
ພິທີເຊັນສັນຍາວ່າດ້ວຍການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດລາວ ແລະ ສປປ ເກົາຫຼີ ຮ່ວມລົງນາມໂດຍທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ລີ ຢົງຊົນ ເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳລາວ ຈັດຂຶ້ນວັນທີ 25 ມີນາ 2020 ທີ່ກະຊວງການຕ່າງປະເທດ ໂດຍມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສັນຍາວ່າດ້ວຍການຮ່ວມມືສະບັບນີ້ ຈະປ່ຽນແທນສັນຍາສະບັບກ່ອນທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນປີ 1990 ທີ່ໝົດອາຍຸແລ້ວ ເຊິ່ງສັນຍາສະບັບນີ້ແມ່ນເອກະສານທີ່ສຳຄັນ ສຳລັບການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບສະຫາຍອ້າຍນ້ອງລະຫວ່າງສອງປະເທດ ລາວ ແລະ ສປປ ເກົາຫຼີ ໂດຍສະເພາະການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃນຕໍ່ໜ້າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອນຳຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນຂອງສອງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້ ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມຂອງສອງປະເທດ ລາວ ແລະ ສປປ ເກົາຫຼີ ໂດຍສະເພາະການເປັນປະເທດເພື່ອນມິດຮ່ວມອຸດົມການສັງຄົມນິຍົມອັນດຽວກັນ ພ້ອມນີ້ ສອງຝ່າຍຕ່າງກໍໄດ້ອວຍພອນໃຫ້ສາຍພົວພັນຮ່ວມມືດັ່ງກ່າວຂອງສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.