ສປປ ລາວ ຢືນຢັນພົບຜູ້ຕິດເຊື້ອ Covid-19 ອີກ 1 ກໍລະນີ 

    ຄະນະສະເພາະກິດເພື່ອປ້ອງກັນ  ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ຈັດຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 25 ມີນາ 2020 ຢູ່ກະຊວງສາທາລະນະສຸກ ໂດຍມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ​ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ພູທອນ ເມືອງປາກ ກ່າວວ່າ: ຈາກການເຝົ້າລະວັງ Covid-19 ໃນ ສປປ ລາວ ປະຈໍາວັນທີ 24 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນ ມີຜູ້ເດີນທາງເຂົ້າມາທັງໝົດ 10.745 ຄົນ ການກວດເຊັກອຸນຫະພູມຢູ່ຕາມດ່ານກວດຄົນເຂົ້າເມືອງ ພົບວ່າເປັນໄຂ້ 2 ຄົນ ຢູ່ດ່ານແຂວງບໍ່ແກ້ວ ແລະ ໄດ້ສົ່ງໄປແຍກປ່ຽວຢູ່ໂຮງໝໍແຂວງບໍ່ແກ້ວ ເພື່ອຕິດຕາມອາການ ພ້ອມທັງເກັບຕົວຢ່າງສົ່ງມາກວດຢູ່ຫ້ອງວິເຄາະ ສໍາລັບຜູ້ບໍ່ມີອາການໄຂ້ ກໍໄດ້ແນະນໍາ ແລະ ຢາຍຄູ່ມືປະຕິບັດການຈໍາກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຕາມແຈ້ງການຂອງຄະນະສະເພາະກິດທີ່ໄດ້ວາງອອກ ສ່ວນຕາມການຕິດຕາມຄົ້ນຫາຜູ້ໃກ້ຊິດກັບ 2 ກໍລະນີ ທີ່ມີຜົນກວດ ຢັ້ງຢືນວ່າຕິດເຊື້ອ Covid-19 ຢູ່ນະຄອນຫຼວງວຽງຈັນ ແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຕາມຫຼັກວິຊາການຢູ່ໂຮງໝໍມິດຕະພາບ ເຊິ່ງສະພາບ-ອາການໂດຍລວມຂອງທັງສອງຄົນແມ່ນຍັງແຂງແຮງດີ. 

    ສ່ວນອີກ 1 ກໍລະນີ ທີ່ກວດພົບເຊື້ອ ຊື່ທ້າວ ເຈມບອນ ອາຍຸ 26 ປີ ອາຊີບນັກທຸລະກິດ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງມີອາການພົວພັນກັບທ້າວ ສີລິສັກ ຜູ້ຕິດເຊື້ອທີ່ໂຮງແຮມຄຣາວພາຊາ ໂດຍມີການຮັບປະທານອາຫານຮ່ວມກັນ ນອກຈາກນັ້ນ ກໍມີຕົວຢ່າງທີ່ສົ່ງມາຈາກຜູ້ສໍາຜັດໃກ້ຊິດກັບນາງ ກົງສິນ (ຜູ້ຕິດເຊື້ອກ່ອນໜ້ານີ້)​ ໂດຍເປັນຜູ້ຂັບລົດຮັບໃຊ້ນັກທ່ອງທ່ຽວທີ່ແຂວງຫຼວງພະບາງ ແລະ ຜູ້ໃກ້ຊິດກັບພະນັກງານຂັບລົດ ລວມທັງໝົດ 8 ຄົນ ເຊິ່ງໄດ້ເອົາແຍກປ່ຽວທີ່ໂຮງໝໍແຂວງຫຼວງພະບາງ ແລະ ເກັບຕົວຢ່າງສົ່ງມາ​ກວດຢູ່ຫ້ອງວິເຄາະ. 

    ແນວໃດກໍຕາມ ຂໍຮຽກຮ້ອງມາຍັງອໍານາດການປົກຄອງ ກໍລະນີແຮງງານມາຈາກປະເທດໄທ ໃຫ້ອໍານາດການປົກຄອງເປັນເຈົ້າການຕິດຕາມ ອໍານວຍຄວາມສະດວກ ໃຫ້ແກ່ແຮງງານມາຈາກໄທຢູ່ທ້ອງຖິ່ນຂອງຕົນ ໄດ້ປະຕິບັດມາດຕະການຈໍາກັດບໍລິເວນຕົນເອງຢ່າງເຂັ້ມງວດ ພ້ອມທັງລາຍງານຂໍຄໍາແນະນໍາຈາກສາຍດ່ວນ 166 ຖ້າມີອາການຜິດປົກກະຕິ.​

ພາບ-ຂ່າວ: ສີພອນ

error: Content is protected !!