
ທ່ານ ວົງມີໄຊ ສຸບົວຄຳ ຫົວໜ້າຄູເຝິກເຕະບານຍິງທີມຊາດລາວຊຸດໃຫຍ່ ແຈ້ງໃຫ້ຊາບວັນທີ 24 ມີນາ 2020 ວ່າ: ເພື່ອເປັນການສ້າງຜົນງານຄັ້ງປະຫວັດສາດໃຫ້ແກ່ຊາດລາວ ກໍຄືວົງການກີລາບານເຕະລາວ ໃນການແຂ່ງຂັນເຕະບານຍິງຊີງແຊັມອາຊຽນ ປະຈຳປີ 2020 ໃນເບື້ອງຕົ້ນມີກຳນົດຈະຈັດເດືອນພຶດສະພາ 2020 ແຕ່ຍ້ອນມີສະພາບເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢ່າງໜັກໃນທົ່ວໂລກ ສະນັ້ນຈຶ່ງໄດ້ເລື່ອນໄປຈັດແຂ່ງຂັນເດືອນສິງຫາ 2020 ທີ່ປະເທດຟີລິບປິນຮັບກຽດເປັນເຈົ້າພາບ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈຶ່ງໄດ້ແຕ່ງຕັ້ງໃຫ້ຂ້າພະເຈົ້າພ້ອມຄະນະຄູເຝິກ ຊ່ວຍກັນຈັດຕັ້ງປະຕິບັດການຄັດເລືອກນັກກີລາພອນສະຫວັນດີເດັ່ນ ຮ່ວມທີມຊຸດໃຫຍ່ໃຫ້ໄດ້ 20 ກວ່າຄົນ ໃນເບື້ອງຕົ້ນກໍສາມາດຮວບຮ່ວມນັກກີລາໄດ້ແລ້ວ 40 ກວ່າຄົນ ສ່ວນຫຼາຍແມ່ນເປັນນັກກີລາຊຸດຕິດທີມຊາດຢູ-19 ຊຸດສ້າງຜົນງານຄວ້າແຊັມລາຍການບັງກາມາຕາ ຢູ-19 ທີ່ປະເທດບັງກລາເທດ ເປັນເຈົ້າພາບ ເມື່ອປີ 2019 ເປັນກຳລັງຫຼັກຕິດທີມຊາດລາວຊຸດໃຫຍ່ ແຕ່ໜ້າເສຍດາຍຊຸດນີ້ຍັງບໍ່ມີ ນາງ ເປ້ ພົມພັກດີ ນັກເຕະຫົວໃຈສຳຄັນຮ່ວມທີມນຳ ເນື່ອງຈາກຜູ້ກ່ຽວໄດ້ຮັບອາການບາດເຈັບ ແລະ ກຳລັງພັກຟື້ນ ແຕ່ຈະພະຍາຍາມຕິດຕາມພົວພັນກັບຕົວນ້ອງອີກຄັ້ງ ຖ້າຫາກປົວເຊົາໄວກໍຈະຮຽກຕົວມາຊ່ວຍທີມ.
ຢ່າງໃດກໍຕາມທີມຊຸດນີ້ ໄດ້ຈັດແຜນການເຝິກຊ້ອມມາແຕ່ວັນທີ 3 ກຸມພາ 2020 ທີ່ສະໜາມກີລາສູນເຝິກແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນນັ້ນມີນັກກີລາມາຈາກ ແຂວງສະຫວັນນະເຂດ ແຂວງຫົວພັນ ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ ປັດຈຸບັນມີຄວາມພ້ອມ 70% ແຕ່ຍ້ອນມີສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສະນັ້ນຄະນະ ສຕລ ຈຶ່ງໄດ້ສັ່ງໂຈະການເຝິກຊ້ອມອອກໄປຊົ່ວຄາວ ແລະ ວັນທີ 24 ມີນາ 2020 ໄດ້ສັ່ງໃຫ້ນັກກີລາກັບບ້ານໃຜລາວກ່ອນ ຈາກນັ້ນເດືອນພຶດສະພາ 2020 ກໍຈະຮຽກກັບຄືນມາເຝິກຊ້ອມຢ່າງເປັນປົກກະຕິ.
ທ່ານ ວົງມີໄຊ ສຸບົວຄຳ ກ່າວຕື່ມວ່າ: ໃນໄລຍະສັ່ງໂຈະການເຝິກຊ້ອມໄດ້ມີການເຕົ້າໂຮມຄະນະຄູເຝິກ ແລະ ນັກກີລາຮ່ວມກັນໃນນັ້ນກໍໄດ້ມີການຮຽກຮ້ອງ ແລະ ແນະນຳນັກກີລາແຕ່ລະຄົນ ຫຼັງຈາກກັບເຖິງບ້ານເກີດເມືອງນອນແລ້ວ ກໍຕ້ອງພ້ອມກັນເອົາໃຈໃສ່ຕໍ່ການຮັກສາສະມັດຖະພາບຂອງຕົນເອງ ໃຫ້ເປັນປົກກະຕິ ເວລາວ່າງກໍພາກັນແລ່ນອອກກຳລັງກາຍເພື່ອເອົາພະລະກຳລັງ ແລະ ເຝິກຊ້ອມດ້ວຍຕົນເອງ ສິ່ງສຳຄັນຕ້ອງປະຕິບັດຕາມແຈ້ງການທາງລັດຖະບານທີ່ເພີ່ນແຈ້ງເຕື່ອນ ແລະ ຕິດຕາມເຝົ້າລະວັງໃນການປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ປອດໄພແລ້ວມາພົບກັນໃໝ່ ໃນເດືອນພຶດສະພາ ໃຫ້ຄົບໜ້າຄົບຕາກັນໝົດທຸກຄົນ.