ໄພອັນຕະລາຍຈາກອອນລາຍທີ່ຄວນຮູ້

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ຂ່າວ​ກ່ຽວ​ກັບ​ເລື່ອງ​ວຸ້ນ­ວາຍ​ທີ່​ເກີດ​ຈາກ​ການ​ນຳ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ​ໄປ​ໃນ​ທາງ​ຜິດ­ພາດ ຢູ່​ບາງ​ປະ­ເທດ​ທັງ​ຢູ່​ໃກ້ ແລະ ໄກ ດັ່ງ​ລຸ່ມ​ນີ້:

ສິງ­ກະ­ໂປ-ມາ​ເລ​ເຊຍ: ໃນ​ຕົ້ນ​ເດືອນ​ກັນ­ຍາ 2017 ຂ່າວ​ໃຫຍ່​ດັງ​ໄກ​ຈາກ​ສິງ­ກະ­ໂປ ແລະ ມາ​ເລ​ເຊຍ​ເລື່ອງ​ໜຶ່ງ ກໍ​ຄື  ກ່ຽວ​ກັບ​ຜົນ­ສຳ­ເລັດ​ຮ່ວມ​ກັນ​ລະ­ຫວ່າງ​ສອງ​ປະ­ເທດ​ນີ້​ໃນ​ການ​ເລີກ​ຮື້​ກຸ່ມ​ແກ້ງ​ຕົ້ມ​ຕຸ໋ນ​ທີ່​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ ເປັນ​ເຄື່ອງ­ມື​ຫາ​ກິນ ກໍ­ລະ­ນີ​ຕົ້ມ​ຕຸ໋ນ​ຂ້າມ​ຊາຍ​ແດນ​ຄັ້ງ​ນີ້​ລວມ​ມີ​ທັງ​ໝົດ 32 ຄະ­ດີ 7 ຄະ­ດີ​ຢູ່​ສິງ­ກະ­ໂປ ແລະ 25 ຄະ­ດີ​ຢູ່​ມາ​ເລ​ເຊຍ​ເງິນ​ທີ່​ຖືກ­ເສຍ​ຫາຍ​ຈາກ​ຄະ­ດີ​ເຫຼົ່າ​ນີ້​ລວມ​ມີ​ຈຳ­ນວນ 245.000 ໂດ​ລາ​ສິງ­ກະ­ໂປ ເປົ້າ​ໝາຍ​ຕົ້ມ​ຕຸ໋ນ​ຂອງ​ກຸ່ມ​ແກ້ງ​ກໍ​ຄື ຄົນ​ໃນ​ສອງ​ປະ­ເທດ​ນີ້ ຮູບ​ການ­ເຄື່ອນ­ໄຫວ​ຫາ​ກິນ​ແບບ​ຜິດ​ກົດ­ໝາຍ​ຂອງ​ໂຈນ​ທາງ​ອິນ​ເຕີ​ເນັດ​ນັ້ນ ກໍ​ຄື ກ່ອນ​ອື່ນ​ໝົດ​ພວກ​ເຂົາ​ຈະ​ສ້າງ​ສາຍ­ສຳ­ພັນ ລຶ້ງ​ແກວ່ນ​ຮັກ­ແພງ​ກັບ​ບັນ­ດາ​ເປົ້າ​ໝາຍ​ທີ່​ເປັນ​ເຫຍື່ອ ຈາກ​ນັ້ນ ກໍ​ປັ້ນ​ເລື່ອງ​ຂີ້​ຕົວະ​ນາໆ​ປະ­ການ​ເຊັ່ນ ບອກ​ວ່າ ພວກ​ເຂົາ​ຖືກ​ເຈົ້າ​ໜ້າ­ທີ່​ທາງ​ການ​ກັກ​ຂັງ​ຈຳ­ເປັນ​ຕ້ອງ​ມີ​ເງິນ​ສຳ­ລັບ​ໄຖ່​ຖອນ ບາງ​ລາຍ​ກໍ​ຕົວະ​ວ່າ ຕົນ​ເປັນ​ນັກ­ທຸ­ລະ­ກິດ​ທີ່​ລ້ຳ​ລວຍ ເປັນ​ຄົນ​ສັງ­ຄົມ​ສູງ ເມື່ອ​ເຫຍື່ອ​ຕາຍ­ໃຈ​ຫຼົງ​ເຊື່ອ​ແລ້ວ​ພວກ​ເຂົາ​ກໍ​ມີ​ວິ­ທີ​ໃຫ້​ເຫຍື່ອ​ຈ່າຍ​ເງິນ​ໃຫ້​ພວກ​ເຂົາ­ເຈົ້າ ສະ­ມາ­ຊິກ​ກຸ່ມ​ແກ້ງ​ທີ່​ຖືກ​ຈັບ​ກຸມ​ຢູ່​ມາ​ເລ​ເຊຍ​ໃນ​ບັ້ນ​ເລີກ​ຮື້​ຄັ້ງ​ນີ້​ມີ​ທັງ​ໝົດ 11 ຄົນ ໃນ​ນັ້ນ 10 ຄົນ ເປັນ​ຊາວ​ອາ​ຟຣິ​ກາ ສ່ວນ​ຢູ່​ສິງ­ກະ­ໂປ​ນັ້ນ ຈັບ​ໄດ້ 3 ຄົນ ຊຶ່ງ​ເປັນ​ຄົນ​ສິງ­ກະ­ໂປ ທີ່​ເຮັດ​ໜ້າ­ທີ່​ໂອນ​ເງິນ​ໃຫ້​ກຸ່ມ​ແກ້ງ ນີ້​ຖື​ວ່າ​ເປັນ​ຜົນ­ສຳ­ເລັດ​ຄັ້ງ​ສຳ­ຄັນ​ໃນ​ການ​ຮ່ວມ​ມື ລະ­ຫວ່າງ​ກົມ​ກິດ­ຈະ­ກຳ​ການ​ຄ້າ (CAD) ກອງ​ກຳ­ລັງ​ຕຳ­ຫຼວດ​ສິງ­ກະ­ໂປ ແລະ ກຸ່ມ​ສອບ​ສວນ​ອາ​ຊະ​ຍາ​ກຳ​ການ​ຄ້າ (CCID) ຂອງ​ກອງ​ກຳ­ລັງ​ຕຳ­ຫຼວດ​ມາ​ເລ​ເຊຍ ໃນ​ການ​ປາບ​ປາມ​ກຸ່ມ​ແກ້ງ​ຕົ້ມ​ຕຸ໋ນ​ທາງ​ອິນ​ເຕີ​ເນັດ​ຄັ້ງ​ນີ້.

