ຄົນອາເມຣິກາ ເປິດໃຈຍອມຮັບຫຼາຍຂຶ້ນກັບລົດໄຮ້ຄົນຂັບ

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ ອ້າງ​ລາຍ​ງານ​ຈາກ Adobe Analytics ໃນ​ໄລ­ຍະ​ເດືອນ​ຕຸ­ລາ​ປີ​ທີ່​ຜ່ານ​ມາ ທີ່​ລະ­ບຸ​ວ່າ​ປະ­ມານ 40% ຂອງ​ຄົນ​ອາ​ເມ​ຣິ​ກາ ​ມີ​ທ່າ​ອ່ຽງ​ທີ່​ຈະ​ຊື້​ລົດ​ໃຫຍ່​ຂັບ​ເຄື່ອນ​ອັດ­ຕະ­ໂນ­ມັດ​ໃນ​ອະ­ນາ­ຄົດ​ ໂດຍ​ສຳ​ຫຼວດ​ຈາກ​ຊາວ​ສະ­ຫະ­ລັດ ທີ່​ມີ​ອາ­ຍຸ 18 ປີ​ຂຶ້ນ​ໄປ​ຈຳ­ນວນ 1.040 ຄົນ.

ພວກ​ເຂົາ​ຫວັງ​ວ່າ​ຈະ​ໄດ້​ກິນ​ເຂົ້າ­ໜົມ ພິມ​ຕອບ​ແຊັດ ເບິ່ງ​ລາຍ­ການ​ທີ່​ມັກ ຫຼື​ສົ່ງ​ອີ​ເມວ ຂະ­ນະ​ທີ່​ລົດ​ເຄື່ອນ​ຕົວ​ໄປ​ແບບ​ໄຮ້​ຄົນ​ຂັບ ເຊິ່ງ​ພື້ນ​ທີ່​ໃນ​ລົດ​ຈະ​ກາຍ­ເປັນ​ເໝືອນ​ເຮືອນ ຫຼື ຫ້ອງ­ການ​ຂະ­ໜາດ​ນ້ອຍ.

ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ ແລະ ບໍ­ລິ­ສັດ​ລົດ​ຊັ້ນ​ແນວ​ໜ້າ​ລະ­ດັບ​ໂລກ ໄດ້​ລົງ­ທຶນ​ນັບ​ພັນ​ລ້ານ​ໂດ​ລາ​ເພື່ອ​ພັດ­ທະ­ນາ​ລົດ​ຂັບ​ເຄື່ອນ​ແບບ​ອັດ­ຕະ­ໂນ­ມັດ ແຕ່​ໃນ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວ­ຊານ​ໃນ​ແວດ​ວົງ​ລົດ­ຍົນ ກັບ​ເຫັນ​ວ່າ​ຈະ​ຕ້ອງ​ໃຊ້​ເວ­ລາ​ອີກ​ນານ​ຫຼາຍ​ປີ​ກວ່າ​ທີ່​ອຸດ­ສາ­ຫະ­ກຳ​ລົດ​ໃຫຍ່​ ຈະ​ພັດ­ທະ­ນາ​ໄປ​ເຖິງ​ຈຸດ​ທີ່​ປາ­ສະ­ຈາກ​ການ​ຄວບ​ຄຸມ​ໂດຍ​ມະ­ນຸດ​ແບບ 100%.

ໃນ​ເດືອນ​ຕຸ­ລາ​ທີ່​ຜ່ານ​ມາ ບໍ­ລິ­ສັດ​ຮຸນ​ໄດ ຜູ້​ຜະ­ລິດ​ລົດ​ຈາກ​ປະ­ເທດ ສ ເກົາ­ຫຼີ ໄດ້​ເປີດ­ເຜີຍ​ແຜນ­ການ​ລົງ­ທຶນ​ໃນ​ລົດ​ໄຮ້​ຄົນ​ຂັບ ແລະ ລະ­ບົບ​ທີ່​ກ່ຽວ­ຂ້ອງ ຢ່າງ­ໃດ​ກໍ​ຕາມ ຍັງ​ຖື​ວ່າ​ໄລ່​ຕາມ​ອີກ​ຫຼາຍ​ບໍ­ລິ­ສັດ​ທີ່​ໄດ້​ພັດ­ທະ­ນາ​ໄປ​ກ່ອນ​ໜ້າ ຢ່າງ​ເຊັ່ນ ບໍ­ລິ­ສັດ GM ຫຼື General Motors ບໍ­ລິ­ສັດ Uber ບໍ­ລິ­ສັດ Lyft ແລະ ບໍ­ລິ­ສັດ Apple ເຊິ່ງ​ການ​ແຂ່ງ­ຂັນ​ນີ້​ຍັງ​ຍາກ​ທີ່​ຈະ​ບອກ​ວ່າ​ໃຜ​ຈະ​ກ້າວ​ຂຶ້ນ​ມາ​ເປັນ​ຜູ້­ນຳ.

