ການຢັ້ງຢືນໃບຕາດິນເສຍຫາຍ

ການ​ພິ­ຈາ­ລະ­ນາ​ຕັດ​ສີນ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ ໝາຍ​ເຖິງ​ການ​ຢັ້ງ­ຢືນ​ກຳ­ມະ­ສິດ ໃນ​ທີ່​ດິນ​ຂອງ​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ ຕາມ​ໃບ​ຕາ­ດິນ​ທີ່​ອົງ­ການ​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ທີ່​ດິນ​ອອກ​ໃຫ້ ແຕ່​ໃບ​ຕາ­ດິນ​ດັ່ງ­ກ່າວ​ເສຍ​ຫາຍ ຫຼື ຖືກ​ທຳ­ລາຍ​ດ້ວຍ​ຮູບ​ການ​ຕ່າງໆ ທີ່​ບໍ່​ໄດ້​ຮ່ອງ­ຮອຍ​ຂອງ​ໃບ​ຕາ­ດິນ​ໄວ້ ດັ່ງ­ນັ້ນ ເມື່ອ​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ​ຕ້ອງ­ການ​ມອບ ໂອນ ຄ້ຳ­ປະ­ກັນ ຫຼື ຕ້ອງ­ການ​ຊີ້​ຂາດ ກ່ຽວ​ກັບ​ກຳ­ມະ­ສິດ​ທີ່​ດິນ​ຕອນ​ດັ່ງ­ກ່າວ ຕ້ອງ​ໄດ້​ມີ​ເອ­ກະ­ສານ​ຢັ້ງ­ຢືນ ກ່ຽວ​ກັບ​ກຳ­ມະ­ສິດ​ໃນ​ທີ່​ດິນ​ຕອນ​ດັ່ງ­ກ່າວ ແຕ່​ເອ­ກະ­ສານ​ຢັ້ງ­ຢືນ​ກຳ­ມະ­ສິດ​ຄື ໃບ​ຕາ­ດິນ​ພັດ​ເສຍ​ຫາຍ ຫຼື ຖືກ​ທຳ­ລາຍ​ແລ້ວ ຈຶ່ງ​ຈຳ­ເປັນ​ຕ້ອງ​ມີ​ການ​ຕັດ​ສີນ​ຂອງ​ສານ ເພື່ອ​ຢັ້ງ­ຢືນ​ການ​ເສຍ​ຫາຍ ຂອງ​ໃບ​ຕາ­ດິນ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ອົງ­ການ​ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ທີ່​ດິນ ອອກ​ໃບ​ຕາ­ດິນ​ໃໝ່​ໃຫ້​ແກ່​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ໄດ້​ນຳ​ໃຊ້.

ການ​ພິ­ຈາ­ລະ­ນາ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ ມີ​ຄວາມ​ສຳ­ຄັນ​ຕໍ່​ອົງ­ການ​ທີ່​ເຮັດ​ໜ້າ­ທີ່​ຄຸ້ມ​ຄອງ​ທີ່​ດິນ ເພື່ອ​ໃຊ້​ເປັນ​ຂໍ້​ມູນ​ຫຼັກ​ຖານ​ໃນ​ການ​ອອກ​ສຳ​ເນົາ​ໃບ​ຕາ­ດິນ ເນື່ອງ​ຈາ​ກວ່າ​ຂໍ້​ມູນ​ຫຼັກ​ຖານ​ກ່ຽວ​ກັບ​ທີ່​ດິນ ແລະ ໃບ​ຕາ­ດິນ ແມ່ນ​ບໍ່​ມີ​ເຫຼືອ​ຢູ່ ບໍ່​ມີ​ຮ່ອງ­ຮອຍ​ໃດໆ ຊຶ່ງ​ອົງ­ການ​ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ທີ່​ດິນ ບໍ່​ສາ­ມາດ​ອອກ​ໃບ​ສຳ​ເນົາ​ທີ່​ດິນ​ໃຫ້​ແກ່​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ​ໄດ້ ດັ່ງ­ນັ້ນ ຈຶ່ງ​ຈຳ­ເປັນ​ຕ້ອງ​ໃຫ້​ມີ​ການ​ພິ­ຈາ­ລະ­ນາ​ຕັດ​ສີນ​ຂອງ​ສານ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ ເພື່ອ​ເປັນ​ນິ­ຕິ​ກຳ​ໃນ​ການ​ອອກ​ໃບ​ສຳ​ເນົາ​ຕາ­ດິນ.

ໃບ​ຕາ­ດິນ​ມີ​ພຽງ​ສະ­ບັບ​ດຽວ​ທີ່​ອອກ​ໃຫ້​ແກ່​ເຈົ້າ​ກຳ­ມະ­ສິດ​ທີ່​ດິນ​ຮັກ­ສາ​ໄວ້ ຈຶ່ງ​ຖື​ວ່າ​ເປັນ​ເອ­ກະ­ສານ​ທີ່​ສຳ­ຄັນ​ຢ່າງ​ໜຶ່ງ ດັ່ງ­ນັ້ນ ເມື່ອ​ໃບ​ຕາ­ດິນ​ຫາກ​ຕົກ­ເຮ່ຍ​ເສຍ​ຫາຍ ຫຼື ຖືກ​ທຳ­ລາຍ​ຕ້ອງ​ໄດ້​ອອກ​ໃບ​ສຳ​ເນົາ​ຕາ­ດິນ​ໃໝ່ ເພື່ອ​ຢັ້ງ­ຢືນ​ຄຶນ​ໃຫ້​ເຈົ້າ​ກຳ­ມະ­ສິດ​ທີ່​ເອົາ​ໄປ​ນຳ​ໃຊ້ ສຳ­ລັບ​ເງື່ອນ­ໄຂ​ການ​ຮ້ອງ​ຂໍ​ຕໍ່​ສານ​ໃຫ້​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ​ມີ​ດັ່ງ­ນີ້:

