ອົງການອາຫານໂລກ ສະໜັບສະໜູນລາວ ກຽມພ້ອມຮັບມືເຫດການສຸກເສີນ

    ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ່ນສາງ (ສາງເຄື່ອນທີ່) 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ຫຼືປະມານ 543 ລ້ານກີບ ໃຫ້ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຫຼື ສະຖານນະການສຸກເສີນອື່ນໆຢູ່ແຂວງໄຊຍະບູລີ ບໍ່ແກ້ວ ຫຼວງນໍ້າທາ ແລະ ສະຫວັນນະເຂດ ຂຶ້ນວັນທີ 14 ກັນຍາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກ່າວມອບໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການອົງການອາຫານໂລກ ປະຈຳລາວ ແລະ ກ່າວຮັບໂດຍທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກະຊວງ ຮສສ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ສາງເຄື່ອນທີ່ດັ່ງກ່າວນີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ ເຊິ່ງແຕ່ລະເຕັ່ນ-ສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລກຣາມ 10.000 ເປົາ ສາງເຄື່ອນທີ່ນີ້ ຍັງສາມາດສ້າງເປັນສູນໂລຈິສຕິກທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ ແລະ ອື່ນໆ.

    ທ່ານ ວິໄລພົງ ສີສົມຫວັງ ກ່າວວ່າ: ສາງດັ່ງກ່າວຈະມີອຸປະກອນທີ່ອໍານວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກ ເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພ ທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ໂອກາດນີ້ ຕ້ອງຂໍຂອບໃຈມາຍັງອົງການອາຫານໂລກປະຈຳລາວ ທີ່ໄດ້ໃຫ້ການສະໜັບສະໜູນສາງເຄື່ອນທີ່ຈຳນວນດັ່ງກ່າວ ເພື່ອນໍາໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານະການສຸກເສີນຕ່າງໆ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດຂອງພວກເຮົາ ເຕັ່ນສາງເຄື່ອນທີ່ນີ້ ແມ່ນການຊ່ວຍເຫຼືອເພີ່ມເຕີມ ເຊິ່ງຜ່ານມາ ທາງອົງການອາຫານໂລກ ປະຈຳລາວ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ແຂວງອັດຕະປື ເຊກອງ ຄຳມ່ວນ ແລະ ອຸດົມໄຊ ເຊິ່ງລວມທັງໝົດເປັນ 7 ຊຸດ ທີ່ທາງອົງການອາຫານໂລກໄດ້ມອບໃຫ້ກັບລັດຖະບານລາວ.

    ທ່ານ ຢານ ເດວບາເລີ ກ່າວຕື່ມວ່າ: ການກຽມຄວາມພ້ອມ ແມ່ນສິ່ງທີ່ສຳຄັນຫຼາຍ ໂດຍສະເພາະກັບສະຖານະການທີ່ບໍ່ສາມາດຄາດເດົາໄດ້ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ ໃນໄລຍະຜ່ານມາ ເຕັ່ນສາງເຄື່ອນທີ່ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະໃນໄລຍະທີ່ມີໄພນໍ້າຖ້ວມຢູ່ລາວ ເພື່ອໃຫ້ແນ່ໃຈວ່າເຄື່ອງມື ແລະ ອຸປະກອນບັນເທົາທຸກເຫຼົ່ານັ້ນ ສາມາດສົ່ງໄປຍັງຜູ້ທີ່ໄດ້ຮັບຜົນກະທົບຢູ່ພື້ນທີ່ທັນກັບເວລາ ຂ້າພະ ເຈົ້າມີຄວາມດີໃຈຫຼາຍ ທີ່ການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີການເກີດດອກອອກຜົນເປັນຢ່າງດີ.

   # ຂ່າວ & ພາບ: ລັດເວລາ

error: Content is protected !!