ຍີ່ປຸ່ນ ເປີດ​ຕົວ​ທີມ​ຫຸ່ນ​ຍົນ​ຜູ້​ຊ່ວຍ​ສຳລັບ​ກີລາ​ໂອ​ລິມ​ປິກ 2020

    ຫຸ່ນ​ຍົນ​ຜູ້​ຊ່ວຍ​ສຳລັບ​ກີລາ​ໂອ​ລິມ​ປິກ​ລະດູ​ຮ້ອນ ປີ 2020 ໄດ້​ຮັບ​ການ​ອອກ​ແບບ​ມາ​ໃຫ້​ສາມາດ​ເຄື່ອນ​ຍ້າຍ​ສິ່ງ​ຂອງ​ຕ່າງໆ​ຂ້າມ​ສະໜາມ​ໄດ້​ຢ່າງ​ວ່ອງໄວ ແລະ ເຮັດ​ໜ້າທີ່​ເກັບ​ອຸປະກອນ​ໃນ​ການ​ແຂ່ງຂັນ​ກີລາ ເຊັ່ນ ຫອກ​ຈາກ​ກີລາ​ພຸ່ງ​ຫຼາວ ແລະ ແຜ່ນ​ກົມ​ສຳລັບ​ກີລາ​ແກວ່ງ​ຈັກ ຫຼັງ​ຈາກ​ທີ່​ນັກກີລາ​ແກວ່ງ​ອອກ​ໄປ​ແລ້ວ.

   ຫຸ່ນ​ຍົນ​ອີກ​ຕົວ​ຈະ​ມີໜ້າ​ຈໍ​ທີ່​ມີ​ຂະໜາດ​ເທົ່າ​ຄົນ​ເທິງ​ລໍ້​ຂອງ​ມັນ ຫຸ່ນ​ຍົນ​ຕົວ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຊົມ​ຢູ່​ເຮືອນ​ສາມາດ​ຊົມ​ກີລາ​ແບບ​ເໝືອນ​ຈິງ​ໄດ້.

   ນອກຈາກ​ນີ້ ຍັງ​ມີ​ຫຸ່ນ​ຍົນ​ທີ່​ຖືກ​ອອກ​ແບບ​ມາ​ໃຫ້​ເບິ່ງ​ຄື​ກັນ​ສິ່ງ​ມີ​ຊີວິດ​ທີ່​ຍິ້ມແຍ້ມ​ເປັນ​ມິດ ເອີ້ນ​ວ່າ “ຫຸ່ນ​ຍົນ​ມາ​​ສ​ຄອດ” ເຊິ່ງ​ເຖິງ​ແມ່ນ​ຍ່າງ​ບໍ່​ໄດ້ ແຕ່​ສາມາດ​ຫຍັບ​ແຂນ​ຂາ​ໄດ້ ເວົ້າ​ບໍ່​ໄດ້ ແຕ່​ສາມາດ​ສົ່ງ​ສາຍຕາ​ໄດ້​ຫຼາຍ​ແບບ ທັງ​ແບບ​ສາຍຕາ​ເປັນ​ປະກາຍ ແລະ ເປັນ​ຮູບ​ຫົວໃຈ ຖື​ເປັນ​ສັນຍະລັກ ຫຼື​ເປັນ​ຕົວ​ແທນ​ການ​ແຂ່ງຂັນ​ກີລາ​ໂອ​ລິມ​ປິກ​ຄັ້ງ​ນີ້.

    ທ່ານ Tomohisa Moridaira ຫົວໜ້າ​ຄະນະ​ວິສະວະກອນ​ກ່າວ​ເສີມ​ວ່າ ຫຸ່ນ​ຍົນ​ຕົວ​ນີ້​ຍັງ​ອາດ​ເຮັດ​ວຽກ​ຢ່າງ​ອື່ນ​ໄດ້​ອີກ ເຊັ່ນ ການ​ຖື​ທວນໄຟ​ໂອ​ລິມ​ປິກ​ໂດຍ​ໃຊ້​ແມ່​ເຫຼັກ.

   “ຫຸ່ນ​ຍົນ​ພາກ​ສະໜາມ” ເປັນ​ຫຸ່ນ​ຍົນ​ທີ່​ມີ​ຂະໜາດ​ນ້ອຍ ມີ​ຮູບ​ຮ່າງ​ເໝືອນ​ລົດ​ປະຈຳ​ທາງ ສາມາດ​ເດີນທາງ​ໄດ້​ຢ່າງ​ວ່ອງ​ເຖິງ 20 ກິໂລແມັດ​ຕໍ່​ຊົ່ວໂມງ ມີ​ກ້ອງ​ສາມ​ຕົວ ແລະ ເຊັນ​ເຊີ​ພິເສດ​ທີ່​ຊ່ວຍ​ໃຫ້​ເບິ່ງ​ເຫັນ​ສະພາບ​ແວດ​ລ້ອມ ດ້ານ​ເທິງ​ຂອງ​ຕົວ​ລົດ​ມີ​ໄຟ​ຊະນິດ​ພິເສດ​ຮອບໆ ທີ່​ຈະ​ສະຫວ່າງ​ຂຶ້ນ​ໃນ​ຂະນະ​ທີ່​ເຮັດ​ວຽກ ໂດຍ​ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ ຊ່ວຍ​ໃຫ້​ຫຸ່ນ​ຍົນ​ສາມາດ​ຫຼົບ​ຫຼີກ​ສິ່ງ​ກີດຂວາງ ແລະ ຍັງ​ສາມາດ​ປັບ​ປ່ຽນ​ເສັ້ນທາງ​ເພື່ອ​ຫຼີກ​ລ່ຽງ​ບໍລິເວນ​ທີ່​ເປັນ​ຫຍ້າ​ໄດ້​ອີກ​ດ້ວຍ.

