ຮອງເຈົ້າຄອງ ລົງກວດກາຕິດຕາມການເຮັດທົດລອງແກ້ໄຂຊຸມສາຍ

ບັນ­ຫາ​ຊຸມ​ສາຍ ເປັນ​ບັນ­ຫາ​ໜຶ່ງ​ທີ່​ສ້າງ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮ້ອຍ​ໃຫ້​ກັບ​ນະ­ຄອນ­ຫຼວງ​ຈັນ ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເລັ່ງ​ແກ້​ໄຂ​ບັນ­ຫາ​ນີ້​ດ້ວຍ​ການ​ອະ­ນຸ­ຍາດ​ໃຫ້ 3 ບໍ­ລິ­ສັດ​ເຮັດ​ທົດ​ລອງ ໃນ 3 ເສັ້ນ­ທາງ.

ໃນ​ວັນ​ທີ 16 ກັນ­ຍາ 2020 ທ່ານ ພູ​ຂົງ ບັນ​ນາ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ຕິດ­ຕາມ​ການ​ເຮັດ​ທົດ​ລອງ​ການ​ແກ້​ໄຂ​ຊຸມ​ສາຍ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ 3 ເສັ້ນ­ທາງ ເພື່ອ​ລົງ​ກວດ­ກາ​ຕິດ­ຕາມ​ເບີ່ງ​ການ​ເຮັດ​ທົດ​ລອງ​ໃນ​ວຽກ​ງານ​ດັ່ງ­ກ່າວ​ຕາມ​ເຕັກ­ນິກ​ຂອງ​ແຕ່​ລະ​ບໍ­ລິ­ສັດ.

