ທ່ານນາຍົກ ຮຽກຮ້ອງສັງຄົມ ຈົ່ງປະຕິບັດຕາມມາດຕະການທີ່ວາງອອກຢ່າງເຄັ່ງຄັດ

    ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ຫຼື COVID-19 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ​ສະ­ເພາະ​ກິດ ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 25 ມີ­ນາ 2020 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ເຊື້ອ COVID-19 ທີ່​ມີ​ຜູ້​ຕິດ­ເຊື້ອ 2 ຄົນ​ໃນ​ລາວ.

    ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ: ລັດ­ຖະ­ບານ​ລາວ ຈະ​ເພີ່ມ​ມາດ​ຕະ­ການ​ເຂັ້ມ​ງວດ​ຄື:

    1. ຈະ​ເພີ່ມ​ທະ­ວີ​ຕິດ­ຕາມ​ແຮງ​ງານ​ທີ່​ກັບ​ມາ​ຈາກ​ປະ­ເທດ​ເພື່ອນ​ບ້ານ ເພື່ອ​ຄຸ້ມ​ຄອງ​ໃຫ້​ເຂັ້ມ​ງວດ​ໃນ​ການ​ກັກ​ຕົວ​ເອງ​ພາຍ​ໃນ 14 ວັນ.

    2. ຂໍ​ໃຫ້​ປະ­ຕິ­ບັດ​ຫຼັກ­ການ​ກັກ​ກັນ​ຕົວ​ເອງ ຕາມ​ຫຼັກ­ການ​ທາງ​ການ​ແພດ​ວາງ​ອອກ ແລະ ກວດ­ກາ​ເປັນ​ປົກ­ກະ­ຕິ.

    3. ໃຫ້​ທຸກ​ພາກ­ສ່ວນ​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຂອງ​ສຳ­ນັກ­ງານ​ອົງ­ການ ໃຫ້​ຢຸດ­ຕິ​ການ​ປະ­ຊຸມ ແລະ ການ​ຊຸມ­ນຸມ​ຈຳ­ນວນ​ຫຼາຍ ຖ້າ​ມີ​ຄວາມ​ສາ­ມາດ​ເຮັດ​ວຽກ​ຢູ່​ເຮືອນ ຜ່ານ Online ໄດ້ ກໍ​ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້.

    4. ການ​ເດີນ­ທາງ​ໄປ-ມາ​ລະ­ຫວ່າງ​ກັນ​ຄື ບ້ານ​ຕໍ່​ບ້ານ ເມືອງ​ຕໍ່​ເມືອງ ຫຼື ຕໍ່​ສຳ­ນັກ­ງານ​ອົງ­ການ ແມ່ນ​ໃຫ້​ຫຼຸດ­ຜ່ອນ​ລົງ ໂດຍ​ການ​ໂທລະ­ສັບ​ຫາ​ກັນ.

    5. ຖ້າ​ພົບ​ອາ­ການ​ຜິດ​ປົກ­ກະ­ຕິ ໃຫ້​ຮີບ​ຮ້ອນ​ໂທ​ຫາ​ແພດ​ທັນ­ທີ ຜ່ານ​ສາຍ​ດ່ວນ 166.

    6. ຄະ­ນະ​ສະ­ເພາະ​ກິດ ຈະ​ໄດ້​ອອກ​ຂໍ້​ກຳ­ນົດ​ຕື່ມ​ອີກ ເພື່ອ​ໃຫ້​ສັງ­ຄົມ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ທັງ​ນີ້​ກໍ​ເພື່ອ​ປົກ​ປັກ​ຮັກ­ສາ​ຊີ­ວິດ​ປະ­ຊາ­ຊົນ ແລະ ຮຽກ­ຮ້ອງ​ສັງ­ຄົມ ຈົ່ງ​ໃຫ້­ການ​ຮ່ວມ​ມື​ກັນ​ເພື່ອ​ຕ້ານ​ເອົາ​ຊະ­ນະ​ເຊື້ອ​ພະ­ຍາດ COVID-19 ນີ້​ໃຫ້​ໄດ້.

error: Content is protected !!