ລາວຮັບຜິດຊອບຫົວຂໍ້ ກວດສອບການຈັດຊື້ຂົງເຂດລັດວິສາຫະກິດ

ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ປະ­ທານ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ ໄດ້​ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ທາງ­ໄກ ຄະ­ນະ​ກຳ­ມະ­ການ​ແລກ­ປ່ຽນ​ຄວາມ​ຮູ້​ອາ​ຊຽນ​ຊາຍ​ຄັ້ງ​ທີ 2 ແລະ ກອງ​ປະ­ຊຸມ​ເຜີຍ­ແຜ່​ວິ­ທີ​ການ​ກວດ​ສອບ​ເປົ້າ​ໝາຍ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ອົງ­ການ​ລິ​ເລີ່ມ​ເພື່ອ​ການ​ພັດ­ທະ­ນາ​ອິ​ໂຕ​ຊາຍ ຈັດ​ຂຶ້ນ​ວັນ​ທີ 9 ກັນ­ຍາ 2020 ທີ່​ອົງ­ການ​ກວດ​ສອບ​ແຫ່ງ​ລັດ ໂດຍ​ເປັນ​ປະ­ທານ​ຈັດ​ກອງ​ປະ­ຊຸມ ແລະ ເປັນ​ປະ­ທານ​ກອງ​ປະ­ຊຸມ​ຂອງ​ທ່ານ ດາ​ໂຕະ​ນິກ ອັດ​ສະ​ມັນ​ນິກ ອັບ​ດຸນ​ມາ​ຢີດ ປະ­ທານ​ອົງ­ການ​ກວດ​ສອບ​ມາ​ເລ​ເຊຍ ໃນ​ຖາ­ນະ​ເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ແລກ­ປ່ຽນ​ຄວາມ​ຮູ້​ຂອງ​ອາ​ຊຽນ​ຊາຍ 2020-2021 ມີ 8 ສະ​ຖາ​ບັນ​ກວດ​ສອບ​ສູງ​ສຸດ​ທີ່​ເປັນ​ສະ­ມາ­ຊິກ​ເຂົ້າ​ຮ່ວມ​ຄື: ມາ​ເລ​ເຊຍ ບຣູ​ໄນ ກຳ­ປູ­ເຈຍ ລາວ ມຽນ​ມາ ຟີ​ລິບ​ປິນ ໄທ ແລະ ຫວຽດ­ນາມ.

ກອງ​ປະ­ຊຸມ​ໄດ້​ຄັດ​ເລືອກ​ຫົວ­ຂໍ້​ຂອງ​ການ​ກວດ​ສອບ ເພື່ອ​ຈະ​ເປັນ​ຫົວ­ຂໍ້​ໃນ​ການ​ແລກ­ປ່ຽນ​ຄວາມ​ຮູ້​ໃນ​ປີ 2020-2021 ເຊິ່ງ​ປະ­ກອບ​ມີ​ບັນ­ດາ​ຫົວ­ຂໍ້​ຄື: ຄວາມ​ຮູ້​ກ່ຽວ​ກັບ​ວິ­ທີ​ການ​ກວດ​ສອບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ມາ​ເລ​ເຊຍ ການ​ກວດ​ສອບ​ສິ່ງ­ແວ­ດລ້ອມ ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ຫວຽດ­ນາມ ການ​ກວດ​ສອບ​ເຕັກ​ໂນ​ໂລ​ຊີ​ການ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ຮັບ­ຜິດ­ຊອບ​ໂດຍ​ສຳ­ນັກ­ງານ​ກວດ​ເງິນ​ແຜ່ນ­ດິນ​ປະ­ເທດ​ໄທ ກວດ​ສອບ​ກະ­ສິ­ກຳ​ທັນ​ສະ­ໄໝ (ການ​ປະ­ມົງ) ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ອິນ​ໂດ​ເນ​ເຊຍ ການ​ກວດ​ສອບ​ກໍ່­ສ້າງ ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ບຣູ​ໄນ ການ​ກວດ​ສອບ​ການ​ຈັດ​ຊື້​ຢາ​ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ມຽນ​ມາ ການ​ກວດ​ສອບ​ການ​ມື​ສ່ວນ​ຮ່ວມ​ຂອງ​ພົນ­ລະ­ເມືອງ ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ຟີ​ລິບ​ປິນ ແລະ ການ​ກວດ​ສອບ​ການ​ຈັດ​ຊື້​ໃນ​ຂົງ­ເຂດ​ລັດ​ວິ​ສາ​ຫະ​ກິດ ຮັບ­ຜິດ­ຊອບ​ໂດຍ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ ສປປ ລາວ.

error: Content is protected !!