ປະກາດ ແລະ ຮັບຮອງເອົານະຄອນຫຼວງວຽງຈັນເຂົ້າເປັນສະມາຊິກຂອງອົງການ TPO

    ພິທີປະກາດ ແລະ ຮັບຮອງເອົານະຄອນຫຼວງວຽງຈັນເຂົ້າເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວ ສໍາລັບບັນດານະຄອນໃນອາຊີ-ປາຊີຟິກ (TPO) ແບບທາງໄກ ຈັດຂຶ້ນວັນທີ 9 ກັນຍາ 2020 ທີ່ນະຄອນບູຊານ ສ ເກົາຫຼີ ເປັນປະທານຂອງທ່ານ ຄິມ ຊູ ອິລ ເລຂາທິການໃຫຍ່ຂອງອົງການ TPO ມີບັນດານະຄອນທີ່ເປັນສະມາຊິກ ແລະ ສໍາລັບນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າຄອງ ພະແນກການອ້ອມຂ້າງ ແລະ ຫົວໜ່ວຍທຸລະກິດທ່ອງທ່ຽວ.

    ການເຂົ້າເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວສໍາລັບບັນດານະຄອນອາຊີ-ປາຊີຟິກ ຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງນີ້ ເພື່ອສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນດ້ານວັດທະນະທຳລະຫວ່າງບັນດານະຄອນອາຊີ-ປາຊີຟິກ ແນໃສ່ຊ່ວຍປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ເຊີດຊູຄວາມມີສະເໜດ້ານການທ່ອງທ່ຽວ ເສີມສ້າງການພົວພັນ ແລະ ການຮ່ວມມືຂອງຂົງເຂດ ພ້ອມນັ້ນ ນວ ຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍນະໂຍບາຍເປີດກວ້າງການພົວພັນກັບພາຍນອກຂອງພັກ-ລັດ ໂດຍສະເພາະແມ່ນການພົວພັນຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາປະເທດສະມາຊິກ TPO ແລະ ລະຫວ່າງ TPO ກັບປະເທດໃນພາກພື້ນ ລວມທັງບັນດາປະເທດອື່ນໆ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ກໍຄືປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການຮ່ວມມື ເພື່ອການພັດທະນາຂອງບັນດາປະເທດໃນພາກພື້ນ ນອກນັ້ນ ການເຂົ້າຮ່ວມເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວສໍາລັບບັນດານະຄອນອາຊີ-ປາຊີຟິກ ຈະຊ່ວຍເປີດໂອກາດອັນດີໃຫ້ແກ່ນະຄອນຫຼວງວຽງຈັນ ມີບົດບາດສຳຄັນໃນເວທີສາກົນຫຼາຍຂຶ້ນ ທາງດ້ານການຄ້າ ການລົງທຶນ ການທ່ອງ ທ່ຽວ ແລະ ການແລກປ່ຽນວັດທະນະທໍາ ຄວາມເຂັ້ມແຂງໃນການລວມກຸ່ມດ້ານສົ່ງເສີມການທ່ອງທ່ຽວເຊັ່ນ: ການສະໜອງທາງດ້ານຂໍ້ມູນຂ່າວສານ ການເດີນທາງທ່ອງທ່ຽວ ແລະ ການມີໂຄງສ້າງພື້ນຖານທີ່ຈຳເປັນ ເພື່ອສະໜັບສະໜູນການເປີດກວ້າງການທ່ອງທ່ຽວທີ່ນຳໄປສູ່ການພັດທະນາ ແລະ ມີທ່າອ່ຽງຂະຫຍາຍຕົວທາງດ້ານການທ່ອງທ່ຽວຂອງອົງກອນ ກໍຄືນະຄອນຫຼວງວຽງຈັນ.

    ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ຖະແຫຼງຂ່າວວ່າ: ການເຂົ້າເປັນສະມາຊິກອົງການ TPO ຂອງ ນວ ນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ບັນດານະຄອນ-ເມືອງໄດ້ມີໂອກາດນຳສະເໜີແລກປ່ຽນບົດຮຽນໃນການພັດທະນາວຽກງານທ່ອງທ່ຽວຢູ່ນະຄອນຂອງຕົນໃຫ້ກັນຊາບ ເພື່ອສົ່ງເສີມຕ່ອງໂສ້ການທ່ອງທ່ຽວ ການສ້າງຊັບພະຍາກອນມະນຸດ ການສ້າງຜະລິດພັນ ການໂຄສະນາເຜີຍແຜ່ການທ່ອງທ່ຽວ ການແລກປ່ຽນຂໍ້ມູນຂ່າວສານ ການຮ່ວມມືພັດທະນາຕະຫຼາດທ່ອງທ່ຽວ ແລະ ອື່ນໆ ເຊິ່ງອົງການ TPO ເປັນອົງການສາກົນທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ໃນກອງປະຊຸມສຸດຍອດບັນດານະຄອນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 5 ເພື່ອເປັນຈຸດເຊື່ອມຕໍ່ໃນການສົ່ງເສີມການແລກປ່ຽນ ແລະ ການພັດທະນາໃນອຸດສາຫະກໍາການທ່ອງທ່ຽວລະຫວ່າງບັນດານະຄອນໃນພາກພື້ນອາຊີປາຊີຟິກ TPO ເລີ່ມຈາກສະມາຊິກໃນເບື້ອງຕົ້ນມີພຽງ 25 ນະຄອນ ຈາກ 13 ປະເທດ ໃນປີ 2002 ປັດຈຸບັນໄດ້ເພີ່ມຂຶ້ນເປັນ 128 ນະຄອນ ໃນ 15 ປະເທດ ແລະ ຍັງມີ 51 ພາກສ່ວນທີ່ບໍ່ແມ່ນພາກລັດ ແຕ່ເປັນອົງກອນພົວພັນດ້ານການທ່ອງທ່ຽວ ການສຶກສາ ສະຖາບັນຄົ້ນຄວ້າ ແລະ ພາກເອກະຊົນທີ່ໄດ້ເຂົ້າເປັນສະມາຊິກ.

    ສໍາລັບ ສປປ ລາວ ເມືອງທີ່ໄດ້ເຂົ້າເປັນສະມາຊິກຂອງ TPO ແມ່ນນະຄອນຫຼວງວຽງຈັນ ໂດຍສືບເນື່ອງມາຈາກການເຂົ້າຮ່ວມກອງປະຊຸມຄັ້ງທີ 9 ຂອງ TPO ຂອງຄະນະຜູ້ແທນຂອງ ນວ ແລະ ເຫັນໄດ້ ອົງການດັ່ງກ່າວເລັງເຫັນຄວາມສໍາຄັນດ້ານການທ່ອງທ່ຽວ ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ດ້ານການຄຸ້ມຄອງບໍລິຫານ ແລະ ການບໍລິການທ່ອງທ່ຽວ ແລະ ຊັບພະຍາກອນທ່ອງທ່ຽວໃຫ້ມີຫຼາຍສີສັນ ໂດຍລົງເລິກການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາ ປະຫວັດສາດ ແລະ ທໍາມະຊາດໃຫ້ມີຄວາມຍືນຍົງ ຊຸມຊົນມີສ່ວນຮ່ວມ ແລະ ອີກຫຼາຍໆວຽກງານທີ່ໜ້າສົນໃຈ ດັ່ງນັ້ນ ທາງຄະນະຜູ້ແທນຈຶ່ງໄດ້ຍື່ນເອກະສານສະໝັກເຂົ້າເປັນສະມາຊິກຂອງ TPO ໃນປີ 2019 ແລະ ໃນກອງປະຊຸມຄັ້ງທີ 34 ຂອງຄະນະກໍາມະການບໍລິຫານຂອງ TPO ໃນວັນທີ 26 ຕຸລາ 2019 ໄດ້ເປັນເອກະພາບຮັບຮອງເອົາ ນວ ເຂົ້າເປັນສະມາຊິກ ພາຍຫຼັງທີ່ເຂົ້າເປັນສະມາຊິກແລ້ວ ນວ ຈະໄດ້ປະຕິບັດພັນທະຫຼາຍດ້ານ ເປັນຕົ້ນ ເຂົ້າຮ່ວມກອງປະຊຸມສະພາບໍລິຫານ ສຳມະນາ ກອງປະຊຸມຄະນະກຳມະການບໍລິຫານ ກອງປະຊຸມພາກພື້ນ ນອກຈາກນີ້ ຍັງຈະໄດ້ເຂົ້າຮ່ວມບັນດາໂຄງການຂອງ TPO ຈັດຂຶ້ນໃນແຕ່ລະປີ ແລະ ມີພັນທະຕໍ່ອົງການ TPO ປີລະ 3.000 ໂດລາສະຫະລັດ.

    ຜົນໄດ້ຮັບຈາກການເຂົ້າເປັນສະມາຊິກ TPO ຂອງ ນວ ຈະເຮັດໃຫ້ສະພາບການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນມີການຂະຫຍາຍຕົວເພີ່ມຂຶ້ນ ອຸດສະຫະກຳດ້ານການທ່ອງທ່ຽວຈະໄດ້ຮັບການເຊື່ອມໂຍງຮ່ວມມືໃນລະດັບສາກົນສູງຂຶ້ນ ນະຄອນຫຼວງວຽງຈັນຈະໄດ້ບົດຮຽນ ປະສົບການ ແລະ ຍາດແຍ່ງເອົາທຶນຮອນມາພັດທະນາຈາກອົງການດັ່ງກ່າວ.

 # ຂ່າວ & ພາບ: ຂັນທະວີ

error: Content is protected !!