ຄົນເຈັບໄຂ້ຍຸງລາຍເສຍຊີວິດເພີ່ມອີກ 1 ຄົນ ລວມເປັນ 12 ຄົນໃນທົ່ວປະເທດ

   ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເປັນພະຍາດໜຶ່ງທີ່ຕ້ອງໄດ້ຮັບການເອົາໃຈໃສ່ປິ່ນປົວ ແລະ ຕິດຕາມຈາກແພດໝໍຢ່າງໃກ້ຊິດ ຖ້າມີອາການໄຂ້ຕ້ອງຮີບຮ້ອນໄປພົບແພດໝໍຢູ່ໂຮງໝໍ ເພື່ອຮັບການກວດຕິດຕາມປິ່ນປົວຢ່າງຖືວິທີ ໂດຍບໍ່ໃຫ້ຊື້ຢາມາກິນເອງ ເພື່ອປ້ອງກັນການເສຍຊີວິດຈາກພະຍາດດັ່ງກ່າວ ເຊິ່ງໃນໄລຍະຜ່ານມາ ມີຄົນເຈັບຈຳນວນໜຶ່ງແມ່ນບໍ່ໄປພົບແພດໝໍແຕ່ເບື້ອງຕົ້ນ ໂດຍໄດ້ໄປຊື້ຢາມາກິນເອງ ເມື່ອມີອາການຮຸນແຮງ ຈຶ່ງໄປພົບແພດໝໍ ສົ່ງຜົນໃຫ້ບໍ່ສາມາດຊ່ວຍເຫຼືອຊີວິດຄົນເຈັບໄວ້ໄດ້.

    ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກກ່າວໃນວັນທີ 22 ກັນຍາ 2020 ວ່າ: ໃນວັນທີ 21 ກັນຍາ 2020 ສປປ ລາວ ເຮົາ ແມ່ນມີຜູ້ຕິດເຊື້ອທັງໝົດ 54 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ ສຳລັບກໍລະນີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ແມ່ນເປັນເພດຊາຍ ອາຍຸ 40 ປີ ບ້ານຫຍໍ້ ເມືອງບຸນເໜືອ ແຂວງຜົ້ງສາລີ ໃນວັນທີ 4 ກັນຍາ 2020 ຜູ້ກ່ຽວມີອາການໄຂ້ ເຈັບຫົວ ປວດຕົນໂຕ ມີຈຸດຈ້ຳເລືອດຕາມຕົນໂຕ ວັນທີ 6 ກັນຍາ 2020 ໄດ້ມາກວດຢູ່ໂຮງໝໍແຂວງອຸດົມໄຊ ແພດໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ຜົນກວດແມ່ນພົບເຊື້ອພະຍາດໄຂ້ຍຸງລາຍ ທ່ານໝໍໄດ້ແນະນຳໃຫ້ນອນຕິດຕາມອາການ ແຕ່ຜູ້ກ່ຽວບໍ່ຍອມນອນ ແລະ ໄດ້ກັບເມືອບ້ານ ແລະ ວັນທີ 8 ກັນຍາ 2020 ຜູ້ກ່ຽວໄດ້ກັບມາປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊ ຍ້ອນເລືອດດັງອອກ ເຈັບທ້ອງ ຮາກອອກເລືອດ ມີອາການຊ໋ອກ ແລະ ເສຍຊີວິດໃນວັນທີ 9 ກັນຍາ 2020.

    ນັບແຕ່ວັນທີ 1 ມັງກອນ 2020 ຫາ 21 ກັນຍາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 6.531 ຄົນ (ມີລາຍງານກໍລະນີໃນ 18 ແຂວງ ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1,529 ຄົນ ຮອງລົງມາແມ່ນບໍລິຄຳໄຊ 741 ຄົນ ບໍ່ແກ້ວ 654 ຄົນ ແລະ ວຽງຈັນ 650 ຄົນ) ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 12 ຄົນ (ນະຄອນຫຼວງ 4 ຄົນ ບໍລິຄຳໄຊ 2 ຄົນ ຄຳມ່ວນ 2 ຄົນ ໄຊຍະບູລີ 1 ຄົນ ຊຽງຂວາງ 1 ຄົນ ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ).

    ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຖ້າມີອາການເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.

   # ຂ່າວ & ພາບ: ດພັດສະໝອນ

error: Content is protected !!