ລາຍ​ງານ​ປີ​ທີ່​ຜ່ານ​ມາ​ຈາກ​ໜ່ວຍ​ງານ​ພາກ​ລັດ​ໃນ​ກາ​ລິ​ຟໍ​ເນຍ ລະ­ບຸ​ວ່າ ໂຄງ­ການ​ຢ່າງ​ເຊັ່ນ Waymo ຂອງ Alphabet ແລະ GM Cruise ທີ່​ໄດ້​ຮັບ​ເງິນ​ລົງ­ທຶນ​ຈາກ​ກອງ​ທຶນ $100 billion Vision Fund ທີ່​ມີ​ບໍ­ລິ­ສັດ​ຂ້າມ​ຊາດ SoftBank Group ໃຫ້­ການ​ສະ­ໜັບ­ສະ­ໜູນ ໄດ້​ທົດ​ສອບ​ສະ­ມັດ­ຖະ​ນະ​ລົດ​ໄຮ້​ຄົນ​ຂັບ​ໄປ​ຫຼາຍ​ກວ່າ 25.000 ກິ­ໂລ­ແມັດ.

ທາງ​ດ້ານ​ບໍ­ລິ­ສັດ BMW ຜູ້​ຜະ­ລິດ​ລົດ​ຈາກ​ປະ­ເທດ​ເຢຍ​ລະ​ມັນ ກໍ​ໄດ້​ຈັບ​ມື​ກັບ​ບໍ­ລິ­ສັດ Tencent Holdings ຜູ້​ຜະ­ລິດ​ເກມ​ອອນ​ລາຍ ລາຍ​ໃຫຍ່​ສັນ­ຊາດ​ຈີນ ຮ່ວມ​ພັດ­ທະ­ນາ​ສູນ​ຄອມ​ພິວ​ເຕີ​ໃນ​ປະ­ເທດ​ຈີນ.

ກຸ່ມ​ມິ​ລ​ເລນ​ນຽວສ໌ (Millennials) ຄື​ຄົນ​ທີ່​ໃຫ້­ການ​ຕອບ​ຮັບ​ລົດ­ໄຟ​ຟ້າ ລົດ​ໄຮ​ບຣິດ ແລະ ລົດ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ (connected car) ຫຼາຍ​ທີ່​ສຸດ ຈາກ​ຜົນ​ການ​ສຳ​ຫຼວດ​ນີ້ ຍັງ​ລະ­ບຸ​ອີ​ກວ່າ ທ່າ​ອ່ຽງ​ຂອງ​ຜູ້​ຂັບ​ຂີ່​ໃນ​ສະ­ຫະ­ລັດ ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ລົດ​ໄຮ້​ຄົນ​ຂັບ​ເພີ່ມ​ຂຶ້ນ​ກວ່າ 35% ເມື່ອ​ທຽບ​ກັບ​ປີ​ກ່ອນ​ໜ້າ.

ໂດຍ​ຜູ້​ຊື້​ລົດ​ໃນ​ອາ​ເມ​ຣິ​ກາ​ຈຳ­ນວນ​ຫຼາຍ ມັກ​ຈະ​ສອບ​ຖາມ​ວ່າ ລົດ​ມີ​ລະ­ບົບ​ຕົວ​ຊ່ວຍ​ຢ່າງ​ຄຸນ­ສົມ­ບັດ​ຂັບ​ເຄື່ອນ​ເຄິ່ງ​ອັດ­ຕະ­ໂນ­ມັດ (self-driving features) ຫຼື​ບໍ່ ລວມ​ທັງ​ມີ​ຜູ້​ທີ່​ໃຫ້​ຄວາມ​ສົນ­ໃຈ​ກັບ​ລົດ​ທີ່​ສາ­ມາດ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ ໄດ້​ເປັນ​ຈຳ­ນວນ​ຫຼາຍ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ.

error: Content is protected !!