ທີ່​ອີ​ຣັກ: ນີ້​ກໍ​ເປັນ​ຂ່າວ​ກ່ຽວ​ກັບ​ບັນ­ຫາ​ທີ່​ເກີດ​ຂຶ້ນ ຈາກ​ການ​ນຳ​ໃຊ້​ສື່​ສັງ­ຄົມ​ສະ­ໄໝ​ໃໝ່​ເຊັ່ນ​ກັນ ເລື່ອງ​ມີ​ຢູ່​ວ່າ ໃນ​ວັນ​ທີ 17 ເມ­ສາ 2019 ລັດ​ຖະ​ສະ­ພາ​ປະ­ເທດ​ອີ​ຣັກ​ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ສະ­ບັບ​ໜຶ່ງ​ທີ່​ໃຫ້​ສິດ​ລັດ­ຖະ­ບານ ໃນ​ການ​ເກືອດ​ຫ້າມ​ການ​ຫຼີ້ນ​ເກມ​ອິນ​ເຕີ​ເນັດ ທີ່​ຂັດ​ຕໍ່​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ຂອງ​ອີ​ຣັກ ທັງ​ເປັນ​ຊະ​ນວນ​ກໍ່​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ການ​ເສຍ​ທາດ​ຂາດ​ຄຸນ​ຂອງ​ຊາວ​ໜຸ່ມ ເຍົາ­ວະ​ຊົນ ເຮັດ​ໃຫ້​ພວກ​ເຂົາ​ບໍ່​ເອົາ­ໃຈ­ໃສ່​ຕໍ່​ການ​ຮຽນ ຍ້ອນ​ຕິດ​ເກມ​ຢ່າງ​ງອມ​ແງມ ເກມ​ທີ່​ກົດ­ໝາຍ​ກຳ­ນົດ​ຫ້າມ​ນັ້ນ​ໄດ້­ແກ່​ເກມ “ຟອດ​ໄນ​ບະ​ລູ​ແວວ” ຫຼື PUBG ວ່າ​ກັນ​ວ່າ ເກມ PUBG ນີ້​ໄດ້​ເຮັດ​ໃຫ້​ເກີດ​ກໍ­ລະ­ນີ​ຢ່າ​ຮ້າງ​ຫຼາຍ​ຂຶ້ນ​ໃນ​ອີ​ຣັກ.

error: Content is protected !!