
ເພື່ອເປັນການແກ້ໄຂການສັນຈອນແອອັດ ຫຼຸດຜ່ອນການເກີດອຸບັດເຫດ ແລະ ແກ້ໄຂຫາງສຽງຈົ່ມວ່າຂອງສັງຄົມ ກໍຄືຜູ້ໃຊ້ລົດໃຊ້ຖະໜົນ ດັ່ງນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນຕຳຫຼວດຈະລາຈອນ ປັບປຸງໄຟອຳນາດ (ໄຟແດງ) ແລະ ການຈອດລົດຊະຊາຍບາງຈຸດຢູ່ຖະໜົນໄກສອນ ພົມວິຫານ ແລະ ຖະໜົນດົງໂດກ.

ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ໃຫ້ສຳພາດວັນທີ 24 ມີນາ 2020 ວ່າ: ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ຍທຂ ລົງວັນທີ 24 ສິງຫາ 2018 ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືຄັ້ງວັນທີ 13 ມີນາ 2020 ແລະ ອີງຕາມການລົງສຳຫຼວດກວດກາຕົວຈິງ ແລະ ຄຳແນະນຳຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 17 ມີນາ 2020 ມາຮອດວັນທີ 19 ມີນາ 2020 ພະແນກ ຍທຂ ນວ ໄດ້ເຮັດບົດລາຍງານເຖິງຫ້ອງວ່າການປົກຄອງ ນວ ວ່າ: ໃນສະພາບການສັນຈອນຢູ່ເຂດເມືອງໄຊທານີ ເປັນຕົ້ນຢູ່ເຂດໄຟອຳນາດທາງເຂົ້າເຮືອນພັກຊີເກມໃນໂມງເລັ່ງດ່ວນ ເຫັນວ່າການສັນຈອນຢູ່ເຂດນັ້ນມີຄວາມແອອັດສົມຄວນ ຈຳນວນພາຫະນະທີ່ເຂົ້າມາຕົວເມືອງມີຈຳນວນຫຼາຍ ເປັນຕົ້ນມາຈາກທາງເລກ 10 ແລະ ທາງ 13 ໃຕ້ໂຮມເຂົ້າມາຈຸດດຽວ ໃນການໃຊ້ໄຟອຳນາດໃນການສັນຈອນນັ້ນ ເຫັນວ່າຕ້ອງໄດ້ລໍຖ້າດົນ 2-3 ຮອບຈຶ່ງສາມາດຜ່ານໄດ້ ຈະແຕກຕ່າງຈາກ 2-3 ປີຜ່ານມາ ແລະ ອີກສາເຫດໜຶ່ງ ຍ້ອນມີລົດຈອດແຄມທາງ ເປັນຕົ້ນມີຮ້ານປີ້ງເປັດຢູ່ແຄມທາງບ້ານດອນໜູນ ເວລາຂາເຂົ້າ ແລະ ຂາອອກ ມີຮ້ານຂາຍເຄື່ອງສົ່ງນາງຄຳຜົ້ງ ກໍມີລົດຈອດແອອັດຫຼາຍ ຜ່ານມາ ທາງຈັດສັນ ແລະ ຈະລາຈອນເມືອງໄຊທານີໄດ້ພະຍາຍາມແກ້ຢູ່ ແຕ່ກໍບໍ່ສຳເລັດເປັນອັນຖາວອນ ສະນັ້ນວັນທີ 13 ມີນາ 2020 ກົມຕຳຫຼວດຈະລາຈອນໄດ້ຈັດກອງປະຊຸມໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອຄົ້ນຄວ້າວາງແຜນກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ວັນທີ 17 ມີນາ 2020 ຄະນະດັ່ງກ່າວໄດ້ລົງເບິ່ງສະຖານທີ່ຕົວຈິງຢູ່ 4 ຈຸດຄື: ເຂດໄຟອຳນາດທາງເຂົ້າເຮືອນພັກຊີເກມ ໜ້າ ຮ້ານຂາຍເຄື່ອງນາງ ຄຳຜົ້ງ ເຂດໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ ມຊ ຖະໜົນດົງໂດກ ແລະ ເຂດ 4 ແຍກໄຟອຳນາດດົງໂດກ-ທາງ 450 ປີ ຈຸດທີ່ລົດເມມັກຈອດເອົາຄົນໂດຍສາຍຂຶ້ນ.
