ວັນທີ 8 ກັນຍາ 2020 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການສະຫະປະຊາຊາດ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ນະຄອນນິວຢອກ ປະເທດ ສະຫະລັດອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ກະຊວງອຸດສາຫະກຳ-ການຄ້າ ກະຊວງສາທາລະນະສຸກ ກະຊວງສຶກສາທິການທິການ-ກີລາ ກະຊວງກະສິກຳ-ປ່າໄມ້ ແລະ ຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກຳນົດຂຶ້ນໂດຍອົງການ ສປຊ ໃນປີ 1971 ເຊິ່ງປັດຈຸບັນມີທັງໝົດ 47 ປະເທດ ລວມທັງ ສປປ ລາວ ໃນການປະເມີນຂອງອົງການ ສປຊ ໃນປີ 2018 ເປັນເທື່ອທຳອິດທີ່ ສປປ ລາວ ສາມາດບັນລຸ 2 ໃນ 3 ມາດຕາເກນຂອງ ສປຊ ໃນການຫຼຸດພົ້ນອອກຈາກສະຖານະພາບ LDCs ໂດຍໃນຄັ້ງນັ້ນ ອົງການ ສປຊ ໄດ້ປະເມີນດັດຊະນີລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຂອງລາວ ສາມາດບັນລຸໄດ້ 1.996 ໂດລາສະຫະລັດຕໍ່ຄົນ (ມາດຕະເກນຕ່ຳສຸດ 1.230 ໂດລາສະຫະລັດຕໍ່ຄົນ) ດັດຊະນີຊັບສິນມະນຸດ (HAI) ຢູ່ໃນລະດັບ 77,2 ຄະແນນ (ມາດຕະເກນຕ່ຳສຸດ 66) ມີພຽງດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ຍັງບໍ່ທັນບັນລຸ ສປປ ລາວ ຢູ່ໃນລະດັບ 33,7 ເຊິ່ງມາດຕະເກນ ສປຊ ຕ້ອງຢູ່ໃນລະດັບ 32 ຫຼື ຕ່ຳກວ່າ
ເຖິງຢ່າງໃດກໍຕາມ ໃນການປະເມີນຮອບວຽນທີ 2 ຂອງອົງການ ສປຊ ໃນປີ 2021 ຖ້າຫາກລາວຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນດັ່ງກ່າວ ຫຼື ບັນລຸເງື່ອນໄຂທັງໝົດ ລາວກໍຈະຖືກສະເໜີໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາໄດ້ພາຍໃນປີ 2024.

ໂດຍສືບຕໍ່ການປະເມີນຂອງອົງການ ສປຊ ຄັ້ງຜ່ານມາ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະເມີນໃນຮອບທີ 2 ຈະມີຂຶ້ນໃນຕົ້ນປີ 2021 ໂດຍກອງປະຊຸມຄັ້ງນີ້ ຈຶ່ງເປັນໂອກາດສຳຄັນເພື່ອປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມ ແລະ ຊອກຮູ້ສິ່ງທ້າທາຍໃນກໍລະນີທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເພື່ອກຳນົດທິດທາງ ສ້າງແຜນການຮ່ວມມືກັບອົງການ ສປຊ ໂດຍສະເພາະ ການສ້າງຍຸດທະສາດໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ.
ຍຸດທະສາດດັ່ງກ່າວ ແມ່ນເພື່ອຮັບໃຊ້ໃນການລະດົມຂົນຂວາຍການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາທັງໃນພາກພື້ນ ແລະ ສາກົນ ເພື່ອສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອລາວ ແນໃສ່ຮັບປະກັນໃຫ້ລາວສາມາດຫຼຸດພົ້ນໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ ສອດຄ່ອງກັບບັນດາບຸລິມະສິດການພັດທະນາແຫ່ງຊາດ ສາມາດບັນລຸເປົ້າໝາຍການພັດທະນາຂອງອົງການ ສປຊ ຕາມທິດຍືນຍົງ ແລະ ສີຂຽວ.
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍໝັ້ນຂອງພັກ ແລະ ລັດຖະບານເຮົາ ໃນການນຳເອົາລາວ ອອກຈາກປະເທດດ້ອຍພັດທະນາ ໂດຍໄດ້ກຳນົດແນວທາງ ແລະ ນະໂຍບາຍຢ່າງຈະແຈ້ງ ເຊິ່ງໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໄລຍະການຈັດຕັ້ງແຜນດັ່ງກ່າວ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການເຕີບໂຕທາງດ້ານເສດຖະກິດລາວຢູ່ໃນລະດັບ 6-7% ຕໍ່ປີ ອັດຕາຄວາມທຸກຍາກຂອງປະຊາຊົນໄດ້ຫຼຸດລົງຈາກ 46% ໃນປີ 1992 ມາຢູ່ໃນລະດັບ 18% ປັດຈຸບັນ ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີຫຼາຍບັນຫາ ແລະ ສິ່ງທ້າທາຍສຳລັບລາວ ໂດຍສະເພາະ ຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ສ້າງຜົນກະທົບອັນໜັກໜ່ວງໃນການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໄດ້ຫົດຕົວລົງ ຖ້າທຽບໃສ່ແຜນການ.
ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ຕາມຈຸດປະສົງລະດັບຄາດໝາຍ ໂດຍສາມາດກຳນົດທິດທາງພື້ນຖານການຮ່ວມມືລະຫວ່າງລາວ ແລະ ອົງການ ສປຊ ໃນຕໍ່ໜ້າ ໃນການຮັບມື ແລະ ຜ່ານຜ່າກັບສິ່ງທ້າທາຍຕ່າງໆໃນໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.