ການຄ້າເມືອງຫາດຊາຍຟອງເຂັ້ມງວດກວດສິນຄ້ານຳເຂົ້າ

       ເພື່ອເປັນການຊຸກຍຸ້ສົ່ງເສີມສິນຄ້າພາຍໃນ ພວກເຮົາຕ້ອງປົກປ້ອງຜູ້ຜະລິດເພື່ອໃຫ້ມີກຳລັງໃຈ ຜະລິດແລ້ວຕ້ອງໄດ້ຂາຍ ແລະ ຂາຍໄດ້ລາຄາດີ ດັ່ງນັ້ນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ ນະຄອຍຫຼວງວຽງຈັນ ຈຶ່ງໄດ້ເຂັ້ມງວດກວດກາສິນຄ້ານຳເຂົ້າຈາກຕ່າງປະເທດ ໂດຍປະຕິບັດຕາມແຈ້ງການຂອງທ່ານນາຍົກລັດຖະມົນຕີ.

   ທ່ານ ສົມໝາຍ ອຸ່ນສີດາຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ ໃຫ້ສຳພາດວັນທີ 10 ກັນຍາ 2020 ວ່າ: ບໍ່ວ່າໃນໄລຍະຜ່ານມາ ກໍຄືໄລຍະການລະບາດຂອງພະຍາດໂຄວິດ-19 ການຄ້າເມືອງຫາດຊາຍຟອງໄດ້ເອົາໃຈໃສ່ເຂັ້ມງວດ ກວດກາສິນຄ້ານຳເຂົ້າຈາກຕ່າງປະເທດຜ່ານດ່ານເປັນຕົ້ນ ອະນຸຍາດໃຫ້ນຳເຂົ້າສິນຄ້າທີ່ພາຍໃນຜະລິດບໍ່ໄດ້ເທົ່ານັ້ນ ສ່ວນສິນຄ້າທີ່ພາຍໃນຜະລິດໄດ້ ແມ່ນບໍ່ອະນຸຍາດໃຫ້ນຳເຂົ້າ ປະຕິບັດຕາມແຈ້ງການຂອງຂັ້ນເທິງ ເປັນຕົ້ນໄດ້ເອົາໃຈໃສ່ແກ້ໄຂການລັກລອບຂົນສົ່ງສິນຄ້າຂ້າມນໍ້າຂອງດ້ວຍເຮືອຈັກນ້ອຍ ແລະ ຜ່ານການເຂັ້ມງວດ ເຮັດໃຫ້ຊາວກະສິກອນປູກພືດຜັກເຂດເມືອງຫາດຊາຍຟອງໄດ້ຂາຍສິນຄ້າທີ່ຕົນຜະລິດຫຼາຍຂຶ້ນແລະ ລາຄາຂາຍກໍດີ ດັ່ງນັ້ນສາມາດເວົ້າໄດ້ວ່າ ແຈ້ງການຂອງຂັ້ນເທິງແມ່ນດີຫຼາຍ ຈະຊ່ວຍສົ່ງເສີມສິນຄ້າພາຍໃນຫຼາຍຂຶ້ນໃນອະນາຄົດ.

error: Content is protected !!