ໃນແຕ່ລະຈຸດ ຜ່ານການຄົ້ນຄວ້າປຶກສາຫາລືກັນແລ້ວ ສະເໜີກຳນົດວິທີການແກ້ໄຂຄື: ຈຸດໄຟອຳນາດ ທາງເຂົ້າເຮືອນພັກຊີເກມ ເຫັນຄວນປິດຊົ່ວຄາວ ຫ້າມລົດທຸກປະເພດທີ່ອອກມາຈາກເຮືອນພັກຊີເກມ ຫ້າມໄປຊື່ ແລະ ລ້ຽວຊ້າຍໄປທາງດອນໜູນ ແຕ່ສາມາດລ້ຽວຂວາໄດ້ ຖ້າຈະລ້ຽວກັບ ໃຫ້ໄປລ້ຽວຢູ່ຈຸດລ້ຽວ ແລະ ຈຸດໄຟອຳນາດດົງໂດກ-ທາງ 450 ປີ ລົດທີ່ອອກຈາກຄອງນ້ຳບ້ານນາແຄ ຫ້າມໄປຊື່ ແລະ ລ້ຽວຊ້າຍໄປທາງດົງໂດກ ແຕ່ລ້ຽວຂວາໄປທາງດອນໜູນໄດ້ ຕໍ່ກັບການກະກຽມເພື່ອປະຕິບັດ ມອບໃຫ້ພະແນກ ຍທຂ ນວ ເອົາແທ່ງຄອນກຣີດໄປຕັນທາງກາງ ແລ້ວປິດລະບົບໄຟອຳນາດ ມອບໃຫ້ພະແນກຕຳຫຼວດຈະລາຈອນ ນວ ແລະ ກອງຮ້ອຍຈະລາຈອນເມືອງໄຊທານີ ຈັດຕັ້ງກຳລັງລົງປະຈຳຕິດຕາມຕະຫຼອດ 24 ຊົ່ວໂມງ ໃນໄລຍະທົດລອງ 1 ເດືອນ.
ສ່ວນຈຸດຮ້ານຂາຍເຄື່ອງນາງ ຄຳຜົ້ງ ມອບໃຫ້ພະແນກ ຍທຂ ນວ ສົມທົບກັບຫ້ອງການ ຍທຂ ແລະ ຈະລາຈອນເມືອງໄຊທານີລົງເກັບກຳຂໍ້ມູນ ແຕ່ປັດຈຸບັນໄດ້ສຳເລັດອອກແບບການປັບປຸງບ່ອນຈອດລົດໜ້າຮ້ານ ໂດຍປັບປຸງແຄມທາງ ແລະ ຟຸດບາດໃໝ່ ພາຍຫຼັງເຮັດສຳເລັດແລ້ວ ທາງຮ້ານຕ້ອງມີພະນັກງານຮັກສາຄວາມປອດໄພມາປະຈຳການສັນຍານລົດເຂົ້າ-ອອກ ສ່ວນງົບປະມານໃນການປັບປຸງ ມອບໃຫ້ເຈົ້າຂອງຮ້ານເປັນຜູ້ປະກອບສ່ວນ ເຊິ່ງຈຸດຈອດລົດປັບປຸງໃໝ່ນີ້ ຖ້າຈອດເຕັມແລ້ວ ຈະບໍ່ໃຫ້ຈອດຊ້ອນກັນແບບຄືຜ່ານມາ ສ່ວນຈຸດໜ້າທະນາຄານການຄ້າ ໜ້າ ມຊ ກໍເຮັດຮູບການດຽວກັນ.
ສຳລັບຈຸດ 4 ແຍກດົງໂດກ-ທາງ 450 ປີ ໄດ້ເອົາປ້າຍຫ້າມຈອດມາຕິດຕັ້ງໃສ່ ແລະ ຕິດຕັ້ງກ້ອງວົງຈອນປິດໃສ່ຕິດຕາມເປັນປະຈຳ ແລະ ມອບໃຫ້ເຈົ້າໜ້າທີ່ປະຈຳການປະຕິບັດລະບຽບຢ່າງເຂັ້ມງວດ ສ່ວນງົບປະມານໃນການນຳໃຊ້ ມອບໃຫ້ສະຖານີລົດໂດຍສານສາຍໃຕ້ເປັນຜູ້ປະກອບ ເຊິ່ງການປັບປຸງຈຸດນີ້ ໄດ້ເລີ່ມມາແຕ່ຕົ້ນເດືອນມີນາ 2020 ແລະ ໄດ້ໃຫ້ພະນັກງານໄປປະຈຳການຢູ່ສະຖານີລົດໂດຍສານສາຍໃຕ້ຕື່ມອີກ ເພື່ອປະຕິບັດຢ່າງເຂົ້າງວດກັບລົດໂດຍສານທີ່ມາຈອດຢູ່ໃກ້ກັບ 4 ແຍກດັ່ງກ່າວ ທັງນີ້ກໍເພື່ອເຮັດໃຫ້ໂຄງການແກ້ໄຂການສັນຈອນແອອັດຢູ່ 4 ຈຸດທີ່ກ່າວມາຂ້າງເທິງນີ້ມີຄວາມຍືນຍົງຕະຫຼອດໄປ.