ມອບປຶ້ມນິທານສະເຫຼີມສະຫຼອງວັນສາກົນແຫ່ງການລຶບລ້າງການກືກໜັງສື

       ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ໂຄງການຮຽນອ່ານ ໄດ້ມອບປຶ້ມນິທານສົ່ງເສີມການອ່ານ ໃຫ້ກະຊວງສຶກສາທິການ ແລະ ກີລາ ຈໍານວນ 81.813 ຫົວ ເພື່ອສະເຫຼີມສະຫຼອງວັນສາກົນແຫ່ງການລຶບລ້າງການກືກໜັງສື ວັນທີ 15 ກັນຍາ 2020 ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການມອບຂອງທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມີຣິກາປະຈໍາລາວ ຕາງໜ້າຮັບຂອງທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນກ່ຽວຂ້ອງປະຈໍາລາວ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ອໍານາດການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມຫຼາຍກວ່າ 100 ຄົນ.

    ປຶ້ມນິທານທີ່ມອບຄັ້ງນີ້ ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ແລະ ຊັ້ນປະຖົມປີທີ 1 ເຊິ່ງຈະຖືກແຈກຢາຍໃຫ້ຫ້ອງກຽມປະຖົມ 227 ຫ້ອງ ແລະ ໂຮງຮຽນປະຖົມ 584 ແຫ່ງ.

    ໂຄງການຮຽນອ່ານ ໄດ້ພັດທະນາ ຈັດພິມ ແຈກຢາຍປຶ້ມນິທານ ແລະ ອຸປະກອນການຮຽນ-ການສອນ ໂດຍຜ່ານການປຶກສາຫາລືຮ່ວມກັບກະຊວງສຶກສາທິການ ແລະ ກີລາ ແລະ ບັນດາຜູ້ມີສ່ວນຮ່ວມຫຼັງຈາກພວກອື່ນໆ ຄູ່ຮ່ວມຈັດຕັ້ງປະຕິບັດຂອງໂຄງການຮຽນອ່ານ ລວມມີອົງການຊ່ວຍເຫຼືອເດັກສາກົນ ອົງການຣູມທູຣິດ ແລະ ອົງການເພື່ອມະນຸດສະທໍາ ເຊິ່ງການມີສ່ວນຮ່ວມ ແລະ ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກີລາ ໃນການພັດທະນາ ພ້ອມທັງຮັບປະກັນວ່າອຸປະກອນສົ່ງເສີມການຮຽນ-ການສອນເຫຼົ່ານັ້ນ ມີຄວາມເໝາະສົມທາງດ້ານວິຊາການ ແລະ ການມີສ່ວນຮ່ວມບົນພື້ນຖານ ບົດບາດຍິງ-ຊາຍ ຊົນເຜົ່າ ແລະ ອື່ນໆ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!