ຫຼັກຖານທີ່ເກີດມາຈາກການປອມແປງ ມີຄວາມຜິດຕາມປະມວນກົດໝາຍອາຍາ ໃຫ້ການເທັດກໍມີຄວາມຜິດຕາມປະມວນກົດໝາຍອາຍາ ຢາກໄດ້ດິນຂອງຄົນອື່ນມາເປັນກຳມະສິດຂອງຕົນ ຢາກໄດ້ຊັບຂອງຄົນອື່ນມາເປັນກຳມະສິດຂອງຕົນ ຢາກສໍ້ໂກງຢາກຍັກຍອກຊັບຂອງຄົນອື່ນມາເປັນຂອງຕົນໄດ້ ກ່ອນອື່ນໝົດຕ້ອງນຳຫຼັກຖານ ເພື່ອມາຢັ້ງຢືນວ່າຊັບນັ້ນ ສິ່ງຂອງນັ້ນເປັນຂອງຕົນຢ່າງແທ້ຈິງບໍ່ ? ຫຼື ນຳມາເພື່ອຢັ້ງຢືນວ່າຕົນເອງເປັນເຈົ້າກຳມະສິດໃນຊັບສິ່ງຂອງນັ້ນແທ້ ຫຼື ບໍ່ ? ສະນັ້ນ ຈຶ່ງຖືວ່າຫຼັກຖານເປັນສິ່ງສຳຄັນ ຊຶ່ງຄຳເວົ້າຂອງບັນພະບຸລຸດລາວໄດ້ກ່າວໄວ້ວ່າ ສິບປາກເວົ້າບໍ່ທໍ່ຕາເຫັນ ສິບຕາເຫັນບໍ່ທໍ່ມືໄດ້ບາຍ ໂດຍສະເພາະ ໃນຂະບວນຂອງການດຳເນີນຄະດີບໍ່ວ່າຄະດີອາຍາ ກໍຄື ຄະດີແພ່ງ ຫຼັກຖານຍິ່ງມີຄວາມສຳຄັນ.
ຫຼັກຖານ ໝາຍເຖິງຂໍ້ມູນອ້າງອີງ ທີ່ຄູ່ຄວາມ ບຸກຄົນທີ່ສາມ ຫຼື ສານເປັນຜູ້ປະກອບ ແລະ ເກັບກຳມາເພື່ອຢັ້ງຢືນໃຫ້ແກ່ການຮ້ອງຟ້ອງ ຫຼື ຮ້ອງຂໍການແກ້ຟ້ອງ ຫຼື ການຟ້ອງແຍ່ງຂອງຄູ່ຄວາມ ເພື່ອໃຫ້ສານພິຈາລະນາ ທັງເປັນສິ່ງທີ່ໃຊ້ເພື່ອກຳນົດສິ່ງໃດສິ່ງໜຶ່ງ ທີ່ມີຄວາມຈິງທາງດ້ານກົດໝາຍ ບົນພື້ນຖານການຕີລາຄາຫຼັກຖານຢ່າງຮອບຄອບ ແລະ ເດັດຂາດຂອງຜູ້ພິພາກສາທີ່ຮັບຜິດຊອບຄົ້ນຄວ້າຄະດີ ສຳລັບຫຼັກຖານໃນຄະດີແພ່ງ ແມ່ນບັນດາແຫຼ່ງຂໍ້ມູນເປັນຕົ້ນ ແມ່ນວັດຖຸ ເອກະສານ ຄຳໃຫ້ການທີ່ພົວພັນກັບຄະດີ ຊຶ່ງຄູ່ຄວາມ ບຸກຄົນທີສາມນຳມາຍື່ນຕໍ່ສານ ຫຼື ສານເກັບກຳມາ ເພື່ອຊ່ວຍໃຫ້ສານສາມາດກຳນົດເຫດການທີ່ພາໃຫ້ມີການຮ້ອງຟ້ອງ ຫຼື ຮ້ອງຂໍ ການແກ້ຟ້ອງ ຫຼື ການຟ້ອງແຍ່ງ ແລະ ເຫດການອື່ນທີ່ມີຄວາມໝາຍສຳຄັນ ເພື່ອເປັນບ່ອນອີງໃຫ້ແກ່ສານ ໃນການຕັດສິນຄະດີຢ່າງຖືກຕ້ອງ.
