ສົກປີ 2019-2020 ມີເດັກນ້ອຍທີ່ບໍ່ເຂົ້າເຖິງການສຶກສາ ປະລະຈາກໂຮງຮຽນຊັ້ນປະຖົມ 4%

ວັນ​ທີ 8 ກັນ­ຍາ ແມ່ນ​ວັນ​ສາ­ກົນ​ແຫ່ງ​ການ​ຮຽນ​ຮູ້​ໜັງ­ສື ເຊິ່ງ​ປີ​ນີ້​ໝູ­ນວຽນ​ມາ​ຄົບ­ຮອບ 55 ປີ ວັນ​ດັ່ງ­ກ່າວ​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ຢ່າງ​ຍິ່ງ ຕໍ່​ກັບ​ປະ­ຊາ​ຊາດ​ໃນ​ທົ່ວ​ໂລກ ໂດຍ​ສະ­ເພາະ​ແມ່ນ​ຜູ້​ດ້ອຍ​ໂອ­ກາດ ພາດ​ໂອ­ກາດ​ທາງ​ການ​ສຶກ​ສາ ເຊິ່ງ​ຕົ້ນ­ຕໍ​ແມ່ນ​ຄວາມ​ບໍ່​ຮູ້​ໜັງ­ສື ແລະ ການ​ຮຽນ​ບໍ່​ຈົບ​ການ​ສຶກ​ສາ​ຂັ້ນ​ພື້ນ­ຖານ ເຊິ່ງ​ມັນ​ໄດ້​ກາຍ­ເປັນ​ອຸ­ປະ­ສັກ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ກັບ​ການ​ພັດ­ທະ­ນາ​ຄົນ ກໍ່​ຄື​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ ຂອງ​ສັງ­ຄົມ ຂອງ​ຕົນ​ເອງ ແລະ ຄອບ­ຄົວ ດ້ວຍ​ເຫດ­ຜົນ​ດັ່ງ­ກ່າວ ປະ­ຊາ­ຊົນ​ຜູ້​ຮັກ­ຫອມ ສັນ­ຕິ­ພາບ ປະ­ຊາ­ທິ­ປະ­ໄຕ ແລະ ຮັກ​ຄວາມ​ເປັນ​ທຳ​ຢູ່​ໃນ​ທົ່ວ​ໂລກ ຈຶ່ງ​ໄດ້​ພ້ອມ​ກັນ​ສະ­ເໜີ ເພື່ອ​ທວງ​ເອົາ​ສິດ​ໃນ​ການ​ສຶກ​ສາ​ຮ່ຳ­ຮຽນ ແນ່​ໃສ່​ເຮັດ​ໃຫ້​ປະ­ຊາ­ຊົນ​ເຫຼົ່າ­ນັ້ນ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ບໍ່​ຮູ້​ໜັງ­ສື ແລະ ຮຽນ​ຈົບ​ຊັ້ນ​ປະ­ຖົມ ຫຼື ຮຽນ​ສູງ​ກວ່າ​ນັ້ນ ເພື່ອ​ໃຫ້​ຄົນ​ເຮົາ​ມີ​ລະ­ດັບ​ຄວາມ​ຮູ້​ຄວາມ​ສາ­ມາດ​ສູງ​ຂຶ້ນ​ໄປ​ເລື້ອຍໆ.

