ສານຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນງານສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

    ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ ຜ່ານການບັນທຶກວິດີໂອ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020 ທີ່ອົງການ ສປຊ ທີ່ນິວຢອກ ສ. ອາເມຣິກາ ໂດຍມີເນື້ອໃນລະບຸວ່າ: “ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້.

    ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ ມີການຮ່ວມມືກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດໃຫ້ໂລກນີ້ມີສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ.

    ຕະຫຼອດໄລຍະ 75 ປີ ຜ່ານມາ ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ ຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງຊາດ ແລະ ເປັນເຈົ້າຕົນເອງ ໃນການຕັດສິນຊາຕາກຳຂອງຊາດຕົນ ການເຈລະຈາ ແລະ ປຶກສາຫາລືບັນຫາໂດຍສັນຕິວິທີ ໄດ້ກາຍເປັນຫຼັກການ ແລະ ທ່າອ່ຽງໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ ການຮ່ວມມືເພື່ອການພັດທະນາ ໄດ້ຮັບການເຊີດຊູ ອັນໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ບັນຫາການຈຳແນກເຊື້ອຊາດ-ຜິວພັນ ຄວາມບໍ່ສະເໝີພາບຍິງ-ຊາຍ ໄດ້ຮັບການແກ້ໄຂເປັນກ້າວໆມາ ອັນເປັນການປະກອບສ່ວນທີ່ສຳຄັນ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ. ເຖິງວ່າສະພາບແວດລ້ອມໃນ 7 ທົດສະວັດກວ່າຜ່ານມາ ຈະແຕກຕ່າງຈາກສະພາບໃນປັດຈຸບັນ ແຕ່ຂ້າພະເຈົ້າເຫັນວ່າ ຈຸດປະສົງເປົ້າໝາຍ ແລະ ຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປັດຈຸບັນ. ສະນັ້ນ ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງພ້ອມໃຈກັນສືບຕໍ່ສົ່ງເສີມຈຸດປະສົງເປົ້າໝາຍຂອງອົງການ ສປຊ ແລະ ຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມໃນປັດຈຸບັນ ແນໃສ່ຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆຂອງວົງຄະນາຍາດສາກົນ.

    ສປປ ລາວ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມກັບບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ສັນຕິພາບມີຄວາມຍືນຍົງເສດຖະກິດ-ສັງຄົມ ຂອງບັນດາປະຊາຊາດໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ” ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ພັດທະນາສາຍພົວພັນມິດຕະພາບ ບົນພື້ນຖານຫຼັກການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ ສິດສະເໝີພາບ ແລະ ການຮ່ວມມືສາກົນ ໃນການແກ້ໄຂບັນຫາຕ່າງໆຂອງສາກົນໃນດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ.

    ປັດຈຸບັນອົງການ ສປຊ ມີສະມາຊິກທັງໝົດຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາແລັດສະຕີນ) ມີສຳນັກງານໃຫ່ຍຕັ້ງຢູ່ນິວຢອກ ສ. ອາເມຣິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ ຝລັ່ງ ຈີນ ຣັດເຊຍ ອາຣັບ ແລະ ແອັດສະປາຍ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 14 ທັນວາ 1955.

   # ຂ່າວ & ພາບ: ໄຊບັນດິດ

error: Content is protected !!