ນັກຮຽນໂຮງຮຽນສິນໄຊ ໄດ້ຮັບໃບປະກາສະນີຍະບັດແດງ 6 ຄົນ

ທ່ານ ນາງ ອາ­ລີ ພົນ​ເສ­ນາ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ (ມສ ສິນ​ໄຊ) ໃຫ້​ສຳ­ພາດ​ວ່າ: ສົກ­ຮຽນ 2019-2020 ມີ​ນັກ­ຮຽນ​ເສັງ​ຈົບ​ຊັ້ນ ປ5 ມີ 129 ຄົນ ຍິງ 78 ຄົນ ຊັ້ນ ມ4 ມີ 113 ຄົນ ຍິງ 59 ຄົນ ແລະ ຊັ້ນ ມ7 ມີ 37 ຄົນ ຍິງ 24 ຄົນ ຜົນ​ການ​ສອບ­ເສັງ​ຄະ­ແນນ​ລວມ​ສູງ​ສຸດ 39 ຄະ­ແນນ​ໄດ້​ອັນ​ດັບ​ທີ 1 ມີ 3 ຄົນ​ຄື ນາງ ສະ­ຫວັນ​ສະ​ຄຳ ບຸນ​ວິ­ໄລ ນາງ ນິດ​ລະ­ດາ ພົມ​ມະ​ໄຊ ແລະ ທ້າວ ອາ­ນົນ ໄຊ​ຍະ​ສຸກ ນັກ­ຮຽນ​ດີ­ເດັ່ນ ຄະ­ແນນ​ແຕ່​ລະ­ວິ​ຊາ​ບໍ່​ຫຼຸດ 9 ມີ 9 ຄົນ ຍິງ 5 ຄົນ ໃນ​ນີ້ ໄດ້​ອັນ​ດັບ​ທີ 2 ມີ 4 ຄົນ ແລະ ທີ 3 ມີ 5 ຄົນ ເກັ່ງ​ຮອບ­ດ້ານ ສອບ­ເສັງ​ໄດ້​ທຸກ​ວິ­ຊາ​ບໍ່​ຫຼຸດ 7 ມີ 77 ຄົນ ຍິງ 42 ຄົນ ແລະ ເສັງ​ໄດ້​ສົມ­ບູນ​ຄະ­ແນນ​ທຸກ​ວິ­ຊາ​ບໍ່​ຫຼຸດ 5 ມີ 129 ຄົນ ຍິງ 78 ຄົນ ເທົ່າ​ກັບ 100%.

ຊັ້ນ ມ4 ນັກ­ຮຽນ​ໄດ້​ໃບ​ປະ­ກາ­ສະ­ນີ­ຍະ­ບັດ​ແດງ 3 ຄົນ ຄື​ນາງ ກັນ­ນິ­ກາ ວົງ​ເພິ່ງ​ແພງ ນາງ ຈີ​ລັດ­ດາ ແກ້ວ​ໄພ­ທູນ ແລະ ນາງ ສວນ​ທິ­ດາ ອິນ​ສີ​ຊຽງ​ໃໝ່ ເກັ່ງ​ຮອບ­ດ້ານ ເສັງ​ໄດ້​ທຸກ​ວິ­ຊາ​ບໍ່​ຫຼຸດ 7 ມີ 82 ຄົນ ຍິງ 48 ຄົນ ເສັງ​ໄດ້​ສົມ­ບູນ​ຄະ­ແນນ​ບໍ່​ຫຼຸດ 5 ມີ 113 ຄົນ ຍິງ 59 ຄົນ ເທົ່າ​ກັບ 100%.

ຊັ້ນ ມ7 ນັກ­ຮຽນ​ໃບ​ຜະ­ກາ​ສະ​ນີ​ຍະ​ບັດ​ແດງ 3 ຄົນ​ຄື ນາງ ວຽງ​ພອນ ສີ​ສຸ​ວົງ ນາງ ສີ​ວັນ​ຄຳ ປັນ­ຍາ​ສິດ ແລະ ນາງ ສິ­ລິ​ນະ­ພາ ອຸ​ດາ​ວົງ ເກັ່ງ​ຮອບ­ດ້ານ ຄະ­ແນນ​ບໍ່​ຫຼຸດ 7 ມີ 31 ຄົນ ຍິງ 21 ຄົນ ແລະ ເສັງ​ໄດ້​ສົມ­ບູນ​ຄະ­ແນນ​ບໍ່​ຫຼຸດ 5 ມີ 37 ຄົນ ຍິງ 24 ຄົນ ເທົ່າ​ກັບ 100% ນອກ​ນີ້ ເສັງ​ເລື່ອນ​ຂັ້ນ​ຍັງ​ໄດ້ 100% ຕື່ມ​ອີກ.

error: Content is protected !!