
ພິທີເຊັນສັນຍາ ການບໍລິການຮັບ-ສົ່ງສັນຍານວິທະຍຸ-ໂທລະພາບຜ່ານດາວທຽມ ລາວແຊັດ-1 ລະຫວ່າງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ບໍສິສັດ ດາວທຽມ ລາວເອເຊຍ-ປາຊີຟິກ ຈຳກັດ ໄດ້ຈັດຂຶ້ນວັນທີ 25 ມີນາ 2020 ນີ້ ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການຮ່ວມລົງນາມຂອງທ່ານ ວັນທອງ ກອງມະນີ ຫົວໜ້າຫົມໃຫຍ່ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ຕິງ ຢົງບິງ ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຊັນສັນຍາດັ່ງກ່າວນີ້ ມີວັດຖຸປະສົງເພື່ອຫັນມາໃຊ້ດາວທຽມລາວແຊັດ-1 ທີ່ເປັນດາວທຽມຂອງລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການຮັບ-ສົ່ງສັນຍານວິທະຍຸ-ໂທລະພາບຜ່ານດາວທຽມຂອງຊ່ອງໂທລະພາບປ້ອງກັນຄວາມສະຫງົບ ທີ່ຂຶ້ນກັບກອງວິທະຍຸ-ໂທລະພາບ ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງເຮັດໜ້າທີ່ໃນການກະຈາຍຂ່າວທັງພາຍໃນ ແລະ ຕ່າງປະເທດອອກສູ່ສັງຄົມ.