ບົດຮຽນການຄຸ້ມຄອງລົດແທັກຊີ

ຕາມ​ຫຼັກ­ການ​ແລ້ວ ຄົນ​ເຮົາ​ໃນ​ທຸກ​ສາ­ຂາ​ອາ­ຊີບ​ນັ້ນ ລ້ວນ​ແຕ່​ຕ້ອງ​ຢຶດ​ໝັ້ນ​ໃນ​ຄວາມ​ຮັບ­ຜິດ­ຊອບ ແລະ ຈັນ​ຍາ​ບັນ​ຂອງ​ຕົນ ແຕ່​ໃນ​ຕົວ​ຈິງ​ແລ້ວ​ພັດ​ບໍ່​ເປັນ​ຈັ່ງ​ວ່າ​ທັງ​ໝົດ ຕົວ­ຢ່າງ ທີ່​ຂໍ​ຍົກ​ໃຫ້​ເຫັນ​ໃນ​ບົດ​ນີ້ ກໍ​ຄື ເລື່ອງ​ຄົນ​ທີ່​ມີ​ອາ­ຊີບ​ຂັບ​ລົດ​ໂດຍ­ສານ​ປະ­ເພດ​ແທັກ​ຊີ​ທີ່​ຂາດ​ຄວາມ​ຮັບ­ຜິດ­ຊອບ ຂາດ​ຈັນ​ຍາ​ບັນ​ທີ່​ຄວນ​ມີ.

ທີ່​ປະ­ເທດ​ໄທ ເລື່ອງ​ຜູ້​ຂັບ​ລົດ​ແທັກ​ຊີ ຫຼື ລົດ​ໃຫ້​ບໍ­ລິ­ການ ການ​ໂດຍ­ສານ​ສາ­ທາ­ລະ­ນະ ປະ­ຕິ­ເສດ​ຮັບ​ຜູ້­ໂດຍ­ສານ​ແບບ​ດື້ໆ​ນີ້ ໄດ້​ກາຍ­ເປັນ​ເລື່ອງ​ວິ­ພາກ​ວິ­ຈານ​ໃນ​ສັງ­ຄົມ​ໄທ​ມາ​ເປັນ​ເວ­ລາ​ດົນ​ນານ​ແລ້ວ ເຖິງ​ຂັ້ນ​ໄດ້​ມີ​ຄຳ​ຮຽກ­ຮ້ອງ​ໃຫ້​ອອກ​ກົດ​ລະ­ບຽບ​ລົງ­ໂທດ​ພວກ​ໂຊ​ເຟີ​ເຫຼົ່າ​ນີ້​ຢ່າງ​ສະ​ສົມ ເພາະ​ຂືນ​ປ່ອຍ­ປະ​ລະ­ເລີຍ​ພວກ​ເຂົາ​ກໍ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສັງ­ຄົມ ແລະ ຂະ­ແໜງ­ການ​ຂົນ­ສົ່ງ​ຂອງ​ໄທ ແລະ ແລ້ວ​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ 2019 ກໍ​ມີ​ຂ່າວ​ວ່າ ກົມ​ຂົນ­ສົ່ງ​ທາງ­ບົກ​ຂອງ​ໄທ​ໄດ້​ອອກ​ກົດ­ໝາຍ​ສະ­ບັບ​ໃໝ່ ໂດຍ​ໂຮມ​ເອົາ​ກົດ­ໝາຍ​ຄຸ້ມ​ຄອງ​ຍານ­ພາ­ຫະ­ນະ ສະ­ບັບ​ປີ 1979 ແລະ ກົດ­ໝາຍ​ຂົນ­ສົ່ງ​ທາງ­ບົກ ປີ 1979 ເຂົ້າ­ກັນ ແຕ່​ຍັງ​ຮັກ­ສາ​ບົດ​ລົງ­ໂທດ​ສຳ­ລັບ​ຜູ້​ປະ­ຕິ­ເສດ​ຮັບ​ຜູ້­ໂດຍ­ສານ ໂດຍ​ໄດ້​ເພີ່ມ​ໂທດ​ໜັກ​ຂຶ້ນ​ຕື່ມ ຄື ໄດ້​ເພີ່ມ​ຄ່າ​ປັບ​ໃໝ​ຈາກ 2.000 ບາດ ເປັນ 5.000 