ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຄັ້ງທີ 2 ຂອງບ້ວງເງິນ 200 ຕື້ກີບ ທີ່ລັດຖະບານປະກອບທຶນໃຫ້ ທສວ ສຳລັບປີ 2020 ເພື່ອນຳໃຊ້ເຂົ້າໃນການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຜ່ານ 4 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຄື: ທະນາຄານພັດທະນາລາວ ທະນາຄານໄຊງ່ອນເທືອງຕິ່ນລາວ (ຊາຄອມແບັງລາວ) ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ທະນາຄານມາຣູຮານເຈແປນລາວ ຂຶ້ນໃນວັນທີ 10 ກັນຍາ 2020 ຢູ່ກະຊວງ ອຄ ລະຫວ່າງທ່ານ ນາລິນ ສີລະວົງສິດ ຮອງຜູ້ອຳນວຍການທະນາຄານພັດທະນາລາວ ທ່ານ ນາງ ມອນວິໄລ ບໍລິບູນ ຮອງຜູ້ອຳນວຍການທະນາຄານ ຊາຄອມແບ້ງ ລາວ ທ່ານ ຫງູຫວຽນ ດຶກ ຫວູ ຜູ້ອຳນວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ທ່ານ ແອນໂທນີ ຊິນ ຜູ້ອຳນວຍການທະນາຄານມາຣູຮານເຈແປນ ລາວ ມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສະໜອງທຶນຄັ້ງນີ້ ໄດ້ເພີ່ມທຶນໃຫ້ທະນາຄານພັດທະນາລາວມູນຄ່າ 23 ຕື້ກີບ ລວມກັບຄັ້ງກ່ອນເປັນ 50 ຕື້ກີບ ທະນາຄານໄຊງ່ອນເທືອງຕິ່ນລາວ (ຊາຄອມແບັງລາວ) ມູນຄ່າ 20,5 ຕື້ກີບ ລວມກັບຄັ້ງກ່ອນເປັນ 50,5 ຕື້ກີບ ທະນາຄານຮ່ວມທຸລະກິດລາວຫວຽດ ມູນຄ່າ 20,5 ຕື້ກີບ ລວມກັບຄັ້ງກ່ອນເປັນ 50,5 ຕື້ກີບ ແລະ ທະນາຄານມາຣູຮານເຈແປນລາວ ມູນຄ່າ 13 ຕື້ກີບ ລວມກັບຄັ້ງຜ່ານມາ ເປັນທັງໝົດ 26 ຕື້ກີບ. ບັນທະນາຄານທຸລະກິດດັ່ງກ່າວ ຕ້ອງນຳທຶນທີ່ໄດ້ຮັບໄປປ່ອຍສິນເຊື່ອໃຫ້ SME ທີ່ນອນໃນ 4 ຂະແໜງບູລິມະສິດຄື: ຂະແໜງອຸດສາຫະກຳປຸງແຕ່ງ ຜະລິດຕະພັນກະສິກຳ ຂະແໜງຫັດຖະກຳ ຂະແໜງກະສິກຳປູກຝັງ – ລ້ຽງສັດ ແລະ ຂະແໜງການທ່ອງທ່ຽວ ໃນອັດຕາດອກເບ້ຍ 3% ຕໍ່ປີ ເຊິ່ງ SME ທີ່ຈະໄດ້ຮັບສິນເຊື່ອ ຕ້ອງປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນດຳລັດວ່າດ້ວຍ ທສວ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2019.

ສຳລັບທຶນທີ່ ທສວ ສະໜອງໃຫ້ບັນດາທະນາຄານທຸລະກິດຄັ້ງທີ 1 ມີທັງໝົດ 100 ຕື້ກີບ ຮອດທ້າຍເດືອນສິງຫາ 2020 ສາມາດອະນຸມັດເງິນກູ້ໃຫ້ SME ໄປແລ້ວ 42 ສັນຍາ ກັບ 35 ຫົວໜ່ວຍທີ່ນອນໃນຂະແໜງກະສິກຳ 34 ສັນຍາ ທ່ອງທ່ຽວ 3 ສັນຍາ ອຸດສາຫະກຳປຸງແຕ່ງກະສິກຳ 3 ສັນຍາ ແລະ ຂະແໜງຫັດຖະກຳ 2 ສັນຍາ ທີ່ມາຈາກນະຄອນຫຼວງວຽງຈັນ ສະຫວັນນະເຂດ ຈຳປາສັກ ຄຳມ່ວນ ສາລະວັນ ອຸດົມໄຊ ວຽງຈັນ ຊຽງຂວາງ ແລະ ຫຼວງພະບາງ ເປັນຈຳນວນເງິນທັງໝົດ 60,09 ຕື້ກີບ.
ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ “ລັດຖະບານ ປະກອບທຶນບ້ວງນີ້ໃຫ້ ທສວ ເພື່ອຊ່ວຍໃຫ້ SME ສາມາດເຂົ້າຫາແຫຼ່ງທຶນທີ່ມີດອກເບ້ຍຕ່ຳ ແຕ່ກໍຕ້ອງການເຫັນປະສິດທິຜົນຂອງທຶນດັ່ງກ່າວເຊັ່ນກັນ ໂດຍການກຳນົດເງື່ອນໄຂກະຕຸ້ນໃຫ້ SME ຫັນເຂົ້າສູ່ລະບົບ ແລະ ປັບປຸງຂີດຄວາມສາມາດໃນການບໍລິຫານຈັດການທຶນ ເວລາໄດ້ສິນເຊື່ອໄປແລ້ວ ກໍນຳໄປຕໍ່ຍອດທຸລະກິດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ” ຄຽງຄູ່ກັບບ້ວງເງິນອັດຕາດອກເບ້ຍ 3% ທສວ ຍັງໄດ້ສະໜອງທຶນເພີ່ມໃຫ້ທະນາຄານ ຊາຄອມແບັງລາວ ມູນຄ່າ 6,6 ຕື້ກີບ ເປັນບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ SME ທີ່ໄດ້ຮັບຈາກທະນາຄານໂລກ ເຊິ່ງທະນາຄານຈະປ່ອຍກູ້ໃຫ້ SME ໃນອັດຕາດອກເບ້ຍ 7% ຕໍ່ປີ ສຳລັບ SME ໃດທີ່ມີຄວາມສົນໃຈກູ້ຢືມເງິນ ສາມາດປະສານກັບ 4 ທະນາຄານທີ່ກ່າວມາຂ້າງເທິງນັ້ນໄດ້ໂດຍກົງ.