ການແຂ່ງຂັນບານເຕະເປບຊີ ລາວລີກ 1 ອາທິດທີ 10 ແຂ່ງ ຂັນວັນທີ 5-6 ກັນຍາ 2020 ຜົນແຂ່ງຂັນປາກົດວ່າ: ມາສເຕີ 7 ເອັຟຊີ ຊະນະ ປກສ ເອັຟຊີ 4-3 ປະຕູ ວຽງຈັນເອັຟທີ ເສຍໃຫ້ຊ້າງນ້ອຍເອັຟຊີ 0-6 ປະຕູ ວຽງຈັນເອັຟຊີ ສະເໝີ ເອສະຣາ ເອັຟຊີ 1-1 ປະຕູ.

ສ່ວນຜູ້ທີ່ຍິງປະຕູໄດ້ຫຼາຍທີ່ສຸດປະຈຳອາທິດປະກອບມີ: ສົມໄຊ ແກ້ວຫານາມ ແລະ ທາກູມູ ກອງໜ້າຂອງຊ້າງນ້ອຍຍິງໄດ້ຜູ້ລະ 2 ປະຕູ ນັດທີ່ຊ້າງນ້ອຍເອັຟຊີ ຖະຫຼົ່ມ ວຽງຈັນເອັຟທີ ໄປ 6-0 ປະຕູ ນັດແຂ່ງຂັນປະຈຳວັນທີ 5 ກັນຍາ 2020 ແລະ ມະໂນລົມ ເພັດພັກດີ ກອງກາງຂອງ ມາສເຕີ 7 ເອັຟຊີ ຍິງໄດ້ 2 ປະຕູ ນັດທີ່ ມາສເຕີ 7 ເອັຟຊີ ຊະນະ ປກສ ເອັຟຊີ 4-3 ປະຕູ ນັດແຂ່ງຂັນປະຈຳວັນທີ 5 ກັນຍາ 2020 ເຊັ່ນດຽວກັນ.
ຂະນະທີ່ຕາຕະລາງຄະແນນປັດຈຸບັນ ຍັງຄົງເປັນ ລາວໂຕໂຢຕ້າເອັຟຊີ ທີ່ເປັນທີມນຳຈາກການລົງແຂ່ງຂັນທັງໝົດ 8 ນັດ ຊະນະ 6 ລວມມີ 20 ຄະແນນ (ແຂ່ງໜ້ອຍກວ່າ 1 ນັດ) ຕາມມາດ້ວຍ ມາສເຕີ 7 ເອັຟຊີ 18 ຄະແນນ ຊ້າງນ້ອຍ 13 ຄະແນນ ວຽງຈັນເອັຟຊີ 11 ຄະແນນ ເອສະຣາເອັຟຊີ 10 ຄະແນນ ປກສ ເອັຟຊີ 8 ຄະແນນ ແລະ ທີມທ້າຍຕາຕະລາງ ວຽງຈັນເອັຟທີ 2 ຄະແນນ ກັບຜົນປະຕູໄດ້ເສຍ-23.