ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດໃຫ້ ນວ ເພື່ອຕ້ານ COVID-19

     ວັນທີ 26 ມີນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ນຳເອົາອຸປະກອນການແພດມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດມອບໂດຍທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ ຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານກ່ຽວເຂົ້າສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຜ້າອັດປາກ-ດັງ 8 ແກັດ ເຄື່ອງວັດແທກອຸນຫະພູມ 2 ເຄື່ອງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ພະຍາດ COVID-19 ໂອກາດັ່ງກ່າວ ທ່ານເຈົ້າຄອງກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍສຸຂະພາບຂອງປະຊາຊົນ ກໍຄືຊາວນະຄອນຫຼວງວຽງຈັນ.

    ໃນວັນດຽວກັນນີ້ ບໍລິສັດລາວ-ຊຽງຟົງບີຈີເນສ ທ່ອງທ່ຽວພັດທະນາຈຳກັດຜູ້ດຽວ ກໍໄດ້ນຳເອົາຜ້າອັດປາກ-ດັງ 10.000 ອັນ ເຈວລ້າງມື 192 ກ່ອງ ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ມູນຄ່າ 60.000 ໂດລາສະຫະລັດ ມອບໂດຍທ່ານ ຊົງເຈຟົງ ຜູ້ອຳນວຍການ ບໍລິສັດລາວ-ຊຽງຟົງບີຈີເນສ ທ່ອງທ່ຽວພັດທະນາຈຳກັດຜູ້ດຽວ ຮັບໂດຍທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.

ຂ່າວ: ອົ່ນ

error: Content is protected !!