ບາດ ສຳ­ລັບ​ໂຊ​ເຟີ​ລົດ​ໂດຍ­ສານ​ແທັກ​ຊີ ທີ່​ພິ­ເສດ​ໄປ​ກວ່າ​ນັ້ນ ການ​ປັບ​ໃໝ​ຍັງ​ກຳ­ນົດ​ໃສ່​ບໍ­ລິ­ສັດ​ທີ່​ໃຫ້​ເຊົ່າ​ລົດ​ແທັກ​ຊີ ທີ່​ສ້າງ​ບັນ­ຫາ​ນຳ​ອີກ​ດ້ວຍ ຄ່າ​ປັບ​ໃໝ​ສູງ​ສຸດ 50.000 ບາດ ການ​ປັບ​ຂຶ້ນ​ໂທດ​ປັບ​ໃໝ​ໂຊ​ເຟີ​ລົດ​ແທັກ​ຊີ​ນີ້ ແມ່ນ​ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ລະ­ບຽບ​ການ​ປັບ​ໃໝ​ລົດ​ໃຫ້​ບໍ­ລິ­ການ​ໂດຍ­ສານ​ປະ­ເພດ​ຕ່າງໆ ເຊັ່ນ: ລົດ​ທົວ ລົດ​ຕູ້ ແລະ ອື່ນໆ ນອກ­ຈາກ​ຮູບ​ການ​ປັບ​ໃໝ​ແລ້ວ ພາຍ​ໃຕ້​ກົດ­ໝາຍ​ນີ້​ພະ­ນັກ­ງານ​ກ່ຽວ­ຂ້ອງ ຍັງ​ສາ­ມາດ​ກັກ​ໃບ​ຂັບ​ຂີ່​ຂອງ​ລົດ​ແທັກ​ຊີ​ຄັນ​ກໍ່​ເຫດ​ໄວ້​ເປັນ​ເວ­ລາ​ແຕ່ 15-30 ວັນ ແລະ ບັງ­ຄັບ​ໃຫ້​ຜູ້​ກະ­ທຳ​ຜິດ​ເຂົ້າ​ເຝິກ­ອົບ­ຮົມ ກ່ຽວ​ກັບ​ຫຼັກ­ການ​ໃຫ້​ບໍ­ລິ­ການ​ໂດຍ ສານ​ສາ­ທາ­ລະ­ນະ​ເປັນ​ເວ­ລາ 3 ຊົ່ວ­ໂມງ​ອີກ​ດ້ວຍ.

ທີ່​ຫວຽດ­ນາມ ຂັ້ນ​ຕອນ ແລະ ມາດ​ຕະ­ການ​ໃໝ່​ເພື່ອ​ຄຸ້ມ​ຄອງ​ລົດ​ໂດຍ­ສານ​ປະ­ເພດ​ແທັກ​ຊີ ຢູ່ ສສ ຫວຽດ­ນາມ​ນັ້ນ ໄດ້​ເລີ່ມ​ປະ­ຕິ­ບັດ​ມາ​ແຕ່​ກາງ​ປີ 2014 ເປັນ­ຕົ້ນ​ມາ ດ້ວຍ​ການ​ຕິດ​ຕັ້ງ​ກ່ອງ​ດຳ (Black Box) ແລະ ເຄື່ອງ​ຈັກ​ຊີ້​ບອກ​ໄລ­ຍະ​ທາງ​ທີ່​ແລ່ນ​ໃຫ້​ບໍ­ລິ­ການ​ລູກ​ຄ້າ ເປົ້າ​ໝາຍ​ຕົ້ນ­ຕໍ​ຂອງ​ກົດ​ລະ­ບຽບ​ຄຸ້ມ​ຄອງ​ນີ້ ແມ່ນ​ເພື່ອ​ຕິດ­ຕາມ​ການ​ເກັບ​ຄ່າ​ໂດຍ­ສານ​ໃຫ້​ມີ​ຄວາມ​ໂປ່ງ​ໃສ ກົດ​ລະ­ບຽບ​ຊຶ່ງ​ທາງ​ກະ­ຊວງ​ຂົນ­ສົ່ງ​ຫວຽດ­ນາມ​ເປັນ​ເຈົ້າ​ການ​ຮ່າງ​ຂຶ້ນ​ນີ້ ໄດ້​ກຳ­ນົດ​ຂັ້ນ​ຕອນ​ຄຸ້ມ​ຄອງ​ລົດ​ແທັກ​ຊີ ດັ່ງ­ນີ້: