ເຜີຍແຜ່ລະບຽບການ ແລະ ມາດຕະການກ່ຽວກັບການອອກບັດພະນັກງານ-ລັດຖະກອນ

ກອງ​ປະ­ຊຸມ​ເຜີຍ­ແຜ່​ກ່ຽວ​ກັບ​ການ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນ­ຍາ 2020 ທີ່​ສະ­ໂມ­ສອນ​ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ຄຳ​ສວຍ ອຸ່ນ​ດາ­ລາ ຮອງ​ເຈົ້າ­ເມືອງ​ສັງ​ທອງ ແລະ ທ່ານ ກາບ​ແກ້ວ ນາມ​ມະ​ຈັກ ຮອງ​ຫົວ­ໜ້າ​ພະ​ແນກ​ພາຍ​ໃນ ນວ ມີ​ບັນ­ດາ​ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຫ້ອງ­ການ ຮອງ​ຫ້ອງ­ການ ພ້ອມ​ດ້ວຍ​ຜູ້​ຮັບ­ຜິດ­ຊອບ​ວຽກ​ງານ​ຈັດ​ຕັ້ງ-ພະ­ນັກ­ງານ​ອ້ອມ​ຂ້າງ​ເມືອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ການ​ເຜີຍ­ແຜ່​ຄັ້ງ​ນີ້ ກໍ​ເພື່ອ​ກຳ­ນົດ​ຫຼັກ­ການ ລະ­ບຽບ​ການ ແລະ ມາດ​ຕະ­ການ​ກ່ຽວ​ກັບ​ການ​ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ ເຮັດ​ໃຫ້​ການ­ຈັດ­ຕັ້ງ​ພັກ-ລັດ ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຂັ້ນ​ສູນ​ກາງ ທ້ອງ­ຖິ່ນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເປັນ​ບ່ອນ​ອີງ​ໃນ​ການ​ດຳ­ເນີນ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ໄດ້​ຢ່າງ​ຖືກ­ຕ້ອງ ແລະ ເປັນ​ລະ­ບົບ ແນະ­ນຳ​ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ຜູ້​ຖື ແລະ ນຳ​ໃຊ້​ບັດ​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ໃນ​ການ​ນຳ​ໃຊ້​ບັດ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

error: Content is protected !!