ເບິ່ງບ້ານເຂົາເອົາບົດຮຽນ 26-03-2020

    ຄໍ​ລຳ​ປະ­ຈຳ​ວັນ​ນີ້ ໄດ້​ສັງ​ລວມ​ເອົາ 2 ເຫດ­ການ​ມາ​ເລົ່າ​ສູ່​ຟັງ ຄື​ເລື່ອງ​ແຜນ​ໃຫ້​ບໍ­ລິ­ການ​ສັກ​ຢາ​ກັນ​ພະ­ຍາດ​ສຳ­ລັບ​ເດັກ​ໃນ​ຄອບ­ຄົວ ຜູ້​ເຄື່ອນ​ຍ້າຍ​ຢູ່​ໄທ ແລະ ຄະ­ດີ​ລ່າ​ເສືອ­ໂຄ່ງ​ທີ່​ອິນ​ໂດ​ເນ​ເຊຍ.

    ທີ່ ປະ­ເທດ​ໄທ: ຂ່າວ​ນີ້​ອ່າວ​ເກົ່າ​ເກີດ​ຂຶ້ນ​ແຕ່​ຕົ້ນ​ເດືອນ​ທັນ­ວາ 2019 (ວຽງ​ຈັນ​ທາມ 13 ທັນ­ວາ 2019) ແຕ່​ມີ​ຄວາມ​ສັນ​ຄັນ​ຫຼາຍ​ສຳ­ລັບ​ບັນ­ດາ​ເດັກໆ ​ທີ່​ເປັນ​ລູກ​ຂອງ​ບັນ­ດາ​ຜູ້​ເຄື່ອນ​ຍ້າຍ​ຢູ່​ໃນ​ໄທ (ບໍ່​ເປັນ​ພົນ​ລະເມືອງ​ໄທ) ຂ່າວ​ບອກ​ວ່າ​ອົງ­ການ​ອະ­ນາ­ໄມ​ໂລກ (WHO) ໄດ້​ສະ­ໜັບ­ສະ­ໜູນ​ສະ­ຖານ​ບັນ​ຮັບ­ຜິດ­ຊອບ ​ກ່ຽວ​ກັບ​ບັນ­ຫາ​ສຸ­ຂະ­ພາບ​ທີ່​ຂຶ້ນ​ກັບ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄທ ແລະ ມູນ​ນິ­ທິ​ສົ່ງ­ເສີມ​ສຸ­ຂະ­ພາບ​ໄທ​ໃຫ້​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ ​ຄວາມ​ອາດ​ສາ­ມາດ​ໃນ​ການ​ໃຫ້​ບໍ­ລິ­ການ​ສັກ​ຢາ​ກັນ​ພະ­ຍາດ ​ໃຫ້​ເດັກ­ນ້ອຍ​ໃນ​ຄອບ­ຄົວ​ຜູ້​ເຄື່ອນ​ຍ້າຍ​ທີ່​ອາ­ໄສ​ຢູ່​ໃນ​ປະ­ເທດ​ໄທ ຕາມ​ຫຼັກ­ການ​ແລ້ວ ຢາ​ກັນ​ພະ­ຍາດ​ເດັກ​ທີ່​ສະ­ໜອງ​ດ້ວຍ​ທຶນ​ປະ­ກັນ​ສັງ­ຄົມ ແຫ່ງ​ຊາດ​ໄທ​ນັ້ນ ມີ​ໄວ້​ສະ­ເພາະ​ສຳ­ລັບ​ເດັກ​ໄທ ບໍ່​ໄດ້​ກວມ​ເອົາ​ເດັກ​ໃນ​ຄອບ­ຄົວ​ຜູ້​ເຄືອນ​ຍ້າຍ ພາຍ​ໃຕ້​ໂຄງ­ການ​ສຶກ​ສາ​ກັບ​ພະ­ຍາດ​ສຳ­ລັບ​ເດັກ ເດັກ​ໄທ​ແຕ່­ລະ­ຄົນ​ຈະ​ໄດ້​ຮັບ​ການ​ສີດ​ຢາ​ຢ່າງ​ໜ້ອຍ 10 ຊຸດ ສະ​ຖິຕິ​ປີ 2018 ໃຫ້​ຮູ້​ວ່າ ເດັກ​ໄທ​ຈຳ­ນວນ 95% ໄດ້​ຮັບ​ການ​ສີດ​ຢາ​ປ້ອງ​ກັນ​ພະ­ຍາດ.

