
ວັນທີ 8 ກັນຍາ 2020 ຫໍສະໝຸດແຫ່ງຊາດ ຮ່ວມກັບມູນນິທິເອເຊຍ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນລຶບລ້າງການກືກໜັງສືສາກົນ ຄົບຮອບ 55 ປີ ຂຶ້ນຢູ່ຫໍສະໝຸດແຫ່ງຊາດ ໂດຍມີທ່ານ ບົວໄຂ ເພັງພະຈັນ ຫົວໜ້າກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານນາງ ກົງເດືອນ ເນດຕະວົງ ທີ່ປຶກສາສະມາຄົມຫ້ອງສະໝຸດລາວ ພ້ອມດ້ວຍບັນດາຄູ ນັກຮຽນຈາກ 5 ໂຮງຮຽນໃນນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໄດ້ກ່າວວ່າ: ວັນທີ 8 ກັນຍາ ເປັນວັນທີ່ຖືກປະກາດໃຫ້ເປັນວັນສາກົນແຫ່ງການລຶບລ້າງຄວາມບໍ່ຮູ້ໜັງສື ເພື່ອເປັນການພັດທະນາການສຶກສາອີກບາດກ້າວໜຶ່ງ ໃນການສົ່ງເສີມໃຫ້ເດັກທີ່ຢູ່ໃນເກນອາຍຸ 6-14 ປີ ໂດຍສະເພາະເດັກຍິງທີ່ດ້ອຍໂອກາດ ປະລະການຮຽນໃນສາຍສາມັນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າຮຽນຈົບຊັ້ນປະຖົມໂດຍໃຊ້ຫຼັກສູດການຮຽນ-ການສອນ ຂອງການສຶກສານອກໂຮງຮຽນ ແລະ ຄຽງຄູ່ກັນນັ້ນ ກໍເພື່ອເປັນການສົ່ງເສີມການສຶກສາໃຫ້ຜູ້ໃຫຍ່ໃນການລຶບລ້າງການກືກໜັງສື ເພາະການອ່ານເປັນອີກໜຶ່ງເຄື່ອງມືພື້ນຖານອັນໜຶ່ງໃນການສະແຫວງຫາຄວາມຮູ້ ເພື່ອໃຫ້ເກີດຄວາມຄິດ ແລະ ວິໄສທັດທີ່ຫຼາກຫຼາຍກວ້າງໄກ ເຊິ່ງການອ່ານ ເປັນການເພີ່ມພູນຄວາມຮູ້ໃນການເປີດໂລກະທັດຢ່າງກວ້າງຂວາງ ໃນດ້ານການພັດທະນາຄວາມຄິດ ສາມາດຊ່ວຍໃຫ້ຜູ້ອ່ານໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ທັນຕໍ່ເຫດການ ແລະ ກ້າວທັນໂລກ ນອກນີ້ ຍັງຊ່ວຍໃຫ້ຜູ້ອ່ານສາມາດນຳຄວາມເອົາຮູ້ທີ່ໄດ້ຈາກການອ່ານໄປໃຊ້ໃນຊີວິດປະຈຳວັນເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ.

ພາຍໃນງານ ໄດ້ມີຫຼາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນການແຈກຢາຍປຶ້ມ ກິດຈະກຳຖາມ-ຕອບເອົາປຶ້ມ ການສະແດງສິລະປະຮ້ອງເພງຂອງນ້ອງນັກຮຽນ ການສະແດງລະຄອນທີ່ກ່ຽວກັບງານລຶບລ້າງການກືກໜັງສື ກິດຈະກຳສົ່ງເສີມການອ່ານ ນອກນີ້ ມູນນິທິເອເຊຍຍັງໄດ້ມອບອຸປະກອນຮັບໃຊ້ເຂົ້າໃນວຽກງານສົ່ງເສີມການອ່ານ ເພື່ອໃຫ້ເຂົ້າເຖິງຫ້ອງອ່ານອອນລາຍ ແລະ ການດາວໂຫຼດປື້ມອ່ານ ໂດຍໄດ້ມອບໃຫ້ຫໍສະໝຸດແຫ່ງຊາດ ແລະ ໃຫ້ກັບ 5 ໂຮງຮຽນປະຖົມຄື: ໂຮງຮຽນປະຖົມສີວິໄລ ໂຮງຮຽນປະຖົມສົມບູນພະຂາວ ໂຮງຮຽນປະຖົມຊ້າງຄູ້ ໂຮງຮຽນປະຖົມສົມບູນຈອມມະນີໃຕ້ ແລະ ໂຮງຮຽນປະຖົມສົມບູນມີໄຊ ສຳລັບອຸປະກອບທີ່ນຳມາມອບມີ: ແທບເລັດ 18 ເຄື່ອງ ຕັ່ງນັ່ງນວມ 18 ໜ່ວຍ ໃນນີ້ແບ່ງໃຫ້ໂຮງຮຽນ 3 ຊຸດ.