ຫຼັກຖານ ມີບົດບາດສຳຄັນໃນຂັ້ນຕອນການດຳເນີນຄະດີ ເພື່ອຊອກຫາຄວາມຈິງທີ່ເປັນພື້ນຖານໃຫ້ແກ່ການຕັດສີນຄະດີຂອງສານ ທັງນີ້ກໍເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງຄູ່ຄວາມ ຮັບປະກັນໃຫ້ການດຳເນີນຄະດີຂອງສານດຳເນີນໄປຢ່າງຄົບຖ້ວນ ຮອບດ້ານ ແລະ ພາວະວິໄສ ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫາກຂາດຫຼັກຖານຢັ້ງຢືນ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນ ຈະເປັນຜົນສະທ້ອນໃຫ້ຕົນເອງກາຍເປັນຝ່າຍເສຍ ປຽບ ໃນການຕໍ່ສູ້ຄະດີຢູ່ສານ ສະນັ້ນ ຫຼັກຖານຈຶ່ງເປັນກະແຈສຳຄັນໃນການໄຂເພື່ອຊອກຫາຄວາມຈິງຂອງຂໍ້ຂັດແຍ່ງ ຊຶ່ງຕ່າງຝ່າຍຕ່າງກໍອ້າງວ່າຕົນເອງເປັນຜູ້ມີສິດ ທັງເປັນການພິສູດເຖິງຄວາມໂປ່ງໃສຂອງຄູ່ຄວາມ ສາມາດເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງ ທີ່ເກີດຂຶ້ນລະຫວ່າງຄູ່ຄວາມຈົບລົງໂດຍໄວ ແລະ ທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມໃນການພິຈາລະນາຕັດສີນຄະດີຂອງສານ ຕົວຢ່າງ ຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງທ້າວ ຫຍາບ ກັບ ນາງ ຍໍກ່ຽວກັບທີ່ດິນທີ່ມີຊາຍແດນຕິດຈອດກັນ ພາຍຫລັງທີ່ທ້າວ ຫຍາບ ຖົມດິນໃໝ່ ກໍເອົາຫຼັກໝາຍອອກແລ້ວ ຍັບຫຼັກໝາຍໄປຝັງເຂົ້າໄປກວມເອົາດິນຂອງ ນາງ ຍໍ ເມື່ອນາງ ຍໍ ເຫັນກໍໄດ້ແຈ້ງໃຫ້ ທ້າວ ຫຍາບ ເອົາຫຼັກໝາຍດັ່ງກ່າວອອກໄປຝັງໄວ້ບ່ອນເກົ່າ ແຕ່ ທ້າວ ຫຍາບ ບໍ່ຍອມເຮັດ ຈຶ່ງເກີດຂໍ້ຂັດແຍ່ງກັນກັນຂຶ້ນຮອດສານ ຍ້ອນວ່າ ຖ້າຢາກໄດ້ໃຫ້ໄປຟ້ອງເອົາຢູ່ສານພຸ້ນ.
ສິ່ງທີ່ ທ້າວ ຫຍາບ ແລະ ນາງ ຍໍຕ້ອງເອົາໄປໃຫ້ສານ ເພື່ອອ້າງອີງກຳມະສີດຂອງຕົນ ກໍຄື ໃບຕາດິນ ຊຶ່ງໃບຕາດິນໄດ້ກຳນົດແຈ້ງກ່ຽວກັບລວງຍາວ ລວງກວ້າງຂອງດິນ ແລະ ເນື້ອທີ່ດິນທັງໝົດ ຊຶ່ງແຕ່ລະຄົນຍ່ອມຮູ້ແກ່ໃຈຕົນເອງຢູ່ແລ້ວວ່າ ແຕ່ຍ້ອນວ່າທ້າວ ຫຍາບ ບໍ່ຍອມຮັບຮູ້ເນື້ອທີ່ດິນທີ່ແທ້ຈິງຂອງຕົນເອງ ຈຶ່ງຍັບອອກເພື່ອສ້າງຂໍ້ຂັດແຍ່ງຂຶ້ນມາ ຕາມທຳມະດາແລ້ວແຕ່ລະຄົນກໍມີໃບຕາດິນຂອງຕົນເອງ ຖ້າຕ່າງຝ່າຍຕ່າງຮັບຮູ້ວ່າສິດໃນກຳມະສິດຂອງຕົນມີເນື້ອທີ່ເລິກໜາ ກວ້າງແຄບສ່ຳໃດ ກໍບໍ່ຈຳເປັນຈະໄປກວ້ານໄປສານໃຫ້ມັນເສຍເວລາ ເສຍຄວາມຮັກຄວາມແພງກັນຊ້ຳດອກ ກົນໄກເສດຖະກິດຕະຫຼາດຫາກນຳໃຊ້ຖືກກໍເກີດປະໂຫຍດຫຼວງຫຼາຍ ແຕ່ຫາກນຳໃຊ້ຜິດກໍເກີດຄວາມບາດໝາງຕໍ່ກັນ ແລະ ກັນ.