ຖ້າບໍ່ທຳຄວາມສະອາດແອລົດເລື້ອຍໆ ຈະເກີດຜົນກະທົບຕໍ່ສຸຂະພາບ

ທ່ານ​ເຄີຍ​ໄດ້​ເຂົ້າ​ໄປ​ນັ່ງ​ໃນ​ລົດ​ໃຫຍ່​ທັງ​ຂອງ​ຕົວ​ເອງ ຫຼື ຂອງ​ຄົນ​ອ້ອມ​ຂ້າງ​ແລ້ວ​ເກີດ​ຄວາມ​ຮູ້­ສຶກ​ອຶດ​ອັດ​ບໍ່ ? ຊຶ່ງ​ແນ່­ນອນ​ວ່າ ອາ­ກາດ​ໃນ​ບ້ານ​ເຮົາ​ກໍ​ມີ​ທັງ​ອັບ ແລະ ຊຸ່ມ​ນີ້​ລະ​ທີ່​ເຮັດ​ໃຫ້​ເຊື້ອ​ລາ ແລະ ແບກ​ທີ​ເຣຍ​ມີ​ການ​ຈະ­ເລີນ​ເຕີບ​ໂຕ​ໄດ້​ງ່າຍ­ດາຍ ແລະ ສະ­ເພາະ​ຢ່າງ​ຍິ່ງ ຊ່ອງ​ແອ​ທີ່​ບໍ່​ໄດ້​ຮັບ​ຄວາມ​ສະ­ອາດ​ນີ້ ແລະ ທີ່​ເປັນ­ຕົ້ນ​ເຫດ​ບໍ່­ເກີດ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເຊື້ອ​ລາ​ທີ່​ທາງ​ການ​ແພດ​ເອີ້ນ​ວ່າ “Sick Car Syndrome” ນັ້ນ​ເອງ.

ໂດຍ​ອາ­ການ​ປ່ວຍ​ຈາກ​ເຊື້ອ​ລາ ແບກ​ທີ​ເຣຍ ແລະ ຝຸ່ນ​ຕ່າງໆ​ໃນ​ລົດ​ໃຫຍ່ ຈະ​ກໍ່­ໃຫ້­ເກີດ​ອາ­ການ​ຕ່າງໆ ໄດ້­ແກ່ ໄອ ຈາມ ຫາຍ­ໃຈ​ຢ່າງ​ລຳ­ບາກ ມີ​ອາ­ການ​ເຄືອງ​ຕາ ແລະ ດັງ ຈົນ​ນ້ຳ​ມູກ ນ້ຳ​ຕາ​ໄຫຼ ເກີດ​ການ​ງ່ວງ​ຊຶມ ແໜ້ນ​ໜ້າ​ເອິກ ລະ­ບົບ​ທາງ​ເດີນ​ຜິດ​ປົກ­ກະ­ຕິ ແລະ ພູມ​ແພ້ ຊຶ່ງ​ຖາມ​ວ່າ​ກຳ­ຈັດ​ດ້ວຍ​ສະ​ເປ ຫຼື​ນ້ຳ​ຢາ​ດັບ​ກິ່ນ ສາ­ມາດ​ຊ່ວຍ​ດັບ​ກິ່ນ​ໄດ້​ຫຼື​ບໍ່ ຫາກ​ມີ​ສູດ​ກຳ­ຈັດ​ແບກ​ທີ​ເຣຍ ກໍ​ອາດ​ຈະ​ຊ່ວຍ​ໃນ​ລະ­ດັບ​ໜຶ່ງ ແຕ່​ຖ້າ​ກິ່ນ​ຂອງ​ນ້ຳ​ຢາ​ໝົດ ແບກ​ທີ​ເຣຍ ແລະ ເຊື້ອ​ລາ​ກໍ​ກັບ​ມາ​ໃໝ່​ໄດ້​ຢູ່​ດີ.

ສຳ­ລັບ​ວິ­ທີ​ທີ່​ກຳ­ຈັດ​ຝຸ່ນ ແລະ ເຊື້ອ​ລາ​ໃນ​ລົດ​ໃຫຍ່​ນັ້ນ ມີ​ດັ່ງ­ນີ້

1. ຫາ​ສາ­ເຫດ​ຂອງ​ກິ່ນ​ອັບ​ວ່າ ຖ້າ​ເປິດ​ປະ­ຕູ​ແລ້ວ​ມີ​ກິ່ນ​ອັບ​ເລີຍ ກິ່ນ​ທີ່​ວ່າ​ອາດ​ຈະ​ມາ​ຈາກ​ບ່ອນ​ນັ່ງ ຫຼື ຖ້າ​ມີ​ກິ່ນ​ຕອນ​ເປິດ​ແອ ກິ່ນ​ກໍ​ມາ​ຈາກ​ແອ ຊຶ່ງ​ເມື່ອ​ພົບ​ແລ້ວ​ໃຫ້​ເຮັດ​ຄວາມ​ສະ­ອາດ​ທັນ­ທີ.
2. ພະ­ຍາ­ຍາມ​ດູດ​ຝຸ່ນ​ເບາະ​ນັ່ງ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ ເບາະ​ຜ້າ ຢ່າ​ລືມ​ດູດ​ຝຸ່ນ​ພົມ​ທີ່​ຕີນ​ດ້ວຍ.
3. ຫາກ​ມີ​ນ້ຳ ຫຼື​ເຄື່ອງ​ດື່ມ​ທີ່​ເຄີຍ​ຂວ້ຳ​ໃສ່​ເບາະ ຫຼື ທີ່​ວາງ​ຕີນ ຮີບ​ເຮັດ​ຄວາມ​ສະ­ອາດ ແລະ ຈັດ­ການ​ໃຫ້​ແຫ້ງ.
4. ຢ່າ​ສີດ​ສະ​ເປ ນ້ຳ​ຫອມ ຫຼື ສານ​ເຄ​ມີ​ຕ່າງໆ​ຫຼາຍ​ຈົນ​ເກີນ​ໄປ ເພາະ​ມັນ​ອາດ​ຈະ​ເຮັດ​ໃຫ້​ຜົນ​ຮ້າຍ​ກວ່າ​ເດີມ.
5. ຫາກ​ຍັງ​ມີ​ເຊື້ອ​ລາ ຫຼື ກິ່ນ​ອັບ ຄວນ​ປຶກ­ສາ​ຜູ້​ຊ່ຽວ­ຊານ.

ວ.ດາ­ລາ​ວົງ ນຳ​ສະ­ເໜີ

error: Content is protected !!