
ເພື່ອສືບຕໍ່ຕິດຕາມ ກວດກາ ຊຸກຍູ້ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ໃນການປ້ອງກັນ ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19) ວັນທີ 26 ມີນາ 2019 ທ່ານ ທອງລຸນ ສີສຸລິດນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດ ໄດ້ໄປຢ້ຽມຢາມ ແລະກວດກາສະພາບການປະຕິບັດໜ້າທີ່ຂອງພາກສ່ວນກ່ຽວຂ້ອງ ກໍຄືກົນໄກການປະຕິບັດວຽກງານ ລວມທັງໂຄງລ່າງພື້ນຖານເຕັກນິກ ແລະ ອຸປະກອນຮັບໃຊ້ຕ່າງໆຢູ່ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ພ້ອມທັງໄປຢ້ຽມຢາມສູນກັກບໍລິເວນຊົ່ວຄາວ (ໂຮງຮຽນມັດທະຍົມຕົ້ນນາໂບ) ເມືອງທ່າແຂກແຂວງຄຳມ່ວນ.

ນັບແຕ່ວັນທີ 20-25 ມີນາ 2020 ເປັນຕົ້ນມາ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ມີຄົນເຂົ້າຜ່ານດ່ານ 7.300 ກວ່າຄົນ ໃນນີ້ ມີຄົນຫວຽດນາມ 2.008 ຄົນ ຄົນລາວ 4.072 ຄົນ ຄົນໄທ 1.230 ຄົນ ຄົນຈີນ 4 ຄົນ ເຊິ່ງຄົນລາວທີ່ເຂົ້າມານັ້ນ ຢູ່ແຂວງຄຳມ່ວນ 3.993 ຄົນ ບໍລິຄຳໄຊ 41 ຄົນສະຫວັນນະເຂດ 33 ຄົນ ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນພາກສ່ວນລະ 2 ຄົນ ໄຊຍະບູລີ 1 ຄົນ ເຊິ່ງໄດ້ຮັບການກວດສຸຂະພາບ ຖ້າພົບກໍລະນີສົງໄສ ແມ່ນໄດ້ສົ່ງໄປຕິດຕາມອາການຢູ່ຫ້ອງແຍກປ່ຽວໂຮງໝໍແຂວງ ສ່ວນຜູ້ທີ່ບໍ່ມີໄຂ້ ແຕ່ເດີນທາງເຂົ້າມາ ເຈົ້າໜ້າທີ່ໄດ້ນຳເຂົ້າໄປກັກກັນຢູ່ຕາມສູນຕ່າງໆຂອງບັນດາເມືອງ 78 ສູນທົ່ວແຂວງ ສ່ວນຄົນຫວຽດນາມໄດ້ກວດສຸຂະພາບ ແລະ ສົ່ງຕໍ່ເດີນທາງກັບປະເທດ ຜ່ານມາໄດ້ເກັບຕົວຜູ້ທີ່ໄດ້ເຂົ້າກັບນິຍາມເຊື້ອພະຍາດ COVID-19 ຈໍານວນ 4 ກໍລະນີ ຜົນໄດ້ຮັບ 3 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 1 ຕົວຢ່າງຍັງລໍຖ້າຜົນກວດ ປັດຈຸບັນທົ່ວແຂວງຄຳມ່ວນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ COVID-19.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າໜ້າທີ່ພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ກໍຄືໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 3 ແລະ ຜູ້ທີ່ຢູ່ສູນກັກບໍລິເວນຊົ່ວຄາວ (ໂຮງຮຽນມັດທະຍົມຕົ້ນນາໂບ) ຈົ່ງພ້ອມກັນອົດທົນເຝົ້າລະວັງ ແລະ ຕິດຕາມອາການຂອງຕົນຕາມລະບຽບຫຼັກການ 14 ວັນ ສິ່ງສຳຄັນແມ່ນຕ້ອງເປັນເຈົ້າການ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ເພື່ອຜົນປະໂຫຍດສ່ວນລວມ ມີຄວາມຮັບຜິດຊອບຕໍ່ຕົນເອງຄອບຄົວ ແລະ ສັງຄົມ.