    ທີ່ ອິນ​ໂດ​ເນ​ເຊຍ: ເຊັ່ນ​ດຽວ​ກັບ​ຢູ່​ຫຼາຍໆ​ປະ­ເທດ ທາງ​ການ​ອິນ​ໂດ​ເນ​ເຊຍ ໄດ້​ເອົາ​ມາດ​ຕະ­ການ​ເດັດ­ຂາດ​ກັບ​ຜູ້​ລັກ­ລອບ​ລ່າ​ສັດ​ປະ­ເພດ​ຫວງ​ຫ້າມ ເຊິ່ງ​ໄດ້­ແກ່​ຈຳ­ພວກ​ສັດ​ໃກ້​ຈະ​ສູນ­ພັນ ໃນ​ນັ້ນ​ລວມ​ທັງ​ເສືອ­ໂຄ່ງ​ພັນ​ສະ­ເພາະ​ຂອງ​ຊູ​ມາ​ຕຣາ ເສືອ­ໂຄ່ງ​ຊະ­ນິດ​ນີ້ ເປັນ​ພັນ​ຫາ​ຍາກ ດັ່ງ­ນັ້ນ ຈຶ່ງ​ເປັນ​ເປົ້າ​ໝາຍ​ຖືກ​ລັກລອບ​ວ່າ ເຮັດ​ໃຫ້​ຈຳ­ນວນ​ເສືອ­ໂຄ່ງ​ພັນ​ນີ້​ນັບ​ມື້​ຫຼຸດ​ລົງ ສະ­ຖິ­ຕິ​ໃນ​ເດືອນ​ທັນ­ວາ ປີ 2018 ຂອງ​ກະ­ຊວງ​ສິງ​ແວດ​ລ້ອມ ແລະ ປ່າ­ໄມ້ ອິນ​ໂດ​ເນ​ເຊຍ ຊີ້​ອອກ​ວ່າ ເສືອ­ໂຄ່ງ​ພັນ​ຊູ​ມາ​ຕຣາ ຍັງ​ເຫຼືອ​ບໍ່​ເກີນ 600 ໂຕ​ເທົ່າ​ນັ້ນ ທຽບ​ກັບ​ຈຳ­ນວນ 742 ໂຕ ໃນ​ປີ 2000 ການ​ຫຼຸດ​ລົງ​ຂອງ​ຈຳ­ນວນ​ເສືອ­ໂຄ່ງ​ຊູ​ມາ​ຕຣາ​ນີ້ ເກີດ​ມາ​ຈາກ​ການ​ລັກ­ລອບ​ລ່າ ແລະ ຍ້ອນ​ທີ່­ຢູ່​ອາ­ໄສ​ຂອງ​ສັດ​ຊະ­ນິດ​ນີ້​ຖືກ​ມະ­ນຸດ​ບຸ­ກລຸກ ມີ​ຄົນ​ຈຳ­ນວນ​ໜຶ່ງ​ໄດ້​ສວຍ​ໃຊ້​ການ​ຂັດ​ແຍ່ງ​ລະ­ຫວ່າງ​ສັດ​ກັບ​ຄົນ ເປັນ​ຂໍ້​ອ້າງ​ເພື່ອ​ຂ້າ​ເສືອ­ໂຄ່ງ​ພັນ​ນີ້ ໃນ​ທ້າຍ​ປີ 2019 ກໍ​ໄດ້​ມີ​ຂ່າວ​ໃຫຍ່​ທີ່​ບອກ​ວ່າ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ອິນ​ໂດ​ເນ​ເຊຍ ໄດ້​ຈັບ​ກຸມ​ນາຍ­ພານ​ເຖື່ອນ ແລະ ພໍ່­ຄ້າ​ເສືອ­ໂຄ່ງ​ຈຳ­ນວນ 5 ຄົນ ທີ່​ລັກ­ລອບ​ຍິງ​ເສືອ­ໂຄ່ງ​ຊູ​ມາ​ຕຣາ ຂອງ​ກາງ​ທີ່​ຢຶດ​ໄດ້​ນັ້ນ ລວມ​ມີ​ລູກ​ອ່ອນ​ໃນ​ທ້ອງ​ແມ່​ເສືອ ຈຳ­ນວນ 4 ໂຕ ສ່ວນ​ຊາກ​ແມ່​ເສືອ​ທີ່​ຖືກ​ຂ້າ​ນັ້ນ​ໄດ້​ແຍກ​ຂາຍ​ເປັນ​ຊິ້ນ​ສ່ວນ​ຕ່າງ­ຫາກ​ຢູ່​ເຂດ​ອື່ນ ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ ແລະ ລະ­ບົບ​ນິ­ເວດ ເລກ​ທີ 5/1990 ມາດ­ຕາ 40 ແລະ ມາດ­ຕາ 21 ຖ້າ​ພົບ​ວ່າ​ມີ​ຄວາມ​ຜິດ​ຈິງ ຜູ້​ກະ­ທຳ​ຜິດ​ທັງ 5 ຄົນ​ກໍ​ຈະ​ໄດ້​ຮັບ​ໂທດ​ຕິດ​ຄຸກ​ສູງ​ສຸດ 5 ປີ ແລະ ຖືກ​ປັບ​ໃໝ​ເປັນ​ຈຳ­ນວນ​ເງິນ 100 ລ້ານ​ຣູ​ເປຍ (ສະ­ກຸນ​ເງິນ​ຂອງ​ອິນ​ໂດ​ເນ​ເຊຍ).

error: Content is protected !!