະກັບສະພາບສັງຄົມ

    ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຫຼັກສູດສັງຄົມສົງເຄາະ ຂຶ້ນໃນວັນທີ 22 ກັນຍາ 2020 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ມີທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຮຸ່ງເພັດ ຈັນທະວົງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບຫຼັກສູດສັງຄົມສົງເຄາະຂອງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາຄະນະວິທະຍາສາດສົງເຄາະ ເຊິ່ງຫຼັກສູດດັ່ງກ່າວນີ້ ໄດ້ເລີ່ມເປີດສອນຕັ້ງແຕ່ສົກປີ 2011-2012 ເປັນຕົ້ນມາ ແລະ ໄດ້ຜະລິດນັກສັງຄົມສົງເຄາະອອກໄປຮັບໃຊ້ສັງຄົມຈຳນວນ 5 ຊຸດ. ພາຍຫຼັງຄະນະຮັບຜິດຊອບໄດ້ປຶກສາຫາລືກັນພາຍໃຕ້ການແຕ່ງຕັ້ງຄະນະຮັບຜິດຊອບການຮ່ວມມືທາງດ້ານວິຊາການສັງຄົມສົງເຄາະ ໃນການຈັດຕັ້ງປະຕິບັດແຜນການຮ່ວມມືກັບອົງການ UNFPA ໃນສົກປີ 2017-2021 ຄະນະຮັບຜິດຊອບທັງສອງຝ່າຍໄດ້ຕັ້ງໜ້າເອົາໃຈໃສ່ສົນທະນາ ປຶກສາຫາລືກ່ຽວກັບການຮ່ວມມືດ້ານວິຊາການໃນຫຼາຍດ້ານ ແລະ ໄດ້ພ້ອມກັນຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອເປັນເວທີແລກປ່ຽນ ແລະ ປຶກສາຫາລືກ່ຽວກັບຫຼັກສູດສັງຄົມສົງເຄາະໂດຍເຊີນເອົາຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເພື່ອມາສົນທະນາ ປຶກສາຫາລື ແລະ ປະກອບຄຳຄິດເຫັນຮ່ວມກັນກັບວຽກງານສັງຄົມສົງເຄາະ ເຊິ່ງພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ແລ້ວ ກໍຈະມີກອງປະຊຸມອີກຫຼາຍຄັ້ງ ເພື່ອສືບຕໍ່ປຶກສາຫາລື ແລະ ປັບປຸງເນື້ອໃນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂອງລາຍວິຊາ ແລະ ຫຼັກສູດສັງຄົມສົງເຄາະຂອງມະຫາວິທະຍາໄລແຫ່ງຊາດມີຄວາມສົມບູນ ແລະ ແທດເໝາະກັບສະພາບສັງຄົມ.

   # ຂ່າວ & ພາບ: ດພັດສະໝອນ

error: Content is protected !!