ພິທີມອບ-ໂອນການຄຸ້ມຄອງສູນກຳຈັດບໍລິເວນຫຼັກ 27 ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຄະນະສະເພາະກິດ ນວ ໃຫ້ກັບກົມເສນາຮັກ ກະຊວງປ້ອງກັນປະເທດຄຸ້ມຄອງຢ່າງເຕັມສ່ວນ ເພື່ອນຳໃຊ້ເຂົ້າເປັນບ່ອນກັກກັນ ຈຳກັດບໍລິເວນຄົນລາວທີ່ເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ ຈັດຂຶ້ນວັນທີ 9 ກັນຍາ 2020 ທີ່ຫ້ອງວ່າການ ນວ ໂດຍມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງ ນວ ຮອງຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະ ຕ້ານ ພະຍາດໂຄວິດ-19 ຂັ້ນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ດຣ ນາງ ນາລີ ຂັນທະລັກ ຫົວໜ້າສູນຫຼັກ 27 ໄດ້ລາຍງານວ່າ: ໜ່ວຍງານຄຸ້ມຄອງກໍລະນີກັກກັນ ແລະ ອະນາໄມ ກັນພະຍາດ ເພື່ອຕອບໂຕ້ພະຍາດໂຄວິດ-19 ຂັ້ນ ນວ ນັບຕັ້ງແຕ່ວັນທີ 4 ພືດສະພາ ຫາວັນທີ 31 ສິງຫາ 2020 ຢູ່ສູນດັ່ງກ່າວມີແຮງງານລາວກັບມາຈາກຕ່າງປະເທດ ເຂົ້າມາກັກກັນຢູ່ສູນທັງໝົດ 3.528 ຄົນ ຍິງ 1.860 ຄົນ ມາຈາກປະເທດໄທ 2.925 ຄົນ ຜ່ານດ່ານຂົວມິດຕະພາບລາວ-ໄທ 1 2.708 ຄົນ ລັກຂ້າມມາເອງບໍ່ຜ່ານດ່ານ 218 ຄົນ ມາຈາກປະເທດອື່ນໆ 601 ຄົນ.

ໃນນັ້ນ ເປັນຄົນ ນວ 1.097 ຄົນ ຍິງ 627 ຄົນ ຕ່າງແຂວງ 2.352 ຄົນ ຍິງ 1.146 ຄົນ. ປັດຈຸບັນຍັງສືບຕໍ່ກັກກັນຢູ່ສູນ 149 ຄົນ ຍິງ 86 ຄົນ ຄົນນະຄອນຫຼວງ 79 ຄົນ ຍິງ 43 ຄົນ ແລະ ຕ່າງແຂວງ 70 ຄົນ ຍິງ 43 ຄົນ.


ໄລຍະຜ່ານມາ ການປະຕິບັດກິດຈະກຳຢູ່ສູນດັ່ງກ່າວແມ່ນໄດ້ໂຄສະນາສຸຂະສຶກສາ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ພະຍາດຕິດຕໍ່ອື່ນໆ ແລະ ການຮັກສາອະນາໄມ 3 ສະອາດໃນການດຳລົງຊີວິດຢູ່ສູນ ໃຫ້ແກ່ແຮງານລາວທີ່ເຂົ້າມາ ເພື່ອໃຫ້ເຂົາເຈົ້າຮັບຮູ້ ເຂົ້າໃຈ ແລະ ເປັນເຈົ້າການປະຕິບັດດ້ວຍຕົນເອງ ພ້ອມນີ້ ຍັງໄດ້ຕິດຕາມວັດແທກອຸນຫະພູມຮ່າງກາຍໃຫ້ແຮງງານທຸກຄົນທີ່ເຂົ້າມາພັກໃນສູນມື້ລະ 2 ຄັ້ງ ເຮັດອະນາໄມ ພົ່ນຢາຂ້າເຊື່ອຫ້ອງນອນ ກ່ອນແຮງງານຈະເຂົ້າມາພັກ ແລະ ຫຼັງຈາກແຮງງານອອກຈາກສູນ ແລະ ມາດຕະການອື່ນໆ ທ່ານ ດຣ ນາງ ນາລີ ຂັນທະລັກ ໃຫ້ຮູ້ຕື່ມວ່າ: ໃນໄລຍະປະຕິບັດວຽກງານຢູ່ສູນດັ່ງກ່າວ ຍັງມີບັນຫາຂໍ້ຫຍຸງຍາກຫຼາຍດ້ານ ເປັນຕົ້ນ ສູນບໍ່ມີລົດແພດປະຈຳສູນ ບໍ່ມີຊ່າງ ໄຟຟ້າ ນ້ຳປະປາປະຈຳ ການເກັບມ້ຽມຂີ້ເຫຍື້ອຍັງບໍ່ເປັນລະບົບເທົ່າທີ່ຄວນ ການປະສານງານກັບຕ່າງແຂວງ ເວລາມາຮັບແຮງງານແມ່ນພົບຄວາມຫຍຸ້ງຍາກ ບໍ່ມີງົບປະມານແຮສູນ ດັ່ງນັ້ນ ຈຶ່ງສະເໜີໃຫ້ຄະນະຮັບຜິດຊອບສູນຂອງກົມເສນາຮັກ ກະຊວງປ້ອງກັນປະເທດ ແລະ ຂັ້ນສູນກາງ ຂັ້ນ ນວ ລົງໃກ້ຊິດຕິດແທດຕື່ມອີກ.