ສຳ­ເລັດ​ການ​ຕິດ​ຕັ້ງ​ກ່ອງ​ດຳ​ພາຍ​ໃນ​ເດືອນ​ກໍ­ລະ­ກົດ 2014 ຕິດ​ຕັ້ງ​ເຄື່ອງ​ຈັກ​ສະ­ແດງ​ໄລ­ຍະ​ທາງ​ທີ່​ໃຫ້​ບໍ­ລິ­ການ​ລູກ​ຄ້າ ພາຍ​ໃນ​ປີ 2016 ແລະ ກຳ­ນົດ​ໃຫ້​ແທັກ​ຊີ​ທຸກ​ຄັນ​ບັນ­ທຶກ​ຕາ­ຕະ­ລາງ ແລະ ຄ່າ​ບໍ­ລິ­ການ​ໄວ້​ໃນ​ທຸກໆ​ຖ້ຽວ​ການ​ບໍ​ລິ ການ ກົດ​ລະ­ບຽບ​ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ເພີ່ມ​ທະ­ວີ​ການ​ຄຸ້ມ​ຄອງ​ລົດ​ແທັກ​ຊີ ແລະ ມອບ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ສະ­ພາ​ປະ­ຊາ­ຊົນ​ທ້ອງ­ຖິ່ນ ໃນ​ການ​ກຳ­ນົດ​ສີ​ຂອງ​ລົດ​ແທັກ​ຊີ​ໃນ​ເຂດ​ຄຸ້ມ​ຄອງ​ຂອງ​ຕົນ ນອກ­ຈາກ​ນັ້ນ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ຍັງ​ຮັບ­ຜິດ­ຊອບ​ກຳ­ນົດ​ຈຳ­ນວນ​ລົດ​ໃຫ້​ແຕ່​ລະ​ບໍ­ລິ­ສັດ​ບໍ­ລິ­ການ​ລົດ​ແທັກ​ຊີ ໃນ​ລະ­ດັບ​ແຕ່ 10 ຫາ 100 ຄັນ ທ່ານ ລຽນ (Bui Danh Lien) ປະ­ທານ​ສະ­ມາ­ຄົມ​ຂົນ­ສົ່ງ​ຂອງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ (ໃນ​ເວ­ລາ​ນັ້ນ) ບອກ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ ການ​ຕິດ​ຕັ້ງ​ກ່ອງ​ດຳ ແລະ ໄດ້​ພີມ​ໃບ​ບິນ​ຮັບ​ເງິນ​ຄ່າ​ແທັກ​ຊີ​ນີ້ ຈະ​ຊ່ວຍ​ເຮັດ​ໃຫ້­ການ​ຕິດ­ຕາມ​ຄຸ້ມ​ຄອງ​ເຫຼົ່າ​ບໍ­ລິ­ສັດ​ລົດ​ແທັກ​ຊີ ແລະ ຜູ້ໂດຍ­ສານ​ດີ​ຂຶ້ນ ໂດຍ​ສະ­ເພາະ ເວ­ລາ​ມີ​ກໍ­ລະ­ນີ​ຜູ້­ໂດຍ­ສານ​ເຮັດ​ເຄື່ອງ​ຂອງ​ຕົກ­ເຮ່ຍ​ໃນ​ລົດ ຫຼື ເວ­ລາ​ມີ​ການ​ທັກ​ທ້ວງ​ກ່ຽວ​ກັບ​ການ​ເກັບ​ຄ່າ​ໂດຍ­ສານ​ສູງ​ເກີນ​ກຳ­ນົດ.

error: Content is protected !!