ເນື່ອງ​ໃນ​ໂອ­ກາດ​ວັນ​ສາ­ກົນ​ແຫ່ງ​ການ​ຮຽນ​ຮູ້​ໜັງ­ສື ຄົບ­ຮອບ 55 ປີ (08/09/1965-08/09/2020) ທ່ານ ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ມີ​ຄຳ​ເຫັນ​ຕໍ່​ວັນ​ດັ່ງ­ກ່າວ ຄື: ກອງ​ປະ­ຊຸມ​ສາ­ກົນ​ລະ­ດັບ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ​ໃນ​ປີ 1965 ທີ່​ນະ­ຄອນ­ຫຼວງ​ເຕ​ເຮ​ລານ ປະ­ເທດ​ອີ​ລານ ໄດ້​ຄົ້ນ­ຄວ້າ​ນຳ​ສະ­ເໜີ​ໃຫ້​ມີ​ວັນ​ສາ­ກົນ​ແຫ່ງ​ການ​ຮຽນ​ຮູ້​ໜັງ­ສື ເຊິ່ງ​ໃນ​ຊຸມ​ປີ​ຕໍ່​ມາ​ຄື​ປີ 1986 ກອງ​ປະ­ຊຸມ​ໃຫຍ່​ອົງ­ການ​ອຸຍ​ແນັດ​ສະ​ໂກ ຄັ້ງ​ທີ 14 ໄດ້​ມີ​ມະ­ຕິ​ຮັບ­ຮອງ​ເອົາ​ວັນ​ທີ 8 ກັນ­ຍາ​ຂອງ​ທຸກໆ​ປີ ໃຫ້​ເປັນ​ວັນ​ສາ­ກົນ​ແຫ່ງ​ການ​ຮຽນ​ຮູ້​ໜັງ­ສື ພ້ອມ​ກັນ​ນັ້ນ ໄດ້​ຮຽກ­ຮ້ອງ​ໃຫ້​ທຸກໆ​ປະ­ເທດ​ທີ່​ເປັນ​ສະ­ມາ­ຊິກ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ຈັດ​ຕັ້ງ​ສະ­ເຫຼີມ­ສະ­ຫຼອງ​ວັນ​ດັ່ງ­ກ່າວ​ໃນ​ທຸກໆ​ປີ ເພື່ອ​ສະ­ຫຼຸບ​ຕີ​ລາ­ຄາ​ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແຜນ­ການ​ຮຽນ​ຮູ້​ໜັງ­ສື​ໃນ​ປະ­ເທດ​ຂອງ​ຕົນ ພ້ອມ​ກັນ​ນັ້ນ ກໍ​ໄດ້​ກຳ­ນົດ​ທິດ​ທາງ ແຜນ­ການ ຄາດ­ໝາຍ​ສູ້​ຊົນ ແລະ ວິ­ທີ​ການ​ຈັດ­ການ​ສຶກ​ສາ ແນ­ໃສ່​ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງ­ສື​ໃນ​ປີ​ຕໍ່ໆ​ໄປ.

ໃນ​ແຕ່​ລະ​ປີ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ​ອຸຍ​ແນັດ​ສະ​ໂກ ໄດ້​ມີ​ສານ​ໃຫ້​ລັດ​ພາ­ຄີ​ໃຫ້​ເອົາ­ໃຈ­ໃສ່​ສົ່ງ­ເສີມ​ການ​ຮູ້​ໜັງ­ສື ແລະ ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ພ້ອມ​ທັງ​ມີ​ຄຳ​ຂວັນ​ອອກ​ໃນ​ແຕ່​ລະ​ປີ ສຳ­ລັບ​ປີ 2020 ນີ້ ແມ່ນ “ການ​ສິດ­ສອນ ແລະ ການ​ຮຽນ​ຮູ້​ໜັງ­ສື ໃນ​ວິ​ກິດ​ການ COVID-19 ແລະ ທິດ​ທາງ​ໃນ­ຕໍ່­ໜ້າ (Literacy teaching and learning in the COVID-19 crisis and beyond) ໃນ​ຫຼາຍ​ປີ­ຜ່ານ­ມາ ການ​ຮຽນ​ຮູ້​ໜັງ­ສື​ຂອງ​ປະ­ຊາ​ຄົມ​ໂລກ​ໄດ້​ຮັບ​ການ​ຂະ­ຫຍາຍ​ໂຕ ເພີ່ມ​ຂຶ້ນ​ຢ່າງ​ວອງ​ໄວ ແຕ່​ກໍ​ຍັງ​ມີ​ປະ­ຊາ­ກອນ​ໂລກ​ປະ­ມານ 773 ລ້ານ​ຄົນ ສ່ວນ​ຫຼາຍ​ເປັນ​ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ​ຍັງ​ບໍ່​ຮູ້​ໜັງ­ສື ແລະ ຫຼາຍ​ກວ່າ 617 ລ້ານ​ຄົນ ແມ່ນ​ເດັກ­ນ້ອຍ ແລະ ຊາວ​ໜຸ່ມ​ໃນ​ການ​ອ່ານ ແລະ ຄິດ­ໄລ່​ເລກ​ໂດຍ​ພື້ນ­ຖານ​ຍັງ​ຕ່ຳ​ກວ່າ​ມາດ­ຖານ.