1. ການ​ຕົກ­ເຮ່ຍ​ເສຍ​ຫາຍ ຫຼື ຖືກ​ທຳ­ລາຍ​ຂອງ​ໃບ​ຕາ­ດິນ​ນັ້ນ ຫາກ​ປະ​ຮ່ອງ­ຮອຍ​ທີ່​ເປັນ​ຫຼັກ​ຖານ​ໃດ​ໜຶ່ງ ທີ່​ຢັ້ງ­ຢືນ​ກ່ຽວ​ກັບ​ໃບ​ຕາ­ດິນ​ທີ່​ກ່ຽວ­ຂ້ອງ ເປັນ­ຕົ້ນ​ມີ​ສຳ​ເນົາ ມີ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ໃບ​ຕາ­ດິນ​ເຫຼືອ​ຢູ່ ມີ​ເອ­ກະ­ສານ​ກ່ຽວ­ຂ້ອງ​ກັບ​ໃບ​ຕາ­ດິນ​ນັ້ນ ແລະ ອື່ນໆ ທີ່​ພໍ​ສາ­ມາດ​ຢັ້ງ­ຢືນ​ໃບ​ຕາ­ດິນ​ດັ່ງ­ກ່າວ ໃນ​ກໍ­ລະ­ນີ​ນີ້ ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ປະ­ຈຳ​ແຂວງ ນະ­ຄອນ­ຫຼວງ ຈະ​ອອກ​ໃບ​ສຳ​ເນົາ​ຕາ­ດິນ​ໃຫ້​ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ​ທີ່​ໄດ້​ຮ້ອງ​ຂໍ​ໄດ້​ໂດຍ​ກົງ ເພື່ອ​ນຳ­ໄປ​ເປັນ​ບ່ອນ​ອີງ ແລະ ຢັ້ງ­ຢືນ​ກຳ­ມະ­ສິດ​ທີ່​ດິນ​ດັ່ງ­ກ່າວ.

2. ການ​ຕົກ­ເຮ່ຍ​ເສຍ​ຫາຍ ຫຼື ຖືກ​ທຳ­ລາຍ​ຂອງ​ໃບ​ຕາ­ດິນ​ນັ້ນ ຫາກ​ບໍ່​ໄດ້​ປະ​ຮ່ອງ­ຮອຍ ຫຼື ບໍ່​ມີ​ຂໍ້​ມູນ​ໃດ​ຂໍ້​ມູນ​ໜຶ່ງ ກ່ຽວ​ກັບ​ໃບ​ຕາ­ດິນ​ດັ່ງ­ກ່າວ​ແລ້ວ ຕ້ອງ​ແມ່ນ​ສານ​ປະ­ຊາ­ຊົນ​ເຂດ​ເປັນ​ຜູ້​ພິ­ຈາ­ລະ­ນາ​ຕັດ​ສີນ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ​ກ່ອນ ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ປະ­ຈຳ​ແຂວງ  ນະ­ຄອນ­ຫຼວງ ຈຶ່ງ​ສາ­ມາດ​ອອກ​ໃບ​ສຳ​ເນົາ​ຕາ­ດິນ​ໄດ້.

ຄຳ​ຮ້ອງ​ຂໍ​ໃຫ້​ສານ​ພິ­ຈາ­ລະ­ນາ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ ບໍ່​ສາ­ມາດ​ຮ້ອງ​ຂໍ​ໂດຍ​ກົງ​ຕໍ່​ສານ​ໄດ້ ແຕ່​ຕ້ອງ​ຍື່ນ​ຜ່ານ​ອົງ­ການ​ທີ່​ຮັບ­ຜິດ­ຊອບ​ຄຸ້ມ​ຄອງ​ທີ່​ດິນ ປະ­ຈຳ­ເມືອງ (ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ) ທີ່​ກ່ຽວ­ຂ້ອງ​ເປັນ​ຜູ້​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ເສຍ​ກ່ອນ ຖ້າ​ເຫັນ​ວ່າ​ມີ​ເງື່ອນ­ໄຂ​ໃຫ້​ສານ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ​ແລ້ວ ອົງ­ການ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ​ທີ່​ກ່ຽວ­ຂ້ອງ ຈະ​ສະ­ຫຼຸບ​ມີ​ຄຳ​ເຫັນ​ແລ້ວ ສະ­ເໜີ​ຕໍ່​ສານ​ເພື່ອ​ພິ­ຈາ­ລະ­ນາ​ຕັດ​ສີນ​ຢັ້ງ­ຢືນ​ໃບ​ຕາ­ດິນ​ເສຍ​ຫາຍ ຖ້າ​ຫາກ​ອົງ­ການ​ທີ່​ເຮັດ​ວຽກ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ກ່ຽວ­ຂ້ອງ​ຫາກ​ເຫັນ​ວ່າ ບໍ່​ມີ​ເງື່ອນ­ໄຂ ຫຼື ບໍ່​ມີ​ຮ່ອງ­ຮອຍ​ຂອງ​ໃບ​ຕາ­ດິນ​ຄົງ​ເຫຼືອ​ໄວ້​ຢູ່ ຈະ​ນຳ​ສະ­ເໜີ​ຕໍ່​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ປະ­ຈຳ​ແຂວງ ນະ­ຄອນ­ຫຼວງ​ເປັນ​ຜູ້​ພິ­ຈາ­ລະ­ນາ​ອອກ​ໃບ​ສຳ​ເນົາ​ຕາ­ດິນ​ຄືນ­ໃໝ່.

error: Content is protected !!