ເມືອງຈັນທະບູລີ ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຈັນທະບູລີ ຄັ້ງທີ 2 ສະໄໝທີ VII ຂຶ້ນວັນທີ 17 ກັນຍາ 2020 ທີ່ເມືອງດັ່ງກ່າວ ເປັນປະທານຂອງສະຫາຍ ບຸນໜາ ຜາທຸມມະວົງ ຄະນະພັກນະຄອນຫຼວງວຽງຈັນ ເລຂາຄະນະພັກ ເຈົ້າເມືອງຈັນທະບູລີ ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະບໍລິງານພັກເມືອງ ຫົວໜ້າຫ້ອງການ ເລຂາພັກບ້ານ ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບການຊີ້ນຳ-ນຳພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງຈັນທະບູລີປະຈຳ 3 ເດືອນ( 6,7,8) ການລາຍງານກ່ຽວກັບແຜນການຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຕິດພັນກັບ 3 ເອກະສານຂອງກົມການເມືອງສູນກາງພັກເລກທີ 107 108 ແລະ 112/ກມສພ ລາຍງານກ່ຽວກັບບາດກ້າວຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າອົງການຈັດຕັ້ງພັກ ລາຍງານກ່ຽວກັບແຜນການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານ ແລະ ການປະຕິບັດລາຍຈ່າຍງົບປະມານປະຈຳປີ 2020 ລາຍງານກ່ຽວກັບການແກ້ໄຂບັນຫາປາກົດການຫຍໍ້ທໍ້ຢູ່ພາຍໃນເມືອງ ລາຍງານກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນເມືອງ.

ໃນໂອກາດນີ້ ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ເປັນກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະບໍລິຫານງານພັກເມືອງຈັນທະບູລີ ເອົາໃຈໃສ່ຜັນການຈັດຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ທີ່ໄດ້ຮັບຮອງເອົາແລ້ວນັ້ນໃຫ້ເປັນຮູບປະທຳ ໂດຍສະເພາະໂຄງການຕ່າງໆທີ່ໄດ້ວາງອອກ ປະກອບມີ 14 ຄາດໝາຍ 8 ແຜນງານ 91 ໂຄງການ ໃນນີ້ໄດ້ເນັ້ນໂດຍສະເພາະການສ້າງແຜນລາຍຮັບເຂົ້າງົບປະມານ ເພື່ອນຳມາພັດທະນາ ແລະ ເພື່ອນຳມາຈັດຕັ້ງປະຕິບັດບັນດາໂຄງການທີ່ມະຕິກອງປະຊຸມໃຫຍ່ໄດ້ວາງອອກ ພ້ອມນັ້ນ ໄດ້ເນັ້ນໃຫ້ຜັນຂະຫຍາຍແຜນພັດທະນາຊັບພະຍາກອນມະນຸດຕ້ອງນຳໜ້າໄປກ່ອນກ້າວໜຶ່ງ ສ້າງບຸກຄະລາກອນທີ່ມີຄຸນນະພາບເພື່ອໃຫ້ເປັນຜູ້ຊີ້ນຳນຳພາ ແລະ ຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ສຳເລັດ ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄວາມສະດຸ້ງໄວຕໍ່ບັນຫາຕ່າງໆ ທັງໄດ້ຊີ້ນຳໃຫ້ສືບຕໍ່ພັດທະນາຕົວເມືອງໃຫ້ຕົວເມືອງມີຄວາມສະອາດ ຈົບງາມ ແກ້ໄຂບັນຫາສິ່ງເປີເປື້ອນໂດຍສະເພາະບັນຫາຂີ້ເຫຍື້ອ ແລະ ອື່ນໆ ໃນນັ້ນ ໄດ້ຮຽກຮ້ອງອຳນາດການປົກຄອງບ້ານ ຈົ່ງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດໂຄງການໄຟເຍືອງທາງໃຫ້ສາມາດຈັດຕັ້ງປະຕິບັດຕາມຄາດໝາຍທີ່ວາງໄວ້.