ສຳ­ລັບ ສປປ ລາວ ລັດ­ຖະ­ບານ ໃຫ້​ຄວາມ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເຊິ່ງ​ໄດ້​ເອົາ­ໃຈ­ໃສ່​ຂະ­ຫຍາຍ​ຕາ​ໜ່າງ​ການ​ສຶກ​ສາ ສ້າງ​ເງື່ອນ­ໄຂ​ໃຫ້​ພົນ­ລະ­ເມືອງ​ລາວ ສາ­ມາດ​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ຢ່າງ​ສະ­ເໝີ­ພາບ ແລະ ເທົາ​ທຽມ​ກັນ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ສປປ ລາວ ຍັງ​ມີ​ປະ­ຊາ­ກອນ​ທີ່​ບໍ່​ຮູ້​ໜັງ­ສື ແລະ ຍັງ​ມີ​ເດັກ­ນ້ອຍ​ທີ່​ບໍ່​ໄດ້​ເຂົ້າ​ເຖິງ​ການ​ສຶກ​ສາ ແລະ ປະ­ລະ​ຈາກ​ໂຮງ­ຮຽນ​ຊັ້ນ​ປະ­ຖົມ​ປະ­ມານ 4% ໃນ​ສົກ​ປີ 2019-2020 ນີ້ ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ທີ່​ປະ­ເທດ​ຂອງ​ພວກ​ເຮົາ ຈະ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ໃນ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້­ຜົນ​ກະ­ທົບ​ອັນ​ໜັກ­ໜ່ວງ ແລະ ຮ້າຍ​ແຮງ​ຕໍ່​ການ​ພັດ­ທະ­ນາ​ການ​ສຶກ​ສາ​ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ​ນັ້ນ ລັດ­ຖະ­ບານ​ແຫ່ງ ສປປ ລາວ ກໍ​ຄື ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ມີ​ການ​ຮັບ​ມື​ໂດຍ​ອີງ­ໃສ່​ກົດ­ໝາຍ​ນິ­ຕິ​ກຳ​ຕ່າງໆ ທີ່​ມີ​ໂດຍ​ສະ­ເພາະ​ແມ່ນ​ດຳ­ລັດ​ວ່າ​ດ້ວຍ​ການ​ຮຽນ​ຮູ້​ຕະ­ຫຼອດ​ຊີ­ວິດ ເພື່ອ​ສົ່ງ­ເສີມ​ການ​ສຶກ​ສາ​ໄປ​ສູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ສ້າງ​ເງື່ອນ­ໄຂ​ໃຫ້​ແກ່​ກຸ່ມ​ເປົ້າ​ໝາຍ​ຜູ້​ທີ່​ດ້ອຍ​ໂອ­ກາດ ຜູ້​ທຸກ​ຍາກ ເພດ​ຍິງ ຊົນ­ເຜົ່າ ຜູ້​ພິ­ການ​ໄດ້​ຮັບ​ການ​ສຶກ​ສາ ທີ່​ມີ​ຄວາມ​ສະ­ເໝີ­ພາບ ແລະ ເທົ່າ​ທຽມ ໂດຍ​ຜ່ານ​ການ​ຈັດ­ການ​ຮຽນ-ການ​ສອນ​ໃນ​ຫຼາຍ​ຮູບ​ແບບ ຫຼາຍ​ຮູບ​ການ ເຊັ່ນ: ການ​ຮຽນ​ທາງ­ໄກ ການ​ຮຽນ​ຜ່ານ​ໂທລະ­ພາບ ວິ­ທະ­ຍຸ ສື່​ສັງ ຄົມ​ອອນ​ລາຍ ແລະ ອື່ນໆ ກ້າວ​ໄປ​ເຖິງ​ການ​ຮຽນ​ຮູ້​ຕາມ​ອັດ​ຕະ​ຍາ​ໄສ.

ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ໄດ້​ກ່າວ​ຕື່ມ​ວ່າ: ໃນ​ນາມ​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ ແຫ່ງ ສປປ ລາວ ກໍ​ຄື ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ໃນ​ນາມ​ສ່ວນ​ຕົວ ຂໍ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ສັນ­ລະ­ເສີນ ມາ​ຍັງ​ຄະ­ນະ​ນຳ ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ​ບັນ­ດາ​ຂະ­ແໜງ­ການ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ການ­ຈັດ­ຕັ້ງ​ພາກ​ເອ­ກະ​ຊົນ ຊຸມ​ຊົນ ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ກີ­ລາ ຄູ​ອາ­ຈານ ແລະ ນັກ­ຮຽນ​ຕະ­ຫຼອດ​ຮອດ​ພີ່­ນ້ອງ​ລາວ​ບັນ­ດາ­ເຜົ່າ ທີ່​ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ​ນອກ​ໂຮງ­ຮຽນ ກໍ​ຄື ວຽກ​ງານ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງ­ສື ແລະ ຂອບ­ໃຈ​ມາ​ຍັງ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຕໍ່​ຜົນ­ສຳ­ເລັດ​ໃນ​ໄລ­ຍະ​ຜ່ານ​ມາ.

error: Content is protected !!