ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ ຜູ້ແທງຈິດໃຈ ຜູ້ສະດຸ້ງໄວເມື່ອອ່ານ ຜູ້ຮູ້ຜ່ານອຸປະສັກ ຜູ້ທີ່ຮັກຄວາມຈິງ ຜູ້ທີ່ຍິງຖືກເປົ້າ”

     ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະຊຸມຄົ້ນຄວ້າທີດຊີ້ນໍາຂອງນາຍົກລັດຖະມົນຕີ ທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ ຜູ້ແທງຈິດໃຈ ຜູ້ສະດຸ້ງໄວເມື່ອອ່ານ ຜູ້ຮູ້ຜ່ານອຸປະສັກ ຜູ້ທີ່ຮັກຄວາມຈິງ ຜູ້ທີ່ຍິງຖືກເປົ້າ” ຂຶ້ນວັນທີ 10 ກັນຍາ 2020 ຢູ່ສໍານັກງານໜັງສືພິມພາສາຕ່າງປະເທດ ໂດຍເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງ​ລັດຖະມົນຕີ​ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະທານສະມາຄົມນັກຂ່າວແຫ່ງ​ ສປປ​ ລາວ​ ມີຮອງປະທານສະມາຄົມນັກຂ່າວ ຫົວໜ້າກົມ ວິທະຍາກອນຮັບເຊີນຈາກພາກສ່ວນຕ່າງໆ ພ້ອມດ້ວຍບັນນາບັນນາທິການ​ໂທລະພາບ ວິທະຍຸ ສື່ສິ່ງພິມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງເພື່ອຄົ້ນຄວ້າ ວິເຄາະ​ ວິໄຈ​ ນິຍາມ ແລະ ຜັນຂະຫຍາຍທິດຊີ້ນຳຂອງທ່ານນາຍົກ​ລັດຖະມົນຕີ​ ທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ ຜູ້ຮູ້ແທງຈິດໃຈ​ ຜູ້ສະດຸ້ງໄວເມື່ອອ່ານ ຜູ້ຮູ້ຜ່ານອຸປະສັກ​ ຜູ້ທີ່ຮັກ​ຄວາມຈິງ​ ຜູ້ທີ່ຍິງຖືກເປົ້າ” ພ້ອມທັງຮັບຟັງການສະແດງຄວາມຄິດເຫັນຈາກພາກສ່ວນຕ່າງໆ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບບັນຫາດັ່ງກ່າວ ເພື່ອສ້າງຄວາມເປັນເອກະພາບ ແລະ ນໍາໄປຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິຜົນ.

error: Content is protected !!