ສຳ­ລັບ​ການ​ເຮັດ​ທົດ​ລອງ​ແກ້​ໄຂ​ຊຸມ​ສາຍ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ດຳ­ເນີນ​ໃນ 3 ເສັ້ນ­ທາງ​ຄື: ເສັ້ນ­ທາງ 23 ສິງ­ຫາ ນັບ​ແຕ່ ປະ­ຕູ​ໄຊ ຫາ ກະ­ຊວງ​ການ​ເງິນ ແລະ ເສັ້ນ​ໄກ­ສອນ ພົມ­ວິ­ຫານ ນັບ​ແຕ່​ປະ­ຕູ​ໄຊ ຫາ​ສີ່​ແຍກ​ໄຟ​ແດງ​ໂພນ​ສະ­ອາດ ມີ​ຄວາມ​ຍາວ​ປະ­ມານ 500 ແມັດ ມີ​ສອງ​ບໍ­ລິ­ສັດ​ທີ່​ຮັບ­ຜິດ­ຊອບ ຄື ຈຸດ​ທຳ​ອິດ​ແມ່ນ​ບໍ­ລິ­ສັດ​ເຄ​ທີ​ສາ­ມາດ​ພັດ­ທະ­ນາ​ຈຳ­ກັດ​ຜູ້​ດຽວ ແລະ ຈຸດ​ທີ 2 ບໍ­ລິ­ສັດ​ລາວ​ກໍ່­ສ້າງ​ຕິດ​ຕັ້ງ​ໂທລະ​ຄົມ​ຈຳ­ກັດ​ຜູ້​ດຽວ ເຊິ່ງ​ສອງ​ບໍ­ລິ­ສັດ​ໄດ້​ມີ​ການ​ມ້ຽນ​ມັດ​ສາຍ​ໃນ​ແບບ​ຄ້າຍ­ຄື​ກັນ ເປັນ­ຕົ້ນ ເກັບ​ກູ້​ສາຍ​ທີ່​ຂາດ​ອອກ​ຈາກ​ກຸ່ມ​ແລວ​ສາຍ ປົດ​ອຸ­ປະ­ກອນ​ທີ່​ບໍ່​ໄດ້​ໃຊ້​ອອກ​ຈາກ​ເສົາ ແລະ ຕັດ​ງ່າ­ໄມ້​ຕາມ​ແລວ​ສາຍ​ອອກ ຕິດ​ຕັ້ງ​ອຸ­ປະ­ກອນ​ຄອນ​ສາຍ​ຕິດ​ໃສ່​ເສົາ ໄຈ້​ແຍກ​ສາຍ​ໄຍ​ແກ້ວ ແລະ ສາຍ​ໂທລະ­ສັບ​ຕັ້ງ​ໂຕະ ສາຍ​ອິນ​ເຕີ​ເນັດ​ໃຫ້​ເປັນ​ກຸ່ມ ເຄັ່ງ­ສາຍ​ທີ່​ໂຕ່ງ​ຍານ ແລະ ມັດ​ລວມ​ກຸ່ມ​ສາຍ​ເປັນ​ຍ່ານ​ໃຫ້​ເປັນ​ລະ­ບຽບ ເກັບ​ມ້ຽນ​ສາຍ ແລະ ຫົວ­ຕໍ່​ຢູ່​ເສົາ​ໃຫ້​ຈົບ­ງາມ ແລະ ໝັ້ນ­ຄົງ ເຊິ່ງ​ທັງ​ສອງ​ບໍ­ລິ­ສັດ​ແມ່ນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄື​ກັນ​ແຕ່​ແຕກ​ຕ່າງ​ກັນ​ຢູ່​ທາງ​ດ້ານ​ເຕັກ­ນິກ ແລະ ອຸ­ປະ­ກອນ​ທີ່​ນຳ​ໃຊ້ ສ່ວນ​ຈຸດ​ທີ​ສາມ​ເລີ່ມ​ແຕ່​ເສັ້ນ­ທາງ​ໜ້າ​ຫໍ­ຄຳ ຫາ ສີ່​ແຍກ​ໂຮງ­ໝໍ​ມະ­ໂຫ­ສົດ ມີ​ຄວາມ​ຍາວ​ປະ­ມານ 200 ແມັດ ບໍ­ລິ­ສັດ​ທີ໋​ຊ໋ອບ​ໂປຣ​ແກຣມ​ດິ​ວິ​ລ໋ອບ​ເມັນ​ຈຳ­ກັດ​ຜູ້​ດຽວ ຈັດ​ຕັ້ງ​ປະ­ຕິ­ບັດ​ຕ່າງ​ຈາກ​ສອງ​ຈຸດ​ທີ່​ຜ່ານ​ມາ ຄື: ໄດ້​ນຳ​ໃຊ້​ອຸ­ປະ­ກອນ​ຄອນ​ສາຍ​ແມ່ນ​ໄດ້​ຫຸ້ມ​ຊະ​ນວນ​ກັນ​ໄຟ­ຟ້າ​ຊ໊ອດ ນຳ​ໃຊ້​ຮູບ​ແບບ​ຕິດ​ຕັ້ງ​ຄອນ​ສາຍ ແລ້ວ​ແຍກ​ເປັນ​ເສັ້ນ​ຈັບ​ໃສ່​ຄອນ​ສາຍ ເຊິ່ງ​ໄດ້​ຖືກ​ຮອງ​ຮັບ​ມາດ­ຕະ­ຖານ​ສາ­ກົນ ໃນ​ການ​ເຮັດ​ທົດ​ລອງ​ໃນ 3 ເສັ້ນ­ທາງ​ນີ້ ແມ່ນ​ໄດ້​ເຮັດ​ສຳ­ເລັດ​ຕາມ​ແຜນ­ການ.

ພາຍ­ຫຼັງ​ສຳ­ເລັດ​ການ​ເຮັດ​ທົດ​ລອງ​ໃນ​ຄັ້ງ​ນີ້ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ແມ່ນ​ຈະ​ໄດ້​ຈັດ​ກອງ​ປະ­ຊຸມ​ຄົ້ນ­ຄວ້າ ເພື່ອ​ຮັບ­ຮອງ​ຄັດ​ເລືອກ​ເອົາ​ບໍ­ລິ­ສັດ​ທີ່​ມີ​ມາດ­ຕະ­ຖານ​ເຕັກ­ນິກ ເພື່ອ​ສືບ­ຕໍ່​ມາ​ດຳ­ເນີນ​ການ​ແກ້​ໄຂ​ບັນ­ຫາ​ຊຸມ​ສາຍ​ໃນ ນວ ໃນ­ຕໍ່­ໜ້າ.

error: Content is protected !!