   ທ່ານ Takeshi Kuwabara ຜູ້​ຮັບຜິດຊອບ​ການ​ພັດທະນາ​ຫຸ່ນ​ຍົນ ບອກ​ວ່າ ຫຸ່ນ​ຍົນ​ນີ້​ຖືກ​ອອກ​ແບບ​ມາ​ໃຫ້​ສາມາດ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ທັງ​ຫຸ່ນ​ຍົນ ແລະ ມະນຸດ ແລະ ວ່າ​ເປົ້າ​ໝາຍ​ກໍ​ຄື​ການ​ໃຊ້​ປະໂຫຍດ​ຈາກ​ຂໍ້​ດີ​ຂອງ​ທັງ​ມະນຸດ ແລະ ຫຸ່ນ​ຍົນ.

  ຫຸ່ນ​ຍົນ​ເຫຼົ່າ​ນີ້ ລ້ວນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ກຽມ​ການ​ສຳລັບ​ການ​ແຂ່ງຂັນ​ກີລາ​ໂອ​ລິມ​ປິກ​ປີ 2020 ທີ່​ນະຄອນຫຼວງ​ໂຕ​ກຽວ ປະເທດ​ຍີ່ປຸ່ນ.

    ບໍລິສັດ​ຜູ້​ຜະລິດ​ຍານ​ຍົນ​ຂອງ​ຍີ່ປຸ່ນ Toyota Motor Corporation ເປິດ​ຕົວ​ຫຸ່ນ​ຍົນ​ເຫຼົ່າ​ນີ້​ໃຫ້​ຜູ້​ສື່​ຂ່າວ​ໄດ້​ຊົມ​ເມື່ອ​ບໍ່​ເທົ່າໃດ​ວັນ​ກ່ອນ ໂດຍ Toyota ເປັນ​ໜຶ່ງ​ໃນ​ຜູ້​ສະໜັບສະໜູນ​ຫຼັກ​ຂອງ​ການ​ແຂ່ງຂັນ​ກີລາ​ໂອ​ລິມ​ປິກ​ປີ 2020 ດ້ວຍ.

   ສູນ​ວິທະຍາ​ການ​ຫຸ່ນ​ຍົນ​ຂອງ​ໂຕ​ໂຢ​ຕາ​ໃນ​ສະຫະລັດ ໄດ້​ພັດທະນາ​ໜ້າ​ຈໍ​ເຄື່ອນ​ທີ່​ຂະໜາດ​ເທົ່າ​ມະນຸດ ຫຼື T-TR1 ທີ່​ອອກ​ແບບ​ມາ​ເພື່ອ​ເປັນ​ຕົວ​ແທນ​ຂອງ​ຄົນ​ທີ່​ບໍ່​ສາມາດ​ເຂົ້າ​ຮ່ວມ​ຊົມ​ການ​ແຂ່ງຂັນ​ໄດ້.

   ກ່ອນ​ໜ້າ​ນີ້ ໂຕ​ໂຢ​ຕາ​ໄດ້​ພັດທະນາ​ຫຸ່ນ​ຍົນ​ທີ່​ເຄື່ອນ​ທີ່​ດ້ວຍ​ລໍ້​ມາ​ແລ້ວ​ຫຼາຍ​ຊະນິດ ເພື່ອ​ຊ່ວຍ​ຜູ້​ສູງ​ອາຍຸ​ເຮັດ​ວຽກ​ເຮືອນ ແລະ ຊ່ວຍ​ຜູ້​ປ່ວຍ​ໃນ​ໂຮງໝໍ ນອກຈາກ​ນີ້ ຫຸ່ນ​ຍົນ​ເຫຼົ່າ​ນີ້​ຍັງ​ສາມາດ​ນຳ​ທາງ​ຄົນ​ພິການ​ໄປ​ຍັງ​ບ່ອນ​ນັ່ງ​ໃນ​ການ​ແຂ່ງຂັນ​ກີລາ​ໂອ​ລິມ​ປິກ ແລະ ຍັງ​ຊ່ວຍ​ບໍລິການ​ອາຫານ ແລະ ເຄື່ອງ​ດື່ມ​ໄດ້​ອີກ​ດ້ວຍ.

error: Content is protected !!